ເຖິງຜູ້ໂດຍສານທີ່ຮັກແພງທຸກທ່ານ:
ເພື່ອເປັນການຕອບສະໜອງ ແລະ ອໍານວຍຄວາມສະດວກໃຫ້ແກ່ຜູ້ໂດຍສານທັງພາຍໃນ ແລະ ຕ່າງປະເທດໃນການເດີນທາງ, ສະນັ້ນ ນັບແຕ່ວັນທີ 23 ຕຸລາ 2024 ເປັນຕົ້ນໄປລົດໄຟ EMU ຂະບວນ C98,C97 ຂອງບໍລິສັດ ທາງລົດໄຟລາວ-ຈີນ ຈຳກັດ ທີ່ແລ່ນໄປກັບຈາກນະຄອນຫຼວງວຽງຈັນຫາຫຼວງພະບາງໃນແຕ່ ລະມື້ ແມ່ນໄດ້ກັບມາໃຫ້ບໍລິການຄືນເປັນປົກກະຕິແລ້ວ ແລະ ໄດ້ເພີ່ມຂະບວນລົດໄຟຜູ້ໂດຍສານສອງຂະບວນຕໍ່ໃສ່ກັນໃນທຸກວັນ ສຸກ,ວັນເສົາ ແລະ ວັນອາທິດ ຄືຖ້ຽວ C98/C97ທີ່ຈະແລ່ນໄປກັບຈາກນະຄອນຫຼວງວຽງຈັນ ຫາ ຫຼວງພະບາງ ແລະ ຖ້ຽວ C82/C81 ທີ່ຈະແລ່ນໄປກັບຈາກນະຄອນຫຼວງວຽງຈັນ ຫາ ບໍເຕ່ນ ເລີ່ມແຕ່ວັນທີ 25 ຕຸລາ 2024 ເປັນຕົ້ນໄປ ທ່ານສາມາດກວດເບິ່ງເວລາເດີນລົດໄດ້ທັງຫມົດໃນຕາຕະລາງລຸ່ມນີ້.
ບໍລິສັດ ທາງລົດໄຟລາວ-ຈີນ ຈຳກັດ ຂໍຂອບໃຈມາຍັງຜູ້ໂດຍ ສານທຸກທ່ານທີ່ໃຫ້ການສະໜັບສະໜູນພວກເຮົາມາໂດຍຕະຫຼອດ




