ວັນທີ 9 ມັງກອນ 2025 ນີ້, ທີ່ສະໂມສອນຂອງເມືອງໂພນທອງ ແຂວງຈໍາປາສັກ ໄດ້ຈັດພິທີປະກາດແຕ່ງຕັ້ງ ທ່ານ ບຸນທັນ ໄຊຍະແສງ ຮອງເລຂາໜ່ວຍພັກ ຮອງປະທານກວດກາພັກ-ລັດແຂວງ ເປັນຮັກສາການເຈົ້າເມືອງໂພນທອງ. ພ້ອມທັງມີການປະ ກາດ ຍົກຍ້າຍ ແລະ ແຕ່ງຕັ້ງພະນັກງານນຳພາຄຸ້ມຄອງຂັ້ນສູງ ຂອງແຂວງ, ໃຫ້ກຽດເປັນປະທານຂອງທ່ານ ສາຍທອງ ໄຊຍະວົງ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງຈຳປາສັກ.
ໃນພິທີທ່ານ ສຸພາບ ທຳມະຮັກສາ ໄດ້ສະຫຼຸບຕີລາຄາຫຍໍ້ກ່ຽວກັບການນໍາພາ-ຊີ້ນໍາວຽກງານຮອບດ້ານໃນໄລຍະຜ່ານມາຂອງຄະນະບໍລິຫານງານພັກເມືອງໂພນທອງ. ຈາກນັ້ນທ່ານ ພອນໄຊ ເກດມາລາ ຮອງຫົວໜ້າຄະນະຈັດຕັ້ງແຂວງ ກໍໄດ້ຜ່ານຂໍ້ຕົກລົງຂອງທ່ານເຈົ້າແຂວງຈໍາປາສັກ ວ່າດ້ວຍການຍົກຍ້າຍ ແລະ ແຕ່ງຕັ້ງຮັກສາການເຈົ້າເມືອງໆໂພນທອງ ຍົກຍ້າຍທ່ານ ບຸນທັນ ໄຊຍະແສງ ຮອງເລຂາໜ່ວຍພັກ ຮອງປະທານກວດກາພັກ-ລັດແຂວງ ໄປປະຈຳການຢູ່ ຫ້ອງວ່າການເມືອງໂພນທອງ ແລະ ແຕ່ງຕັ້ງທ່ານ ບຸນທັນ ໄຊຍະແສງ ເປັນຮັກສາການເຈົ້າເມືອງໂພນທອງ
ຈາກນັນໄດ້ຜ່ານຂໍ້ຕົກລົງຂອງເຈົ້າແຂວງຈໍາປາສັກ ວ່າດ້ວຍການຍົກຍ້າຍ ແລະ ແຕ່ງຕັ້ງເຈົ້ານະຄອນປາກເຊ ຄື: ຍົກຍ້າຍທ່ານ ສຸພາບ ທໍາມະຮັກສາ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງໂພນທອງ ໄປປະຈໍາການຢູ່ຫ້ອງວ່າການນະຄອນປາກເຊ ແລະ ແຕ່ງຕັ້ງທ່ານ ສຸພາບ ທໍາມະຮັກສາ ເປັນເຈົ້ານະຄອນປາກເຊ ຜູ້ໃໝ່ ແລະ ມີການລົງນາມເຊັນບົດບັນທຶກການມອບ-ຮັບໜ້າທີ່ລະຫວ່າງທ່ານ ສຸພາບ ທໍາມະຮັກສາ ເຈົ້າເມືອງ (ຜູ້ເກົ່າ) ແລະ ທ່ານ ບຸນທັນ ໄຊຍະແສງ ໂດຍການເປັນສັກຂີພິຍານຂອງທ່ານປະທານກອງປະຊຸມ ແລະ ຜູ້ແທນທີ່ເຂົ້າຮ່ວມ.
ຕອນທ້າຍຍັງໄດ້ຮັບຟັງການມີຄໍາເຫັນໂອລົມຂອງທ່ານ ສາຍທອງ ໄຊຍະວົງ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງ ທັງນີ້ກໍເພື່ອເປັນເຂັມຊີ້ທິດເຍືອງທາງໃຫ້ແກ່ຄະນະບໍລິຫານງານພັກເມືອງຕື່ມອີກ.
ຂ່າວ-ພາບ: ຖວທ ເມືອງໂພນທອງ





