ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ແຈ້ງເຕືອນໄພນໍ້າຖ້ວມ ປະຈໍາເຊົ້າວັນທີ 14 ກັນຍາ 2024

Sep 14, 2024

ຄວາມກົດດັນອາກາດຕໍ່າ ຍັງຈະສືບຕໍ່ພາດຜ່ານຢູ່ພາກກາງຂອງ ປະເທດລາວ, ສົມທົບກັບລົມມໍລະສຸມຕາເວັນຕົກສ່ຽງໃຕ້ພັດປົກຄຸມ. ຊຶ່ງຈະເຮັດໃຫ້ ຈະມີຝົນຕົກໃນລະດັບຄ່ອຍ ຫາ ປານກາງຢູ່ໃນແຕ່ລະພາກ ແລະ ຈະຕົກໜັກຢູ່ບາງທ້ອງຖິ່ນ ພ້ອມມີລົມພັດແຮງເປັນບາງໂອກາດ. ເນື່ອງຈາກສະພາບຝົນຕົກໃນໄລຍະຫລາຍມື້ຜ່ານມາ ໄດ້ເຮັດໃຫ້ລະດັບນໍ້າ ນໍ້າຂອງເພີ່ມຂຶ້ນສູງ ໂດຍສະເພາະ ສະຖານີຫລວງພະບາງ, ແຂວງຫລວງພະບາງ ແລະ ສະຖານີວຽງຈັນ (ທ່າເຮືອຫລັກ 4), ເມືອງສີສັດຕະນາກ ນະ ຄອນຫລວງວຽງຈັນ ລະດັບນໍ້າໄດ້ຂື້ນສູງກາຍເຂດ ອັນຕະລາຍແລ້ວ.
ສໍາລັບ ສະຖານີປາກລາຍ ເມືອງປາກລາຍ ແຂວງໄຊຍະບລີ ແລະ ສະຖານີ ປາກຊັນ, ແຂວງບໍລິຄາໄຊ ລະດັບນໍ້າໃກ້ຈະ ຂື້ນຮອດລະດັບເຕືອນໄພ ແລະ ຈະມີທ່າອ່ຽງເພີ່ມຂຶ້ນຮອດລະດັບເຕືອນໄພ ໃນລະຫວ່າງ 1 ຫາ 2 ວັນຕໍ່ໜ້າ. ສະເພາະ ອ່າງຮັບນໍ້າໍເຊຈາພອນ, ສະຖານີ ແກ້ງກອກ, ເມືອງເຊຈໍາພອນ, ແຂວງສະຫວັນນະເຂດ ລະດັບນໍ້າໄດ້ຂື້ນ ກາຍເຂດເຕືອນໄພແລ້ວ ແລະ ລະດັບນໍ້າຈະມີທ່າອ່ຽງເພີ່ມຂື້ນຕື່ມອີກ.
ດັ່ງນັ້ນ, ຈຶ່ງແຈ້ງເຕືອນເຖິງ ປະຊາຊົນບັນດາເຜົ່າ ແລະ ອົງການປົກຄອງ ທ້ອງຖິ່ນທຸກພາກສ່ວນ ໂດຍສະເພາະເຂດທີ່ຢູ່ພື້ນທີ່ຕໍ່າລຽບຕາມແຄມ ແມ່ນໍ້າຂອງ ເມືອງປາກແບງ ແຂວງອຸດົມໄຊ, ນະຄອນຫລວງພະບາງ ແຂວງຫລວງພະບາງ, ເມືອງປາກລາຍ ແຂວງໄຊຍະບູລີ, ເມືອງສີໂຄດຕະບອງ, ເມືອງສີສັດຕະນາກ, ເມືອງຫາດຊາຍຟອງ, ເມືອງປາກງື່ມ ນະຄອນຫລວງວຽງຈັນ ແລະ ຜູ່ທີ່ອາໄສຢູ່ໃກ້ລຽບ ແມ່ນໍ້າເຊຈໍາພອນ ເມືອງເຊຈໍາພອນ ແຂວງສະຫວັນນະເຂດ ຈົ່ງມີສະຕິລະວັງຕໍ່ສະພາບຝົນຕົກຕໍ່ເນື່ອງ ທີ່ອາດຈະເຮັດໃຫ້ເກີດ ນໍ້າຖ້ວມຍື່ງ ແລະ ນ ້າຖ້ວມຂັງ ໃນໄລຍະ 1 ຫາ 2 ວັນຕໍ່ໜ້ານີ້. ຈຶ່ງຮຽກຮ້ອງ ໃຫ້ທຸກພາກສ່ວນຈົ່ງກຽມພ້ອມຍົກຍ້າຍວັດຖຸສິ່ງຂອງທີ່ມີຄ່າ ແລະ ສັດລ້ຽງ ໄປໄວ້ບ່ອນທີ່ປອດໄພ ແລະ ຂໍໃຫ້ຕິດຕາມຂ່າວ ພະຍາກອນອາກາດ ແລະ ອຸທົກກະສາດ ຢ່າງຕໍ່ເນື່ອງ.