ເມື່ອບໍ່ດົນມານີ້, ສະຖາບັນຂົງຈື ມະຫາວິທະຍາໄລແຫ່ງຊາດລາວ ໄດ້ຈັດງານແຂ່ງຂັນອ່ານບົດກະວີຈີນ ຄັ້ງທີ 3 ປະຈໍາປີ 2024 ທີ່ສະໂມສອນສະຖາບັນຂົງຈື ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ຫຼົວໝິງ ຜູ້ອໍານວຍການສະຖາບັນຂົງຈື ຝ່າຍຈີນ, ທ່ານ ນາງ ນິພາພອນ ກັນຍາວົງ ຮອງຜູ້ອໍານວຍການສະຖາບັນຂົງຈືຝ່າຍລາວ.
ການແຂ່ງຂັນແບ່ງອອກເປັນ 2 ຮອບຄື: ຮອບທີ 1 ຄັດເລືອກເອົາ 15 ຄົນ ແລະ ຮອບຊິງຊະນະເລີດ ປະກອບມີ ລາງວັນທີ 1 ມີ 01 ລາງວັນ, ລາງວັນທີ 2 ມີ 03 ລາງວັນ, ລາງວັນທີ 3 ມີ 05 ລາງວັນ ແລະ ລາງວັນຊົມເຊີຍມີ 06 ລາງວັນ.
ຜ່ານການແຂ່ງຂັນສາມາດຄັດເລືອກຜູ້ຊະນະເລີດອັນດັບທີ 1 ໄດ້ແກ່ ນາງ ກະເຢັ້ງຊົ່ງ ເຍ່ຍຈົວ ນັກສຶກສາຫຼັກສູດປະລິນຍາຕີ ສາຂາຄູພາສາຈີນ ປີທີ 2 ສະຖາບັນຂົງຈື, ລາງວັນຊະນະເລີດອັນ ດັບທີ 2 ໄດ້ແກ່ ນາງ ພອນສະຫວັນ ແສນບຸດຕະລາດ, ນາງ ເພັດມະນີວັນ ອິນທະຈັກ, ນາງ ວຽງສະຫວັນ ແລະລາງ ວັນທີ 3 ໄດ້ແກ່ , ທ້າວ ຕົວເຢັງ ວ່າງ, ທ້າວ ແຈກ້ຽງ ລາວຈູງ, ນາງ ຊຸວັນນາ ວົງວິໄລ, ນາງ ປີຍະດາ ແສງອາໄພ ແລະ ທ້າວ ຈັນທະວົງ ພັນວິໄລ.
ໂອກາດນີ້, ທ່ານນາງ ນິພາພອນ ກັນຍາວົງ ຮອງຜູ້ອໍານວຍການ ສະຖາບັນຂົງຈື ຝ່າຍລາວ ໄດ້ມີຄໍາເຫັນວ່າ: ການຮຽນພາສາຈີນນອກຈາກຈະຮຽນໃນຕໍາລາແລ້ວ ກໍຍັງສາມາດຮຽນໄດ້ໂດຍຜ່ານການເລົ່າບົດກາບກອນ, ຜ່ານສຽງເພງ ແລະ ອື່ນໆ ສະນັ້ນ ໃນແຕ່ລະປີ ສຂຈ ໄດ້ຈັດກິດຈະກໍາເສີມທັກສະດ້ວຍຫຼາຍຮູບແບບ ບໍ່ວ່າຈະເປັນການແຂ່ງຂັນຮ້ອງເພງ, ການອ່ານບົດກາບກອນ, ການແຂ່ງເວົ້າພາສາຈີນ, ການແຂ່ງຂັນຂຽນຕົວອັກສອນຈີນ ແລະ ອື່ນໆ.
ການຈັດງານແຂ່ງຂັນໃນຄັ້ງນີ້ແມ່ນເພື່ອສົ່ງເສີມການໃຊ້ພາສາທີ່ມີສິລະປະ, ບົດກະວີຈີນທີ່ບອກເລົ່າຄວາມເປັນມາຂອງພາສາຈີນ ແລະ ວັດທະນະທຳທີ່ມີຄວາມເປັນມາອັນຍາວນານ, ການຮຽນອ່ານບົດກະວີຈີນມີປະໂຫຍດຕໍ່ການຮຽນພາສາຈີນຂອງນັກຮຽນ. ນອກຈາກຈະຊ່ວຍຮູ້ຄໍາສັບພາສາຈີນທີ່ສວຍງາມຈໍານວນຫຼາຍ, ຮູ້ທຳນອງຂອງການເລົ່າບົດກະວີ, ຍັງໄດ້ສໍາຜັດເຖິງຄວາມງົດງາມຂອງພາສາ ແລະ ການສະແດງອອກທີ່ມີສິລະປະ. ເຊິ່ງນັກສຶກສາຫຼັກສູດປະລິນຍາຕີ ສາຂາຄູພາສາຈີນສະໝັກເຂົ້າຮ່ວມການແຂ່ງຂັນຈໍານວນ 49 ຄົນ.
ຂ່າວ: ສະຖາບັນຂົງຈື.





