ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ແຕ່ງຕັ້ງອະທິການບໍດີມະຫາວິທະຍາໄລສະຫວັນນະເຂດຄົນໃໝ່

Aug 16, 2024

ພິທີປະກາດແຕ່ງຕັ້ງອະທິການບໍດີມະຫາວິທະຍາໄລສະຫວັນ ນະເຂດຄົນໃໝ່ໄດ້ຈັດຂຶ້ນເມື່ອບໍ່ດົນມານີ້ ທີ່ຫ້ອງປະຊຸມຂອງມະ ຫາວິທະຍາໄລສະຫວັນນະເຂດ ໂດຍການໃຫ້ກຽດເຂົ້າຮ່ວມເປັນປະທານ ແລະ ມອບດຳລັດຂອງນາຍົກລັດຖະມົນຂອງ ທ່ານ ພຸດ ສິມມາລາວົງ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ.
ໃນພິທີ, ທ່ານ ນາງ ວຽງແກ້ວ ພົມມະວົງ ຫົວໜ້າກົມຈັດຕັ້ງ ແລະພະນັກງານ ກະຊວງສຶກສາທິການ ແລະ ກິລາ ໄດ້ຜ່ານດຳລັດຂອງທ່ານນາຍົກລັດຖະມົນຕີ ສະບັບເລກທີ 344/ນຍ, ລົງວັນທີ 31 ກໍລະກົດ 2024 ວ່າດວ້ຍແຕ່ງຕັ້ງທ່ານ ຮສ.ປອ ຄູນ ສັກບົວວົງ ເປັນອະທິການບໍດີມະຫາວິທະຍາໄລສະຫວັນນະເຂດ.
ທີ່ມາ: ໜັງສືພິມ ສຶກສາ ແລະ ກິລາ