ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ແຈ້ງເຕືອນໄພນໍ້າຖ້ວມ ປະຈໍາວັນທີ 14 ກັນຍາ 2024, ເວລາ 12:00 ໂມງ

Sep 14, 2024

ຮ່ອງຄວາມກົດດັນອາກາດຕໍ່າໄດ້ພາດຜ່ານຢູ່ເຂດພາກເໜືອ ດ້ານຕາເວັນຕົກ ລົງຫາ ພາກກາງຂອງປະເທດລາວ, ສົມທົບກັບ ລົມມໍລະສຸມຕາເວັນຕົກສ່ຽງໃຕ້ທີ່ມີກໍາລັງແຮງພັດປົກຄຸມ, ຊຶ່ງຈະເຮັດໃຫ້ ມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ຫາ ປານ ກາງຢູ່ທົ່ວໄປ ແລະ ຈະມີຝົນຕົກໜັກ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນໃນແຕ່ລະພາກ. ເນື່ອງຈາກໃນໄລຍະ 1 ຫາ 2 ວັນຕໍ່ໜ້ານີ້ ຝົນຍັງຈະສືບຕໍ່ຕົກໃນລະດັບ ປານກາງ ຫາ ໜັກ ໃນແຕ່ລະພາກ, ຊຶ່ງຈະເຮັດໃຫ້ລະດັບນໍ້າ ໂດຍສະເພາະ ລະດັບນໍ້າຂອງຍັງຈະສືບຕໍ່ເພີ່ມຂຶ້ນຕື່ມອີກເຊັ່ນ: ສະຖານີຫລວງພະບາງ, ນະຄອນ ຫລວງພະບາງ ລະດັບນໍ້າ ເວລາ 9:00 ໂມງເຊົ້າ ຂອງວັນທີ 14 ກັນຍາ 2024 ແທກໄດ້ 18.53 ແມັດ, ໄດ້ຂຶ້ນກາຍລະດັບນໍ້າ ຖ້ວມແລ້ວ (ລະດັບເຕືອນໄພ 17.50 ແມັດ; ລະດັບນໍ້າຖ້ວມ 18.50 ແມັດ), ສະຖານີ ວຽງຈັນ (ທ່າເຮືອຫລັກ 4), ເມືອງສີສັດຕະນາກ ນະຄອນຫລວງວຽງຈັນ ລະດັບນໍ້າ ເວລາ 10:00 ໂມງເຊົ້າ ແທກໄດ້ 13.01 ແມັດ, ໄດ້ຂຶ້ນກາຍ ລະດັບນໍ້າຖ້ວມແລ້ວ (ລະດັບເຕືອນໄພ 11.50 ແມັດ; ລະດັບນໍ້າຖ້ວມ 12.50 ແມັດ), ສະຖານີປາກຊັນ, ເມືອງປາກຊັນ ແຂວງບໍລິຄາໄຊ ລະດັບນໍ້າ ເວລາ 10:00 ໂມງເຊົ້າ ແທກໄດ້ 12.97 ແມັດ (ລະດັບເຕືອນໄພ 13.50 ແມັດ; ລະດັບນໍ້າຖ້ວມ 14.50 ແມັດ) ເຊິ່ງອາດຈະຂຶ້ນຮອດລະດັບເຕືອນໄພ ໃນລະຫວ່າງ 1 ຫາ 2 ວັນຕໍ່ໜ້າ, ສະຖານີທ່າແຂກ, ເມືອງທ່າແຂກ ແຂວງຄາມ່ວນ ລະດັບນໍ້າ ເວລາ 07:00 ໂມງເຊົ້າ ແທກໄດ້ 11.94 ແມັດ (ລະດັບເຕືອນໄພ 13.00 ແມັດ; ລະດັບນໍ້າຖ້ວມ 14.00 ແມັດ) ເຊິ່ງອາດຈະຂຶ້ນຮອດລະດັບເຕືອນໄພ ໃນລະຫວ່າງ 1 ຫາ 3 ວັນຕໍ່ໜ້າ.
ດັ່ງນັ້ນ, ຈຶ່ງຂໍແຈ້ງເຕືອນເຖິງປະຊາຊົນບັນດາເຜົ່າ ແລະ ອົງການ ປົກຄອງທຸກພາກສ່ວນທີ່ອາໃສຢູ່ໃກ້ລຽບຕາມແມ່ນໍ້າຂອງ ນະ ຄອນຫລວງພະບາງ ແຂວງຫວງພະບາງ. ເມືອງສີໂຄດຕະບອງ ເມືອງສີສັດຕະນາກ, ເມືອງຫາດຊາຍຟອງ, ເມືອງປາກງື່ມ ນະຄອນຫລວງວຽງຈັນ, ຈົ່ງມີສະຕິລະວັງຕໍ່ສະພາບຝົນຕົກຕໍເນື່ອງ ທີ່ອາດຈະເຮັດໃຫ້ເກີດນໍ້າຖ້ວມຍື່ງ, ນໍ້າຖ້ວມຂັງ ໃນ 1 ຫາ 2 ວັນຕໍ່ໜ້າ. ຂໍໃຫ້ຕິດຕາມຂ່າວ ພະຍາກອນອາກາດ ແລະ ແຈ້ງເຕືອນໄພລະດັບນໍ້າຂອງ ຈາກກົມອຸຕຸນິຍົມ ແລະ ອຸທົກກະສາດ ຢ່າງຕໍ່ເນື່ອງ.