ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ແຕ່ງຕັ້ງທ່ານ ກີ່ ຊົ່ງລ່າຫວ່າງ ເປັນຮັກສາການເຈົ້າເມືອງຄຳເກີດຄົນໃໝ່

Mar 25, 2025

ພິທີປະກາດການຈັດຕັ້ງພະນັກງານນຳພາ-ຄຸ້ມຄອງ, ແບ່ງຄວາມຮັບຜິດຊອບພາຍໃນຄະນະບໍລິຫານງານພັກເມືອງ ສະໄໝທີ X ແລະ ມອບ-ຮັບ ໜ້າທີ່ ຮັກສາການເຈົ້າເມືອງ ແລະ ຮັກສາການຮອງເຈົ້າເມືອງຄຳເກີດ ໄດ້ ຈັດຂຶ້ນໃນຕອນບ່າຍວັນທີ 24 ມີນາ 2025 ທີ່ຫ້ອງປະຊຸມໃຫຍ່ຊັ້ນ 3 ຫ້ອງວ່າການເມືອງຄຳເກີດ ໂດຍການເປັນປະທານຂອງທ່ານບຸນສົງ ເພັດຈະເລີນ ຄະນະປະຈຳພັກແຂວງ, ຫົວໜ້າຄະນະຈັດຕັ້ງແຂວງ, ມີຄະນະບໍລິຫານງານພັກເມືອງຄະນະພັກ-ຄະນະ ນຳຂອງເມືອງ ຕະຫຼອດຮອດ ພະນັກງານຫຼັກແຫຼ່ງພາຍໃນ ເມືອງຄຳເກີດພ້ອມດ້ວຍນາຍບ້ານເທດສະບານເມືອງເຂົ້າຮ່ວມ.
ໃນພິທີ ທ່ານ ບຸນຍົມ ຫຼວງບຸນມາ ຮອງເລຂາພັກເມືອງ, ຄະນະປະຈຳພັກເມືອງ ໄດ້ຂຶ້ນຜ່ານມະຕິຕົກລົງວ່າດ້ວຍການແຕ່ງຕັ້ງ ທ່ານ ຄຳໜັ້ນ ໄຊມູນວົງ ຄະນະປະຈຳພັກເມືອງ ເປັນຫົວໜ້າຄະນະຈັດຕັ້ງເມືອງ, ຜ່ານມະຕິຕົກລົງວ່າດ້ວຍການແຕ່ງຕັ້ງ ທ່ານ ນາງ ສຸກຜາລີ ແສງສົມພູ ກຳມະການພັກເມືອງ ເປັນຫົວໜ້າຄະນະໂຄສະນາອົບຮົມເມືອງ, ຜ່ານມະຕິຕົກລົງວ່າດ້ວຍການແຕ່ງຕັ້ງ ທ່ານ ນາງ ໂສພີ ພີມມະຍົດ ກຳມະການພັກເມືອງ ເປັນປະທານສະຫະພັນແມ່ນຍິງເມືອງ, ຜ່ານມະຕິຕົກລົງວ່າດ້ວຍການແຕ່ງຕັ້ງ ທ່ານ ເຕັ່ງ ຊົ່າລ່າຫວ່າງ ກຳມະການພັກເມືອງ ເປັນເລຂາຊາວໜຸ່ມເມືອງ ພ້ອມຜ່ານມະຕິຕົກລົງວ່າດ້ວຍການແຕ່ງຕັ້ງ ທ່ານ ຈັນທະພອນ ແກ້ວວິເສດ ເປັນຮອງຫົວໜ້າຫ້ອງການແນວລາວສ້າງຊາດເມືອງ. ເຊິ່ງມອບມະຕິຕົກລົງ ແລະ ຂໍ້ຕົກລົງໂດຍທ່ານ ເພັດສະໃໝ ໄຊຍະທິຈັກ ເລຂາພັກເມືອງ. ໃຫ້ບັນດາທ່ານທີ່ໄດ້ຮັບການແຕ່ງຕັ້ງ-ຍົກຍ້າຍໃນຄັ້ງນີ້. ພ້ອມທັງຜ່ານມະຕິຕົກລົງຂອງຄະນະປະຈຳພັກເມືອງ ວ່າດ້ວຍການແບ່ງໜ້າທີຄວາມຮັບຜິດຊອບໃຫ້ຄະນະບໍລິຫານງານພັກເມືອງ, ພ້ອມທັງຜ່ານ ມະຕິຕົກລົງ ວ່າດ້ວຍການແບ່ງຄວາມຮັບຜິດຊອບຂອງບັນດາສະຫາຍໃນກຳມະການພັກເມືອງ ເພື່ອຊີ້ນຳວຽກງານພັກແຕ່ລະຂົງເຂດ, ກົມກອງ-ຫ້ອງການ.
ຈາກນັ້ນໃນພິທີທ່ານ ແກ້ວເທວາ ປັນຍານາວົງ ຫົວໜ້າບໍລິຫານຫ້ອງການ ຫົວໜ້າຄະນະຈັດຕັ້ງແຂວງ ໄດ້ຂຶ້ນຜ່ານມະຕິຕົກລົງຂອງຄະນະປະຈຳພັກແຂວງບໍລິຄຳໄຊ ວ່າດ້ວຍການແຕ່ງຕັ້ງຮັກສາການເຈົ້າເມືອງ ແລະ ຮອງເຈົ້າເມືອງຄຳເກີດ ເຊິ່ງໄດ້ເຫັນດີແຕ່ງຕັ້ງ ທ່ານ ກີ່ ຊົ່ງລ່າຫວ່າງ ເປັນຮັກສາການເຈົ້າເມືອງຄຳເກີດ, ທ່ານ ຜາສຸກ ຈຸມມາລາວົງ ເປັນຮັກສາການຮອງເຈົ້າເມືອງຄຳເກີດ ແລະ ທ່ານ ແສງແກ້ວ ໃສມະນີ ເປັນຮັກສາການຮອງເຈົ້າເມືອງຄຳເກີດ. ໂອກາດນີ້ ທ່ານ ບຸນສົງ ເພັດຈະເລີນ ຄະນະປະຈຳພັກແຂວງ ກໍ່ໄດ້ໃຫ້ກຽດ ມອບມະຕິຕົກລົງ ແລະ ຂໍ້ຕົກລົງ ໃຫ້ບັນດາທ່ານທີ່ໄດ້ຮັບການ ແຕ່ງຕັ້ງໃນຄັ້ງນີ້.
ໃນຕອນທ້າຍພິທີດັ່ງກ່າວ ຍັງໄດ້ມີ ການລົງນາມໃນບົດບັນທຶກ ມອບ-ຮັບໜ້າທີ່ວຽກງານລະຫວ່າງທ່ານເຈົ້າເມືອງຄໍາເກີດຜູ້ເກົ່າ ແລະ ຜູ້ໃໝ່ຢ່າງເປັນທາງການ. ຕອນທ້າຍຂອງພິທີໄດ້ຮັບຟັງການມີຄໍາເຫັນໂອ້ລົມຂອງທ່ານ ບຸນສົງ ເພັດຈະເລີນ ຄະນະປະຈຳພັກແຂວງຕື່ມອີກ.
ຂ່າວ-ພາບ: ສີວັນ ອິນທິລາດ