ກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ຮ່ວມກັບ ສູນວັດທະນະທໍາຈີນ ປະຈໍາ ສປປ ລາວ ຈັດແຂ່ງຂັນຮ້ອງເພງຈີນຮອບຊີງຊະນະເລີດ ພາຍໃຕ້ຫົວຂໍ້ “ຄົນລາວຮ້ອງເພງຈີນ” ຄັ້ງທີ 3 ແລະ ງານວາງສະແດງຮູບພາບຄົບຮອບ 10 ປີ ຂອງສູນວັດທະນະທໍາຈີນ ປະຈໍາ ສປປ ລາວ ຢູ່ຫໍວັດທະນະທໍາແຫ່ງຊາດ ນະຄອນຫລວງວຽງຈັນ ໃນວັນທີ 18 ພະຈິກ 2024 ໂດຍການເຂົ້າຮ່ວມມີ ທ່ານ ວັນສີ ກົວມົວ ຮອງລັດຖະມົນຕີ ກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ, ທ່ານ ນາງ ຟາງຫົງ ເອກອັກຄະລັດຖະທູດ ສປ ຈີນ ປະຈໍາ ສປປ ລາວ, ທ່ານ ນາງ ຫລີຢີ່ຜິງ ຫົວໜ້າສູນວັດທະນະທໍາຈີນ ປະຈໍາ ສປປ ລາວ ພ້ອມດ້ວຍມວນຊົນ ນະຄອນຫລວງວຽງຈັນ ແລະ ຊາວຈີນ ທີ່ອາໄສ ຢູ່ລາວ ເຂົ້າຮ່ວມ.
ການແຂ່ງຂັນຄົນລາວຮ້ອງເພງຈີນ ໃນຄັ້ງນີ້, ມີຜູ້ເຂົ້າຮ່ວມແຂ່ງຂັນທັງໝົດ 12 ຄົນ, ຜ່ານການແຂ່ງຂັນ ຮຸ່ນເຍົາວະຊົນ ລາງວັນທີ 1 ແລະ ລາງວັນຂວັນໃຈມວນຊົນ ໄດ້ແກ່ ທ້າວ ອິນທະວົງ ຫົງພັກດີ ໄດ້ຮັບເງິນລາງວັນ 18 ລ້ານກີບ ແລະ ໂທລະສັບມືຖື ມູນຄ່າ 8 ລ້ານກີບ ພ້ອມໃບຢັ້ງຢືນ; ລາງວັນທີ 2 ໄດ້ແກ່ນາງ ຟ້າປະດັບເພັດ ພົງພິລັກ ໄດ້ຮັບເງິນລາງວັນ 10 ລ້ານກີບ ພ້ອມໃບຢັ້ງຢືນ; ລາງວັນທີ 3 ໄດ້ແກ່ ນາງ ອາລຸນນີ ອິນທະວົງ ໄດ້ເງິນລາງວັນ 5 ລ້ານກີບ ພ້ອມໃບຢັ້ງຢືນ. ສຳລັບຮຸ່ນໄວໜຸ່ມ ລາງວັນທີ 1 ໄດ້ແກ່ ທ້າວ ບຸນສຸກ ຄັງໄຊ ໄດ້ຮັບເງິນລາງວັນ 18 ລ້ານກີບ ພ້ອມໃບຢັ້ງຢືນ; ລາງວັນທີ 2 ໄດ້ແກ່ ທ້າວ ກຸນ ຈິດຕະສອນ ໄດ້ເງິນລາງວັນ 10 ລ້ານກີບ ພ້ອມໃບຢັ້ງຢືນ; ລາງວັນທີ 3 ໄດ້ແກ່ ນາງ ຈິນດາ ພິມພາ ໄດ້ຮັບເງິນລາງວັນ 5 ລ້ານກີບ ພ້ອມໃບຢັ້ງຢືນ.
ໂອກາດດັ່ງກ່າວ, ທ່ານ ວັນສີ ກົວມົວ ໄດ້ກ່າວວ່າ: ງານແຂ່ງຂັນຮ້ອງເພງຈີນໃນຄັ້ງນີ້, ເປັນອີກກິດຈະກຳໜຶ່ງ ທີ່ມີຄວາມໝາຍຄວາມສໍາຄັນຍິ່ງ ຂອງການແລກປ່ຽນວັດທະນະທໍາ ລາວ-ຈີນ ຜ່ານການຮ້ອງເພງ ພ້ອມທັງສະແດງຄວາມຂອບໃຈຕໍ່ ສູນວັດທະນະທໍາຈີນ ທີ່ໄດ້ສ້າງໂອກາດໃຫ້ເຍົາວະຊົນ ແລະ ໄວໜຸ່ມລາວ ທີ່ມີພອນສະຫວັນ ດ້ານການຮ້ອງເພງ ໄດ້ສະແດງຄວາມສາມາດຢ່າງເຕັມທີ່. ພ້ອມທັງຕີລາຄາສູງຕໍ່ຜົນສໍາເລັດຂອງສູນວັດທະນະທຳ ສປ ຈີນ ປະຈຳ ສປປ ລາວ ຕະຫລອດໄລຍະ 10 ປີຜ່ານມາ (2014-2024) ໃນການເຮັດໜ້າທີ່ເປັນຂົວຕໍ່ ທາງດ້ານວັດທະນະທຳ ລະຫວ່າງສອງປະເທດ ລາວ-ຈີນ, ຈີນ-ລາວ.
ທ່ານ ນາງ ຫລີຢີ່ຜິງ ໄດ້ກ່າວວ່າ: ໃນໄລຍະ 10 ປີຜ່ານມາ ສູນວັດທະນະທໍາຈີນ ປະຈໍາ ສປປ ລາວ ໄດ້ສຸມໃສ່ 7 ໜ້າທີ່ຫລັກ ຄື: ເຜີຍແຜ່ສະພາບການປະເທດຈີນ, ຈັດກິດຈະກໍາດ້ານວັດທະນະທໍາ, ການສົນທະນາດ້ານວັດທະນະທໍາ ການສົ່ງເສີມການທ່ອງທ່ຽວ, ຊຸກຍູ້ເຜີຍແຜ່ຂະແໜງການດ້ານວັດທະນະທໍາ ແລະ ທ່ອງທ່ຽວ, ການສິດສອນ ແລະ ການຝຶກອົບຮົມ, ການໃຫ້ບໍລິການດ້ານຂໍ້ມູນ ພ້ອມທັງໄດ້ຈັດກິດຈະກໍາແລກປ່ຽນວັດທະນະທໍາ ແລະ ທ່ອງທ່ຽວ ທັງໝົດ 305 ຄັ້ງ, ມີຜູ້ເຂົ້າຮ່ວມຫລາຍກວ່າ 200.000 ຄົນ, ໃນໄລຍະ 3 ປີ ສື່ມວນຊົນຫລັກຂອງລາວ ແລະ ຈີນໄດ້ລາຍງານຂ່າວສານລວມທັງໝົດ 413 ບົດຂ່າວ. ສູນວັດທະນະທໍາຈີນ ໄດ້ກາຍເປັນປ່ອງປະຕູອັນສຳຄັນ ເພື່ອໃຫ້ປະຊາຊົນລາວ ໄດ້ສຳຜັດກັບວັດທະນະທໍາຈີນ, ເປັນເວທີສໍາຄັນເພື່ອລົງເລິກການຮ່ວມມືດ້ານວັດທະນະທໍາ ແລະ ທ່ອງທ່ຽວ ລາວ-ຈີນ, ເປັນຂົວຕໍ່ທີ່ສຳຄັນໃນການເພີ່ມທະວີ ການແລກປ່ຽນວັດທະນະທໍາ ແລະ ການຮຽນຮູ້ເຊິ່ງກັນ ດ້ານອະລິຍະທໍາ ຂອງສອງປະເທດ ແລະ ເພີ່ມທະວີການໄປມາຫາສູ່ທີ່ດີ ລະຫວ່າງປະຊາຊົນສອງຊາດ, ປະກອບສ່ວນສໍາຄັນໃນການຊຸກຍູ້ການຮ່ວມມືແລກປ່ຽນວັດທະນະທໍາ ແລະ ທ່ອງທ່ຽວ ລາວ-ຈີນ ແລະ ປະກອບສ່ວນສໍາຄັນໃນການສ້າງຄູ່ຮ່ວມຊາຕາກໍາ ລາວ-ຈີນ.
ຂ່າວ: ທະນູທອງ, ພາບ: ເກດສະໜາ




