ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ແຈ້ງປິດເສັ້ນທາງ

Nov 14, 2024

ໂຄງການ ບໍາບັດນໍ້າເປື້ອນ ນະຄອນຫຼວງວຽງຈັນ ພາຍໃຕ້ເງິນກູ້ຢືມ ບໍ່ມີດອກເບ້ຍ ຈາກ ລັດຖະບານ ຮົງການລີ. ປະຈຸບັນແມ່ນມີຄວາມຄືບໜ້າ ປະມານ 70% ຂອງແຜນການ, ໂຄງການແມ່ນ ໄດ້ເລີ້ມວາງທໍ່ເກັບເອົານໍ້າເປື້ອນຈາກຕົວເມືອງ ນັບແຕ່ຕົ້ນປີ 2024 ເປັນຕົ້ນມາ ການວາງທໍ່ໃນເຂດພື້ນ ທີ່ຮັບນໍ້າເປື້ອນ ຮ່ອງແກ, ຮ່ອງອ້ວຍລ້ວຍ ແລະ ຮ່ອງໂພນທັນ ເພື່ອໄປບຳບັດຢູ່ໂຮງງານເຂດ ບ້ານຂາມງອຍ, ເມືອງ ໄຊເສດຖາ ນະຄອນຫຼວງ ວຽງຈັນ ດ້ວຍລະບົບສາຍທໍ່ສົ່ງ ແລະ ປໍ້າສູບສົ່ງນໍ້າເປື້ອນ.
ພາຍຫຼັງລະດູຝົນຜ່ານໄປ ໂຄງການແມ່ນກັບມາເລີ້ມກໍ່ສ້າງວາງທໍ່ລຽບແຄມຮ່ອງເພື່ອໃຫ້ສໍາເລັດຕາມ ກຳນົດເວລາ ເຊິ່ງຈະມີການຕັດ, ຂຸດເສັ້ນທາງ ແລະ ມີການປິດເສັ້ນທາງຊົ່ວຄາວໃນໄລຍະ ວັນເສົາ ແລະ ວັນ ອາທີດ ທີ 16-17/11/2024 ຢູ່ເຂດຖະໜົນບູລິຈັນ ນັບ ແຕ່ບ້ານສະພັງໝໍ້ ຫາ ເຂດໜ້າໂຮງແຮມເມືອງເທັງ (ໂດຍສະ ເພາະເຂດໜ້າຄອກມ້າ ຫຼື ໜ້າຮ້ານ Rimping ບ້ານສະພັງໝໍ້)
ຖ້າທ່ານໃດມີແຜນເດີນທາງໄປເຂດດັ່ງກ່າວ ໃຫ້ເວັ້ນໄປ ໃຊ້ເສັ້ນທາງອື່ນກ່ອນ ຫຼື ທ່ານໃດທີ່ມີເຮືອນຢູ່ອາໃສເຂດນັ້ນທີ່ເດີນ ທາງໄປມາເຂດດັ່ງກ່າວ ໃຫ້ລະມັດລະວັງ ໃນການຂັບຂີ່ ແລະ ໃຫ້ປະຕິບັດຕາມ ເຈົ້າໜ້າທີ່ອໍານວຍຄວາມສະດວກໃນການໂບກລົດ ຫຼື ໄປຕາມເສັ້ນທາງເວັ້ນທີທາງເຈົ້າໜ້າໄດ້ກຳນົດໄວ້.
ໃນການກໍ່ສ້າງວາງທໍ່ ແມ່ນມີແຜນໃຫ້ສໍາເລັດ ໃນ 2 ວັນດັ່ງ ກ່າວ ຖ້າມີສິ່ງກີດຂວາງໃຕ້ດິນທີ່ ເໜືອຄວາມຄາດໝາຍເຮັດໃຫ້ບໍ່ສໍາເລັດຕາມແຜນການທີ່ວາງໄວ້ ຫຼື ສໍາເລັດກ່ອນໂຄງການແມ່ນ ຈະແຈ້ງໃຫ້ຊາບຕາມພາຍຫຼັງຕື່ມ.