ແຈ້ງການຂອງກະຊວງການຕ່າງປະເທດ
ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຈະຢ້ຽມຢາມ ອົດສະຕຣາລີ ຢ່າງເປັນທາງການ ແລະ ເຂົ້າຮ່ວມກອງປະຊຸມຍອດສະໄໝພິເສດເພື່ອສະເຫຼີມສະຫຼອງການພົວພັນຮ່ວມມືອາຊຽນ-ອົດສະຕຣາລີ ຄົບຮອບ 50 ປີ, ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ພະນະທ່ານແອນໂທນີ ອານບານີຊີ, ນາຍົກລັດຖະມົນຕີແຫ່ງ ອົດສະຕຣາລີ, ພະນະທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະຈະເດີນທາງໄປຢ້ຽມຢາມ ອົດສະຕຣາລີ ຢ່າງເປັນທາງການ, ໃນວັນທີ 4-7 ມີນາ 2024, ເພື່ອເປັນການຮັດແໜ້ນສາຍພົວພັນມິດຕະພາບອັນຍາວນານແລະການຮ່ວມມືອັນດີງາມລະຫວ່າງສາທາລະນະລັດປະຊາທິປະໄຕປະຊາຊົນລາວ ແລະອົດສະຕຣາລີ ໃຫ້ໄດ້ຮັບການພັດທະນາຍິ່ງໆຂຶ້ນ.

ໃນໂອກາດດຽວກັນນີ້, ພະນະທ່ານ ນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ແລະ ຄະນະ ຈະໄດ້ເຂົ້າຮ່ວມກອງປະຊຸມສຸດຍອດສະໄໝພິເສດເພື່ອສະເຫຼີມສະຫຼອງການພົວພັນຮ່ວມມືອາຊຽນ-ອົດສະຕຣາລີ ຄົບຮອບ 50 ປີ, ທີ່ຈະຈັດຂຶ້ນໃນວັນທີ 5-6 ມີນາ 2024 ທີ່ ເມືອງ ເມວເບິນ, ອົດສະຕຣາລີ. ໃນນາມປະທານອາຊຽນປິ 2024 ແລະ ໃນນາມປະເທດປະສານງານການພົວພັນອາຊຽນ-ອົດສະຕຣາລີ, ພະນະທ່ານ ນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ຈະໄດ້ເປັນປະທານຮ່ວມກອງປະຊຸມສຸດຍອດດັ່ງກ່າວຮ່ວມກັບ ພະນະທ່ານ ນາຍົກລັດຖະມົນຕີແອນໂທນີ ອານບານີຊີ. ກອງປະຊຸມສຸດຍອດເພື່ອທົບທວນການຮ່ວມມື ລະຫວ່າງ ອາຊຽນ ແລະ ອົດສະຕຣາລີ ໃນໄລຍະ 5 ທົດສະວັດຜ່ານມາ ແລະ ກຳນົດທິດທາງການຮ່ວມມືໃນຕໍ່ໜ້າ.
ພ້ອມດຽວກັນນີ້, ພະນະທ່ານ ນາຍົກລັດຖະມົນຕີສອນໄຊ ສີພັນດອນ ຍັງມີແຜນຈະພົບປະສອງຝ່າຍກັບບາງປະເທດສະມາຊິກອາຊຽນ ແລະຄູ່ເຈລະຈາອາຊຽນ ເພື່ອປຶກສາຫາລືຮ່ວມກັນໃນການຂະຫຍາຍການພົວພັນຮ່ວມມືສອງຝ່າຍໃນຕໍ່ຫນ້າ.


