ພະຍາກອນອາກາດແຕ່ເວລາ 07 ໂມງ ຂອງວັນທີ 12/09/2024 ຫາ ເວລາ 07 ໂມງ ຂອງວັນທີ 13/09/2024
ຮ່ອງຄວາມກົດດັນອາກາດດໍາ ຍັງພາດຜ່ານຢູ່ພາກເໜືອ ຫາ ພາກກາງຂອງປະເທດລາວ, ສົມທົບກັບລົມມໍລະສຸມ ດາເວັນຕົກສ່ຽງໃຕ້ພັດປົກຄຸມ, ຊຶ່ງຈະເຮັດໃຫ້ ຈະມີຝົນຕົກໃນລະດັບຄ່ອຍ ຫາ ປານກາງຢູ່ໃນແຕ່ລະພາກ ແລະ ຈະຕົກໜັກ ຢູ່ບາງທ້ອງຖິ່ນ ພ້ອມມີລົມພັດແຮງເປັນບາງໂອກາດ. ເນື່ອງຈາກສະພາບຝົນຕົກໃນໄລຍະຫຼາຍມື້ຜ່ານມາ ໄດ້ເຮັດໃຫ້ ລະດັບ ນໍ້າ ນໍ້າຂອງເພີ່ມຂຶ້ນສູງ ໂດຍສະເພາະ ສະຖານີຫຼວງພະບາງ, ແຂວງຫຼວງພະບາງ ແລະ ອ່າງຮັບນໍ້າ ເຊຈຳພອນ, ສະຖານີ ແກ້ງ ກອກ, ເມືອງເຊຈຳພອນ, ແຂວງສະຫວັນນະເຂດ ລະດັບນໍ້າໄດ້ຂື້ນກາຍເຂດເຕືອນໄພແລ້ວ ແລະ ສະຖານີນະຄອນຫຼວງວຽງ ຈັນຫຼັກ4 (km4) ລະດັບນໍ້າໃກ້ຈະຂຶ້ນຮອດເຂດເດືອນໄພ. ຄາດວ່າໃນ ວັນທີ 12 ຫາ 13 ກັນຍາ 2024 ລະດັບນໍ້າຈະມີທ່າ ອ່ຽງເພີ່ມຂື້ນຕື່ມອີກ.
ດັ່ງນັ້ນ, ຈຶ່ງແຈ້ງເຕືອນເຖິງ ປະຊາຊົນບັນດາເຜົ່າ ແລະ ອົງການປົກຄອງທ້ອງຖິ່ນທຸກພາກສ່ວນ ທີ່ອາໄສຢູ່ຕາມແຄມ ແມ່ນໍ້າຂອງໃນນະຄອນຫຼວງວຽງຈັນ ໂດຍສະເພາະເຂດພື້ນທີ່ຕໍ່ຢູ່ລຽບຕາມແຄມແມ່ນໍ້າຂອງ ແລະ ພາກເໜືອ ໂດຍສະເພາະ ຢູ່ ສູນບ້ານປ່າຂາມ ນະຄອນຫຼວງພະບາງ ແລະ ພາກກາງ ຢູ່ໃກ້ລຽບແມ່ນໍ້າເຊຈຳພອນ, ເມືອງເຊຈຳພອນ, ແຂວງ ສະຫວັນ ນະເຂດ, ທີ່ອາດຈະເຮັດໃຫ້ເກີດນໍ້າຖ້ວມຊູ, ນໍ້າຖ້ວມຂັງ ໃນ 1 ຫາ 2 ວັນຕໍ່ໜ້ານີ້, ຈຶ່ງກຽມພ້ອມຮັບມື ຕໍ່ສະພາບນໍ້າຖ້ວມ ທີ່ອາດຈະເກີດຂຶ້ນ ພ້ອມທັງກະກຽມຍົກຍ້າຍວັນຖຸສິ່ງຂອງທີ່ມີຄໍາ ແລະ ສັດລ້ຽງໄປໄວ້ບ່ອນທີ່ປອດໄພ, ຂໍໃຫ້ຕິດຕາມຂ່າວ ພະຍາກອນອາກາດ ແລະ ລະດັບນໍ້າ ຈາກກົມອຸຕຸນິຍົມ ແລະ ອຸທົກກະສາດ ຢ່າງຕໍ່ເນື່ອງ.
ພາກເໜືອດ້ານຕາເວັນອອກ (ຜົ້ງສາລີ, ຫົວພັນ ແລະ ຊຽງຂວາງ): ຈະມີຝົນຕົກຟ້າຮ້ອງ ຟ້າເຫຼື້ອມໃນລະດັບຄ່ອຍ ຫາ ປານກາງຢູ່ ເກືອບທົ່ວໄປ ແລະ ຈະຕົກໜັກຢູ່ບາງທ້ອງຖິ່ນ ພ້ອມມີລົມພັດແຮງເປັນບາງໂອກາດ ຫຼື ເນື້ອທີ່ປົກຫຸ້ມຂອງຝົນເທົ່າກັບ 60% ຂອງ ພາກ. ອຸນຫະພູມໃນລະຫວ່າງ 19 – 26 ອົງສາ.
ພາກເໜືອດ້ານຕາເວັນຕົກ (ແຂວງ ຫຼວງນໍ້າທາ, ບໍ່ແກ້ວ, ອຸດົມໄຊ, ຫຼວງພະບາງ ແລະ ໄຊຍະບູລີ): ຈະມີຝົນຕົກຟ້າຮ້ອງ ຟ້າເຫຼື້ອມໃນລະດັບຄ່ອຍ ຫາ ປານກາງຢູ່ທົ່ວໄປ ແລະ ຈະຕົກໜັກຢູ່ບາງທ້ອງຖິ່ນ ພ້ອມມີລົມພັດແຮງເປັນບາງໂອກາດ ຫຼື ເນື້ອທີ່ປົກຫຸ້ມຂອງຝົນເທົ່າກັບ 65% ຂອງຍາກ. ອຸນຫະພູມໃນລະຫວ່າງ 22 – 32 ອົງສາ.
ນະຄອນຫຼວງວຽງຈັນ: ຈະມີຝົນຕົກຟ້າຮ້ອງ ຟ້າເຫຼື້ອມໃນລະດັບຄ່ອຍ ແລະ ຈະຕົກໃນລະດັບປານກາງຢູ່ບາງບໍລິເວນ ພ້ອມມີລົມພັດແຮງເປັນບາງໂອກາດ ຫຼື ເນື້ອທີ່ປົກຫຸ້ມຂອງຝົນເທົ່າກັບ 50%. ອຸນຫະພູມໃນລະຫວ່າງ 25 – 32 ອົງສາ.
ພາກກາງ (ແຂວງ ວຽງຈັນ, ບໍລິຄຳໄຊ, ຄຳມ່ວນ ແລະ ສະຫວັນນະເຂດ): ຈະມີຝົນຕົກຟ້າຮ້ອງ ຟ້າເຫຼື້ອມໃນລະດັບຄ່ອຍ ຫາ ປານກາງຢູ່ເກືອຍທົ່ວໄປ ແລະ ຈະຕົກໜັກຢູ່ບາງທ້ອງຖິ່ນ ພ້ອມມີລົມພັດແຮງເປັນບາງໂອກາດ ຫຼື ເນື້ອທີ່ປົກຫຸ້ມຂອງຝົນເທົ່າກັບ 70%ຂອງພາກ. ອຸນຫະພູມໃນລະຫວ່າງ 23 – 32 ອົງສາ.
ແຂວງໄຊສົມບູນ: ຈະມີຝົນຕົກໃນລະດັບຄ່ອຍຢູ່ທົ່ວໄປ ແລະ ຈະຕົກໃນລະດັບປານກາງ ຫາ ໜັກຢູ່ບາງບໍລິເວນ ພ້ອມມີລົມພັດແຮງເປັນບາງໂອກາດ ຫຼື ເນື້ອທີ່ປົກຫຸ້ມຂອງຝົນເທົ່າກັບ 60%. ອຸນຫະພູມໃນລະຫວ່າງ 20 – 29 ອົງສາ.
ພາກໃຕ້ (ແຂວງ ສາລະວັນ, ຈຳປາສັກ, ເຊກອງ ແລະ ອັດຕະປື): ຈະມີຝົນຕົກຟ້າຮ້ອງ ຟ້າເຫຼື້ອມໃນລະດັບຄ່ອຍ ຫາ ປານກາງຢູ່ເກືອບທົ່ວໄປ ແລະ ຈະຕົກໜັກຢູ່ບາງທ້ອງຖິ່ນ ພ້ອມມີລົມພັດແຮງເປັນບາງໂອກາດ ຫຼື ເນື້ອທີ່ປົກຫຸ້ມຂອງຝົນເທົ່າກັບ 60% ຂອງພາກ. ອຸນຫະພູມໃນລະຫວ່າງ 24 – 32 ອົງສາ.
ສໍາລັບ ເຂດພູພຽງບໍລະເວນ ຈະມີຝົນຕົກຟ້າຮ້ອງ ຟ້າເຫຼື້ອມໃນລະດັບຄ່ອຍ ຫາ ປານກາງ ພ້ອມມີລົມພັດແຮງເປັນບາງໂອກາດ ຫຼືເນື້ອທີ່ປົກຫຸ້ມຂອງຝົນເທົ່າກັບ 50%. ອຸນຫະພູມໃນລະຫວ່າງ 17-27 ອົງສາ.



