ເພາະກາຍລາວ ໄດ້ຫລຽນຄໍາ ເພີ່ມ 1 ຫຼຽນ ກາຍເປັນແຊ້ມໂລກຄົນທີ 2 ຂອງທີມຊາດລາວ ຕໍ່ຈາກ ທ້າວ ຄໍາຫລ້າ ສາມະວົງລົງແຂ່ງຂັນວັນທີ 8 ພະຈິກນີ້.
ວັນທີ 9 ພະຈິກນີ້ ເປັນມື້ທີ 2 ຂອງການແຂ່ງຂັນ, ລວມທັງ
ຫມົດ 23 ຮຸ່ນແຂ່ງຂັນ ຊິງໄຊ 23 ຫຼຽນຄໍາ ເຊິ່ງສະຫະພັນກິລາເພາະກາຍແຫ່ງຊາດລາວ ສົ່ງນັກກິລາເພາະກາຍທິມຊາດລາວ ລົງແຂ່ງຂັນທັງຫມົດ 9 ຮຸ່ນ.
– ຜ່ານການແຂ່ງຂັນນັກກິລາເພາະກາຍທີມຊາດລາວສາມາດຍາດມາໄດ້ 1 ຫຼຽນຄໍາ, 2 ຫຼຽນເງິນ, 1 ຫຼຽນທອງ ແລະ ອັນດັບ 4 ຂອງໂລກ.
– 1 ຫຼຽນຄໍາ ໄດ້ຈາກ: ນາງ ຈິນຕະນາ ຄໍາບຸນເຮືອງ (ລຸ້ນແຂ່ງຂັນ Swimming Suit) ຄວາມສູງບໍ່ເກີນ 165cm
– 2 ຫຼຽນເງິນ ໄດ້ຈາກ: ນາງ ຈິນຕະນາ ຄໍາບຸນເຮືອງ (ຮຸ່ນແຂ່ງຂັນ ຍິງຫຸ່ນງາມຄວາມສູງບໍ່ເກີນ 165cm ແລະ ລຸ້ນອາຍຸເກີນ 35 ປີ)
– 1 ຫຼຽນທອງ ໄດ້ຈາກ: ທ້າວ ຄໍາຫລ້າ ສາມະວົງ (ລຸ້ນແຂ່ງຂັນ Athletics ຄວາມສູງບໍ່ເກີນ 165 cm
– ອັນດັບ 4 ຂອງໂລກ ຈາກ: ທ້າວ ຄໍາຫລ້າ ສາມະວົງ ແລະ ນາ ສີຕາ ທອງສຸລິນ (ຮຸ່ນແຂ່ງຂັນ ສະແດງລີລາຄູ່ ຊາຍ-ຍິງ)
– 2 ຫຼຽນຄໍາ
– 2 ຫຼຽນເງິນ
– 1 ຫຼຽນທອງ
– ອັນດັບ 4 ຂອງໂລກ
ທີ່ມາ: ສະຫະພັນເພາະກາຍແຫ່ງຊາດລາວ.





