ກະຊວງປ້ອງກັນຄວາມສະຫງົບ ໃນນາມເປັນເສນາທິການໃຫ້ແກ່ລັດຖະບານ ໃນການປະສານສົມທົບກັບຂະແໜງການທີ່ກ່ຽວຂ້ອງ ຂໍຖືເປັນກຽດ ແຈ້ງມາຍັງທຸກພາກສ່ວນທີ່ກ່ຽວຂ້ອງດັ່ງນີ້:

ບໍ່ອະນຸຍາດໃຫ້ບຸກຄົນ, ນິຕິບຸກຄົນ, ພະນັກງານ, ລັດຖະກອນ, ນັກທຸລະກິດ, ພໍ່ຄ້າຊາວຂາຍ, ພົນລະເມືອງລາວ, ຄົນຕ່າງດ້າວ, ຄົນຕ່າງປະເທດ ແລະ ຄົນບໍ່ມີສັນຊາດ ທີ່ດຳລົງຊີວິດຢູ່ດິນແດນ ສປປ ລາວ ມີໄວ້ຄອບຄອງອາວຸດ ແລະ ວັດຖຸລະເບີດ ທີ່ບໍ່ຖືກຕ້ອງ ຕາມກົດໝາຍ ແລະ ລະບຽບການ ຢ່າງເດັດຂາດ;
ກໍລະນີ ຫາກມີອາວຸດ ແລະ ວັດຖຸລະເບີດທີ່ບໍ່ຖືກຕ້ອງ ໄວ້ໃນຄອບຄອງ ແມ່ນໃຫ້ມອບ ແລະ ສົ່ງຄືນໃຫ້ເຈົ້າໜ້າທີ່ຕຳຫຼວດ ກອງບັນຊາການປ້ອງກັນຄວາມສະຫງົບເມືອງ, ນະຄອນ, ແຂວງທີ່ຕົນອາໃສຢູ່ ນັບແຕ່ວັນທີ່ອອກແຈ້ງການສະບັບນີ້ເປັນຕົ້ນໄປ ແລະ ບໍ່ໃຫ້ກາຍວັນທີ 31 ຕຸລາ 2026 ຖ້າກາຍກໍານົດເວລາດັ່ງກ່າວແລ້ວ ເຈົ້າໜ້າທີ່ຈະໄດ້ໃຊ້ມາດຕະການຕາມກົດໝາຍ ແລະ ລະບຽບການ
ກໍລະນີ ທີ່ບຸກຄົນ, ນິຕິບຸກຄົນ, ພະນັກງານ, ລັດຖະກອນ, ນັກທຸລະກິດ, ພໍ່ຄ້າຊາວຂາຍ, ພົນລະເມືອງລາວ, ຄົນຕ່າງດ້າວ, ຄົນຕ່າງປະເທດ ແລະ ຄົນບໍ່ມີສັນຊາດ ທີ່ດຳລົງຊີວິດຢູ່ດິນແດນ ສປປ ລາວ ຫາກບໍ່ໃຫ້ການຮ່ວມມື, ແກ້ໄຂ ແລະ ສົ່ງຄືນອາວຸດທີ່ຄອບຄອງບໍ່ຖືກຕ້ອງ ຕາມກຳນົດເວລາທີ່ກຳນົດໄວ້ໃນແຈ້ງການສະບັບນີ້ນັ້ນ, ຫາກສືບຕໍ່ຍັງມີການລະເມີດຖ້າເຈົ້າໜ້າທີ່ກວດພົບເຫັນ ຈະຖືກດໍາເນີນຄະດີໃນສະຖານເບົາ ຫຼື ໜັກ ຕາມທີ່ໄດ້ກຳນົດໄວ້ໃນ ກົດໝາຍ ແລະ ລະບຽບການຢ່າງເຂັ້ມງວດ;
ຈຸດສົ່ງ-ມອບອາວຸດ ຂອງບຸກຄົນ, ນິຕິບຸກຄົນ, ນັກທຸລະກິດ, ພໍ່ຄ້າຊາວຂາຍ, ພົນລະເມືອງລາວ, ຄົນຕ່າງດ້າວ, ຄົນຕ່າງປະເທດ ແລະ ຄົນບໍ່ມີສັນຊາດ ທີ່ດຳລົງຊີວິດຢູ່ດິນແດນ ສປປ ລາວ ທີ່ມີອາວຸດໄວ້ໃນຄອບຄອງໂດຍບໍ່ຖືກຕ້ອງຕາມກົດໝາຍ ໃຫ້ເຈົ້າໜ້າທີ່ຕຳຫຼວດປ້ອງກັນຄວາມສະຫງົບ ເພື່ອເກັບກຳ, ທ້ອນໂຮມ ຄື:
ຢູ່ຂັ້ນກະຊວງ ມາສົ່ງ-ມອບໃຫ້ ຢູ່ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ;

ຢູ່ຂັ້ນນະຄອນຫຼວງ, ແຂວງ ມາສົ່ງ-ມອບໃຫ້ ຫ້ອງການກອງບັນຊາການປ້ອງກັນຄວາມສະຫງົບນະຄອນຫຼວງ ແລະ ແຂວງ; ຢູ່ຂັ້ນເມືອງ, ນະຄອນ ມາສົ່ງ-ມອບໃຫ້ ຫ້ອງການ ກອງບັນຊາການປ້ອງກັນຄວາມສະຫງົບເມືອງ ແລະ ນະຄອນ.
公安部公告
一段时间以来,老挝社会上出现了一系列持枪抢劫、恐吓、谋杀等无视法律法规、滥用武器的消极现象,侵害了国民的健康、生命和财产,严重影响和破坏了政治稳定、国家安全以及经济和社会秩序。为了落实老挝总理关于收缴枪支武器和爆炸物的命令和老挝国防部、公安部关于收缴全国范围内的枪支武器和爆炸物的命令,确保收缴非法持有和使用的枪支武器和爆炸物工作得到迅速、及时、统一和有效地推进,以遏制和肃清上述问题,维护社会的和平安宁。


公安部作为政府的参谋部门联合相关部门,谨向所有相关各方公告如下:
坚决禁止在老生活的个人、法人、工作人员、公务员、商人、摊贩、老挝公民、侨民、外籍人士以及无国籍人士非法持有武器和爆炸物;如非法持有武器和爆炸物的,须自本公告发布日起,于2026年10月31日前向所在的县和市级公安机关上缴非法物品,超过时限后公安机关将依法依规进行处理;
在本公告规定的期限内,在老挝生活的个人、法人、工作人员、公务员、商人、摊贩、老挝公民、侨民、外籍人士以及无国籍人士如有未按规定上缴其非法持有的武器,继续违反规定的,公安机关一经发现将参照法律之规定按其情节的轻重严格法办;
为方便接收和汇总,在老生活的个人、法人、工作人员、公务员、商人、摊贩、老挝公民、侨民、外籍人士以及无国籍人士可以前往以下各级别公安机关上缴其非法持有的武器:
部级上缴点:公安部户籍和基层建设管理司;
首都及省级上缴点:首都公安局和各省公安厅;
县/市级上缴点:各县、市公安局。


