ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ແຈກຜັກບໍ່ໃຊ້ສານເຄມີໃຫ້ປະຊາຊົນໄປບໍລິໂພກ

Jan 29, 2025

ແຈກຜັກບໍ່ໃຊ້ສານເຄມີໃຫ້ປະຊາຊົນໄປບໍລິໂພກ
ວັນທີ 28 ມັງກອນ 2025, ຢູ່ສູນຄົ້ນຄວ້າກະສິກໍາບ້ານໃໝ່ ເມືອງ ແລະ ແຂວງຫຼວງນໍ້າທາ. ທາງບໍລິສັດ ສີມອນ ພັດທະນາກະສິກຳ ແລະ ບໍລິການ ຂາເຂົ້າ-ຂາອອກ ຈຳກັດ ໄດ້ມີກິດຈະກໍາແຈກຜັກບໍ່ໃຊ້ສານເຄມີໃຫ້ປະຊາຊົນໂດຍບໍ່ເອົາເງິນ (ຟຣີ) ຈຳ ນວນ 2 ຊະນິດ ຄື: ຜັກກາດຂຽວຕີນໝີ ແລະ ຜັກກາດກວາງຕຸງ.
ທ່ານ ນາງ ສີມອນ ແກ້ວວົງເພັດ ຫົວໜ້າບໍລິສັດ ສີມອນ ພັດທະນາກະສິກຳ ແລະ ບໍລິການ ຂາເຂົ້າ-ຂາອອກ ຈຳກັດ ໄດ້ໃຫ້ສໍາພາດວ່າ: ບໍລິສັດໄດ້ເລີ່ມເຮັດສວນປູກຜັກບໍ່ໃຊ້ສານເຄມີເພື່ອເປັນການທົດລອງເພາະຢາກຮູ້ວ່າ ດິນ, ອາກາດ, ນ້ຳ ແລະ ສະພາບແວ້ດລ້ອມໃນເຂດນີ້ເໝາະສົມກັບການປູກພືດຜັກຊະ ນິດໃດ ໂດຍໄດ້ທົດລອງປູກ 3 ຊະນິດຄື: ຜັກກາດຂຽວຕີນໝີ, ຜັກກາດກວາງຕຸງ ແລະ ຫອມປ້ອມ. ນີ້ຖືວ່າມີຄວາມສຳເລັດ, ຜັກໄດ້ອອກເປັນຈໍານວນຫຼາຍ ແລະ ງາມທີ່ສຸດ ຖືວ່າສະພາບແວດລ້ອມອຸດົມສົມບຸນ, ເໝາະແກ່ການປູກຜັກລໍ່ໃຊ້ສານເຄມີຊະນິດດັ່ງກ່າວໄດ້ເປັນຢ່າງດີ , ອີກຢ່າງໜື່ງກໍ່ເພື່ອເປັນການເປີດໃຫ້ສັງຄົມ ແລະ ປະຊາຊົນໄດ້ຮັບຮູ້ວ່າສວນຜັກດັ່ງກ່າວ ແມ່ນຕັ້ງຢູ່ບ້ານໃໝ່, ເມືອງຫຼວງນ້ຳທາ, ແຂວງຫຼວງນ້ຳທາ.
ພາຍຫຼັງຮູ້ວ່າພື້ນທີ່ນີ້ເໝາະສົມກັບການປູກພືດຜັກຊະນິດໃດແດ່ ທາງບໍລິສັດຈຶ່ງຈະວາງແຜນການຈະປູກປະມານ 20-30 ຊະ ນິດ ແລະ ສົ່ງເສີມປະຊາຊົນ ປູກເປັນສິນຄ້າໄປພ້ອມກັນ.
ບໍລິສັດ ສີມອນ ພັດທະນາກະສິກຳ ແລະ ບໍລິການຂາເຂົ້າ-ຂາ ອອກ ຈຳກັດ ໄດ້ລົງທືນເຂົ້າໃນການປູກຜັກໃນເບື້ອງຕົ້ນ ວັນທີ 3 ຕຸລາ 2024 ເປັນຕົ້ນມາ ໂດຍມີເນື້ອທີ່ຈໍານວນ 2 ສູນທັງໝົດ ມີ 14 ເຮັກຕາ,ໄດ້ໃຊ້ທືນທັງໝົດ 2 ຕື້ກີບ, ຊະນິດຜັກທີ່ນໍາມາປູກມີ 7 ຊະນິດຄື: ຜັກຫອມປ້ອມ, ຜັກກາດຂາວ, ຜັກກາດກວາງຕຸງ, ຜັກກາດຕີນໝີ, ແຄລອດ, ຜັກເປິກ ແລະ ໝາກເລັ່ນ.
Cr: ຄໍາຕັນ