ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ແຂ່ງຂັນນັກຮ້ອງສຽງດີທີ່ສະຫວັນນະເຂດ

Mar 31, 2025

ໃນລະຫວ່າງວັນທີ 28-30 ມີນາ 2025 ພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ແຂວງສະຫວັນນະເຂດ ຮ່ວມກັບສະມາຄົມສິລະປິນລາວ ສາຂາແຂວງສະຫວັນນະເຂດ ແລະ ສູນການຄ້າສະຫວັນໄອເຕັກ ໄດ້ຮ່ວມກັນຈັດງານປະກວດນັກຮ້ອງສຽງດີ ແລະ ມິນິຄອນເສີດ ເພື່ອຂ່ຳນັບຮັບຕ້ອນ 3 ວັນປະຫວັດ ສາດ ຄື: ວັນສ້າງຕັ້ງ ພັກປະຊາຊົນ ປະຕິວັດລາວ ຄົບຮອບ 70 ປີ, ວັນສະຖາປະນາສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 50 ປີ ແລະ ວັນຄ້າຍວັນເກີດຂອງປະທານໄກສອນ ພົມວິຫານ ຄົບຮອບ 105 ປີ.
ງານດັ່ງກ່າວ ຈັດຂຶ້ນທີ່ສູນການຄ້າສະຫວັນໄອເຕັກ ມີຜູ້ເຂົ້າຮ່ວມປະກວດທັງ ໝົດ 50 ຄົນໃນເບື້ອງຕົ້ນແມ່ນເປັນການຄັດເລືອກຜ່ານສື່ອອນລາຍ ແລະ ສາມາດຄັດເລືອກໄດ້ຕົວຈິງຈຳນວນ 12 ຄົນ,ຍິງ 3 ຄົນ.
ຜົນການແຂ່ງຂັນຄັ້ງນີ້: ອັນດັບທີ 1 ທ້າວ ດຳໃຕ້ ໄກສອນ ໄດ້ຮັບເງິນສົດ 3 ລ້ານກີບ, ອັນດັບທີ 2 ທ້າວ ເບິດ ສາຍນ້ຳຂອງ, ໄດ້ຮັບເງິນສົດ 2 ລ້ານກີບ, ອັນດັບທີ 3 ທ້າວ ດາວັນ ມະໄລທອງ ໄດ້ຮັບເງິນສົດ 1 ລ້ານກີບ.
ສ່ວນລາງວັນຊົມເຊີຍ ໄດ້ຮັບເງິນສົດຄົນລະ 5 ແສນກີບ.
ຂ່າວ – ພາບ: ອັກສອນສິນ ພົມມະຈັນ