ໃນລະຫວ່າງ ວັນທີ 30 ຕຸລາ – 3 ພະຈິກ 2024, ທ່ານ ຄຳລາວັນ ຈັນທະລາວັນ ປະທານອົງການກາແດງແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ສົມທົບກັບອົງການກາແດງແຂວງໄຊຍະບູລີ ໃນການລົງຊ່ວຍເຫຼືອປະຊາຊົນທີ່ຖືກຜົນກະທົບຈາກໄພນໍ້າຖ້ວມຢູ່ 14 ບ້ານ ໃນ 2 ເມືອງ ຂອງແຂວງໄຊຍະບູລີ ຄື: ເມືອງຫົງສາ ມີ 11 ບ້ານ ແລະ ເມືອງເງິນ ມີ 3 ບ້ານ.
ການຊ່ວຍເຫຼືອໃນຄັ້ງນີ້ ເປັນການຊ່ວຍເຫຼືອໃນຮູບແບບແຈກຢາຍເງິນສົດໂດຍບໍ່ມີເງື່ອນໄຂ ທີ່ດຳ ເນີນໂດຍອົງການກາແດງແຫ່ງຊາດລາວ ຊຶ່ງເປັນວິທີການຊ່ວຍເຫຼືອໜຶ່ງທີ່ມີປະສິດທິ ພາບ ແລະ ຖືກຕ້ອງຕາມຄວາມຕ້ອງການຂອງພໍ່ແມ່ປະຊາຊົນທີ່ຜູ້ຖືກຜົນກະທົບ ຈຳນວນ 406 ຄອບຄົວ.
ປະຊາຊົນທີ່ໄດ້ຮັບການຊ່ວຍເຫຼືອ ສາມາດນຳເອົາເງິນດັ່ງກ່າວໄປແກ້ໄຂຊີວິດການເປັນຢູ່ຢ່າງສອດຄ່ອງ ພາຍຫຼັງຖືກກະທົບຈາກໄພນ້ຳຖ້ວມ. ການຊ່ວຍເຫຼືອຮູບແບບເງິນສົດແບບບໍ່ມີເງື່ອນໄຂໃນຄັ້ງນີ້ ໄດ້ແບ່ງອອກເປັນ 3 ລະດັບ ຄື: ຄອບຄົວທີ່ມີສະມາຊິກ 1-5 ຄົນ ໄດ້ຮັບເງິນຄອບຄົວລະ 1,200,000 ກີບ; ຄອບຄົວທີ່ມີສະມາຊິກ 6-10 ຄົນ ຂຶ້ນໄປໄດ້ຮັບເງິນຈຳນວນ 2,000,000 ກີບ, ຄອບຄົວມີສະມາຊິກ 10 ຄົນ ຂຶ້ນໄປໄດ້ຮັບເງິນຈຳນວນ 2,600,000 ກີບ ລວມມູນຄ່າການຊ່ວຍເຫຼືອທັງ ໝົດ 624,200,000 ກີບ ຊຶ່ງໄດ້ຮັບການສະໜັບສະໜູນງົບ ປະມານຈາກອົງການກາແດງສະວິສ ປະຈຳ ສປປ ລາວ.
ຂ່າວ: ອົງການກາແດງແຫ່ງຊາດລາວ





