ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ແຈ້ງປະຊາຊົນຢູ່ລຽບຕາມສາຍນ້ຳຄານ ກໍລະນີ ລົດບັນທຸກເຄມີປິ້ນ ຫ້າມລົງນ້ຳຫ້າມເກັບປາເດັດຂາດ

Apr 4, 2024

ຈາກກໍລະນີລົດບັນທຸກເສຍຫຼັກປີ້ນ ເຮັດໃຫ້ສານເຄມີໄຫຼລົງຫ້ວຍ ຢູ່ຂົວບ້ານພູຊ້າງຄຳ ນະຄອນຫຼວງພະບາງ ແຂວງຫຼວງພະບາງ ໃນວັນທີ 03 ເມສາ 2024 ເວລາປະມານ 15:30 ໂມງ. ຕອນນີ້ ປາຢູ່ຕາມນ້ຳຫ້ວຍເລີ່ມຕາຍ ແລະຟູຂຶ້ນຕາມໜ້ານ້ຳມີປະຊາຊົນຈຳນວນໜຶ່ງທີ່ບໍຮູ້ໄດ້ໄປເກັບເອົາ.
ຕໍ່ເຫດການຄັ້ງນີ້ເຈົ້າໜ້າທີ່ໄດ້ແຈ້ງມາຍັງປະຊາຊົນເຂດດັ່ງກ່າວ ໂດຍສະເພາະນັບແຕ່ບ້ານຫາດຫ່ຽນລົງມາແມ່ນຫ້າມປະຊາຊົນບໍ່ໃຫ້ລົງນ້ຳເປັນອັນຂາດ ເພາະສານເຄມີຈະເຮັດໃຫ້ຕີນມືເປື່ອຍໄດ້, ເຊັ່ນດຽວກັນກັບປາທີ່ຕາຍກໍ່ຫ້າມເກັບມາບໍລິໂພກ ທັງປາ ແລະນ້ຳແມ່ນຍັງປົນເປື້ອນສານເຄມີ ດັ່ງນັ້ນ, ຜູ້ຢູ່ລຽບຕາມສາຍນ້ຳຄານຂໍໃຫ້ບອກຕໍ່ໆກັນເພື່ອຄວາມປອດໄພຂອງທຸກຄົນ.