ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ແຈ້ງເຖິງຜູ້ອອກແຮງງານລາວທີ່ ເດີນທາງກັບຄືນບ້ານເກີດເມືອງນອນຂອງຕົນ ໃນໄລຍະປີໃໝ່ລາວ ໃຫ້ຊອກຫາວຽກເຮັດງານທຳຢູ່ພາຍໃນປະເທດ ແລະ ໄປເຮັດວຽກຢູ່ຕ່າງປະເທດແບບຖືກຕ້ອງຕາມລະບຽບກົດໝາຍ.

Apr 5, 2024

ກະຊວງແຮງງານ ແລະ ສະຫວັດດີການສັງຄົມ(ຮສສ) ມີຈຸດປະສົງແຈ້ງມາຍັງບັນດາຊາວຜູ້ອອກແຮງງານລາວບັນດາເຜົ່າທີ່ເຮັດວຽກຢູ່ພາຍໃນປະເທດ ແລະ ຢູ່ຕ່າງປະເທດ ກໍຄືຜູ້ວ່າງງານ ທີ່ກຳລັງມີຈຸດປະສົງເດີນທາງກັບຄືນບ້ານເກີດເມືອງນອນຂອງຕົນໃນໄລຍະໃນໄລຍະປີໃໝ່ລາວນີ້, ຕ້ອງການຢາກເຮັດວຽກພາຍໃນປະເທດ ແຕ່ບໍ່ສາມາດຫາວຽກໄດ້ ຫຼື ຜູ້ທີ່ຕ້ອງການຢາກຝຶກວິຊາຊີບ ເພື່ອປະກອບອາຊີບໃນການທຳມາຫາກິນ, ເຮັດວຽກໄດ້ຮັບນະໂຍບາຍທີ່ດີ, ເງິນເດືອນທີ່ເໝາະສົມກັບໜ້າວຽກ ແມ່ນສາມາດເຂົ້າມາສະເໜີຕົວ ຫຼື ຂຶ້ນທະບຽນແຮງງານ ໂດຍຜ່ານບັນດາຊ່ອງທາງການບໍລິການຂອງພວກເຮົາ ເຊັ່ນ:
,👉ຫ້ອງການແຮງງານ ແລະສະຫວັດດີການສັງຄົມເມືອງ/ຈຸດບໍລິການຈັດຫາງານ ປະຈຳເມືອງໃກ້ບ້ານທ່ານ;
👉ພະແນກແຮງງານແລະສະຫວັດດີການສັງຄົມແຂວງ/ ນະຄອນຫລວງຫຼືຈຸດບໍລິການຈັດຫາງານແຂວງ/ນະຄອນຫຼວງ;
👉ບັນດາວິສາຫະກິດບໍລິການຈັດຫາງານໃນທົ່ວປະເທດ;
👉ສະມັກເຂົ້າເຮັດວຽກກັບຫົວໜ່ວຍແຮງງານໂດຍກົງ.
ພ້ອມນີ້ ທ່ານສາມາດສອບຖາມຂໍ້ມູນຫລືຂຶ້ນທະບຽນການຊອກວຽກເຮັດງານທຳຢູ່ພາຍໃນປະເທດໄດ້ທີ່ເວບໄຊການບໍລິການຈັດຫາງານສາທາລະນະຊົນ: www.lmi.gov.la
ການເຮັດວຽກຢູ່ພາຍໃນປະເທດຈະເຮັດໃຫ້ເຮົາໄດ້ຢູ່ໃກ້ຊິດກັບຄອບຄົວ, ພໍ່ແມ່, ພີ່ນ້ອງ, ລູກຫຼານທີ່ຕົນຮັກແລະຍັງເປັນການຊ່ວຍພັດທະນາເສດຖະກິດຂອງປະເທດໃຫ້ມີຄວາມເຂັ້ມແຂງຂຶ້ນເທື່ອລະກ້າວ.
ສຳລັບຜູ້ທີ່ຕ້ອງການຢາກໄປອອກແຮງງານຢູ່ຕ່າງປະເທດ ກໍຂໍໃຫ້ຄຳນຶງເຖິງກົນໄກ ແລະ ຮູບແບບການໄປອອກແຮງງານແບບຖຶກຕ້ອງຕາມລະບຽບກົດໝາຍ, ມີຄວາມປອດໄພ ແລະ ຮັບປະກັນຜົນປະໂຫຍດໄດ້ດີກວ່າ ໂດຍ ທ່ານສາມາດພົວພັນກັບບັນດາພາກສ່ວນທີ່ໄດ້ລະບຸຂ້າງເທິງ. ການໄປອອກແຮງງານຢູ່ຕ່າງປະເທດແບບບໍ່ຖຶກຕ້ອງຕາມກົດໝາຍ ແມ່ນເປັນການບໍ່ສົມຄວນ, ເປັນຊ່ອງທາງທີ່ມີຄວາມສ່ຽງທີ່ສຸດ ແລະ ຈະບໍ່ໄດ້ຮັບການປົກປ້ອງໃນດ້ານສິດທິຂອງຕົນ ຍິ່ງໄປກວ່ານັ້ນ ກໍ່ຈະກາຍເປັນເຫຍື່ອຂອງຂະບວນການຄ້າມະນຸດຂ້າມຊາດ ທີ່ມີຄວາມສ່ຽງສູງໃນການຖືກຂູດຮີດ ແລະ ລ່ວງລະເມີດສິດສ່ວນຕົວຂອງແຮງງານ, ຄວາມສ່ຽງທີ່ຈະໄດ້ເຮັດວຽກຢູ່ບ່ອນທີ່ມີອັນຕະລາຍ ໄດ້ຮັບຜົນກະທົບທາງດ້ານຮ່າງກາຍ, ຈິດໃຈ ແລະ ມີບັນຫາອື່ນໆຕື່ມອີກ.
ເນື່ອງໃນໂອກາດປີໃໝ່ລາວ ພສ 2567 ຈະມາເຖິງນີ້ ກະຊວງແຮງງານ ແລະ ສະຫວັດດີການສັງຄົມຂໍອວຍພອນໄຊອັນປະເສີດ ມາຍັງຜູ້ໃຊ້ແຮງງານ ແລະ ຜູ້ອອກແຮງງານລາວທັງຢູ່ພາຍໃນ ແລະ ຕ່າງປະເທດ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມສຸກສົມບູນທັງກາຍ ແລະ ໃຈ, ມີໂຊກໄຊ, ມີຜົນສຳເລັດໃນໜ້າທີ່ການງານ ແລະປາຖະໜາສິ່ງໃດກໍ່ໃຫ້ໄດ້ດັ່ງຄວາມມຸ້ງຫວັງທຸກປະການ.
ສໍາລັບຜູ້ອອກແຮງງານທີ່ເຮັດວຽກຢູ່ພາຍໃນປະເທດ ພາຍຫຼັງສໍາເລັດການສະຫຼອງປີໃໝ່ລາວແລ້ວ ຂໍໃຫ້ກຽມຄວາມພ້ອມທັງແຮງກາຍ ແລະ ໃຈ ເພື່ອເດີນທາງກັບຄືນໄປສືບຕໍ່ປະຕິບັດໜ້າ ທີ່ວຽກງານຂອງຕົນ ຢູ່ຫົວໜ່ວຍແຮງງານຕາມສັນຍາ ດ້ວຍຄວາມຮັບຜິດຊອບສູງ.