ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ແຈ້ງການຂອງກະຊວງການຕ່າງປະເທດ

Jan 16, 2025

ໂດຍຕອບຮັບຕາມການເຊື້ອເຊີນ ຂອງ ພະນະທ່ານ ອິຊິບະ ຊິເງະຣຸ ນາຍົກລັດຖະມົນຕີ ແຫ່ງ ປະເທດຍີ່ປຸ່ນ, ພະນະທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍພັນລະຍາ ແລະ ຄະນະຈະເດີນທາງໄປຢ້ຽມຢາມເຮັດວຽກທາງການ ຢູ່ ປະເທດຍີ່ປຸ່ນ ໃນລະຫວ່າງວັນທີ 20-23 ມັງກອນ 2025 ເພື່ອສືບຕໍ່ເພີ່ມທະວີຮັດແໜ້ນສາຍພົວພັນມິດຕະພາບ ອັນເປັນມູນເຊື້ອ ແລະ ການຮ່ວມມືອັນດີງາມ ໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສປປ ລາວ ແລະ ຍີ່ປຸ່ນ ຄົບຮອບ 70 ປີ.
May be an image of 1 person, dais and text