ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ແຕ່ງຕັ້ງສະຫາຍ ຄໍາສະໄຫວ ວິລະກອນ ເປັນວ່າການ ເລຂາພັກເມືອງໆ ຕະໂອ້ຍ(ຜູ້ໃໝ່)

Dec 16, 2024

ພິທີປະກາດການແຕ່ງຕັ້ງ ແລະ ມອບ-ຮັບ ໜ້າທີ່ລະຫວ່າງ ເລຂາຄະນະບໍລິຫານງານພັກເມືອງ, ເຈົ້າເມືອງໆຕະໂອ້ຍ (ຜູ້ເກົ່າ ) ແລະ ວ່າການເລຂາພັກເມືອງ ວ່າການເຈົ້າເມືອງໆຕະໂອ້ຍ (ຜູ້ໃໝ່). ພິທີມອບ-ຮັບຄັ້ງນີ້ໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 16 ທັນວາ 2024. ໂດຍເປັນກຽດເຂົ້່າຮ່ວມຂອງສະຫາຍ ປອ ດາວວົງ ພອນແກ້ວ ສູນກາງພັກ ເລຂາພັກແຂວງ-ເຈົ້າແຂວງໆສາລະວັນ, ເຂົ້າຮ່ວມມີບັນດາສະຫາຍຄະນະປະຈໍາພັກແຂວງ, ກໍາມະການພັກແຂວງ, ບັນດາສະຫາຍຫົວໜ້າພະແນກອ້ອມຂ້າງແຂວງ, ບັນດາສະຫາຍເລຂາພັກ-ເຈົ້າເມືອງ 7 ຕົວເມືອງພາຍໃນແຂວງ, ບັນດາສະຫາຍຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ, ຫົວໜ້າ ແລະ ຮອງຫ້ອງການ, ຫົວໜ້າໄອຍະການເຂດ3, ສານປະຊາຊົນເຂດ3, ກອງກໍ່ສ້າງຮາກຖານຂັ້ນແຂວງປະຈໍາເມືອງ ແລະ ບັນດາສະຫາຍອາດີດການນໍາຂັ້ນເມືອງເຂົ້າຮ່ວມ.
ສະຫາຍ ບຸນເນື້ອ ຫຼອງຄໍາໄຕ ກໍາມະການພັກແຂວງ ເລຂາພັກເຈົ້າເມືອງ(ຜູ້ເກົ່າ)ກໍ່ໃຫ້ກຽດຜ່ານບົດສະຫຼຸບຫຍໍ້ການຈັດຕັ້ງປະຕິບັດ ແລະ ການປະກອບສ່ວນໃນໄລຍະ 5 ປີຜ່ານມາ(2019-2024) ໂອກາດນີ້ສະຫາຍ ສຸກສະເຫຼີ່ມພອນ ໄມມະນີ ຮອງຫົວໜ້າຄະນະຈັດຕັ້ງແຂວງ ໄດ້ຂຶ້ນຜ່ານຂໍ້ຕົກລົງເລກທີ978/ຄຈພຂ ລົງວັນທີ 6 ທັນວາ 2024 ວ່າດ້ວຍ: ຍົກຍ້າຍສະຫາຍ ບຸນເນື້ອ ຫຼອງຄໍາໄຕ ກໍາມະການພັກແຂວງ,ເລຂາພັກເມືອງຕະໂອ້ຍ ໄປຮັບໜ້າທີ່ໃໝ່ ຢູ່ເມືອງສະໝ້ວຍ, ຜ່ານຂໍ້ຕົກລົງເລກທີ 979/ຄຈພຂ, ລົງວັນທີ: 6 ທັນວາ 2024ວ່າດ້ວຍ: ແຕ່ງຕັ້ງສະຫາຍ ບຸນເນື້ອ ຫຼອງຄໍາໄຕ ເປັນເຈົ້າເມືອງໆສະໝ້ວຍ, ຜ່ານຂໍ້ຕົກລົງເລກທີ:1291 /ຈຂ ລົງວັນທີ12 ທັນວາ 2024ວ່າດ້ວຍ: ການຍົກຍ້າຍເຈົ້າເມືອງຕະໂອ້ຍ ຮັບໜ້າທີ່ຢູ່ບ່ອນໃໝ່(ຢູ່ເມືອງສະໝ້ວຍ), ຂໍ້ຕົກລົງ ເລກທີ1293/ຈຂ, ລົງວັນທີ 12 ທັນວາ 2024 ວ່າດ້ວຍ:ການແຕ່ງຕັ້ງສະຫາຍ ຄໍາສະໄຫວ ວິລະກອນ ເປັນວ່າການເຈົ້າເມືອງໆຕະໂອ້ຍ, ຈາກນັ້ນກໍ່ໄດ້ມີການລົງນາມເຊັນບົດບັນທຶກມອບ-ຮັບໜ້າທີ່ລະຫວ່າງ ເລຂາພັກເມືອງ, ເຈົ້າເມືອງຜູ້ເກົ່າ ກັບ ຜູ້ໃໝ່.
ໂອກາດດັ່ງກ່າວ,ສະຫາຍ ປອ ດາວວົງ ພອນແກ້ວ ສູນກາງພັກ ເລຂາພັກແຂວງ-ເຈົ້າແຂວງໆສາລະວັນ ສະຫາຍກໍໄດ້ຍ້ອງຍໍຊົມເຊີຍ ແລະ ໄດ້ເນັ້ນໜັກໃຫ້ ວ່າການເລຂາພັກເມືອງ- ເຈົ້າເມືອງຜູ້ໃໝ່ ແລະ ພະນັກງານຫຼັກແຫຼ່ງຂອງເມືອງຕ້ອງເປັນເອກະພາບນຳການຈັດຕັ້ງຂັ້ນເທິງ ຕໍ່ການສັບປ່ຽນຕໍາແໜ່ງ ເລຂາພັກເມືອງ, ເຈົ້າເມືອງຄົນໃໝ່, ພ້ອມກັນນັ້ນໃຫ້ບັນດາສະຫາຍເອົາໃຈໃສ່ວຽກງານນໍາພາການເມືອງ-ແນວຄິດ ຂອງພະນັກງານ-ສະມາຊິກພັກ ຕະຫຼອດຮອດປະຊາຊົນບັນດາເຜົ່າໃຫ້ເຂົ້າໃຈ ແລະ ຮັບຮູ້ຢ່າງທົ່ວເຖິງ, ອັນໃດເປັນຜົນສຳເລັດກໍ່ໃຫ້ພ້ອມກັນປົກປັກຮັກສາ ແລະ ເສີມຂະຫຍາຍໃຫ້ດີຂຶ້ນເລື້ອຍໆ, ອັນໃດຍັງເຫັນວ່າເປັນຈຸດອ່ອນຄົງຄ້າງ, ປະຕິບັດບໍ່ທັນໄດ້ດີ ກໍ່ຕ້ອງໄດ້ພ້ອມກັນສືບຕໍ່ປັບປຸງແກ້ໄຂ ເພື່ຶອເຮັດໃຫ້ມີການຫັນປ່ຽນຢ່າງຕັ້ງໜ້າ, ສືບຕໍ່ປົກປັກຮັກສາ ແລະ ເສີມຂະຫຍາຍມູນເຊື້ອຄວາມສາມັກຄີພາຍໃນພັກ, ຄະນະປະຈຳພັກເມືອງ ໃຫ້ມີຄວາມໜັກແໜ້ນ, ມີຄວາມເປັນເອກະພາບສູງ, ສືບຕໍ່ເປັນຫຼັກແຫຼ່ງ, ເປັນຄັນທຸງ ແລະ ເປັນແກນນຳໃນການເຕົ້າໂຮມຄວາມສາມັກຄີ ໃນຖັນແຖວພະນັກງານ-ສະມາຊິກພັກ ແລະ ປະຊາຊົນບັນດາເຜົ່າ, ພ້ອມກັນນັ້ນ ບັນດາສະຫາຍກໍ່ຕ້ອງໄດ້ຊ່ວຍເຫຼືອ, ໃຫ້ການຮ່ວມມື ແລະ ໃຫ້ການສະໜັບສະໜູນ ເລຂາພັກເມືອງ, ເຈົ້າເມືອງຄົນໃໝ່ ໃນການເຮັດໜ້າທີ່ໃຫ້ມີຜົນສໍາເລັດໃນຕໍ່ໜ້າ.
ຂ່າວ: ສີສະຫວາດ