ພົຈວ ສົມຄິດ ດວງພະຈັນ ຫົວໜ້າກອງບັນຊາການ ປກສ ແຂວງວຽງຈັນ ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນ ປກສ ໃນວັນທີ 13 ມັງກອນ 2025 ກ່ຽວກັບການຈັດຕັ້ງປະຕິບັດວາລະແຫ່ງ ຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ວ່າ: ກອງບັນຊາການປ້ອງກັນຄວາມສະຫງົບແຂວງວຽງຈັນ ໄດ້ສຸມໃສ່ຈັດຕັ້ງປະຕິບັດ 6 ໜ້າວຽກຈຸດສຸມ ແລະ ເຄື່ອນໄຫວໄປຕາມ 3 ຫຼັກການ ຄື: ເດັດຂາດ, ໂປ່ງໃສ ແລະ ເປັນມືອາຊີບຕາມຫຼັກການວິຊາສະເພາະ.
ໄລຍະ 2021-2023 ໄດ້ສຳເລັດການຕິດປ້າຍໂຄສະນາ ມີ 12 ຈຸດ 24 ປ້າຍ, ພ້ອມລົງໂຄສະນາຜົນຮ້າຍຢາເສບຕິດຢູ່ບັນ ດາພະແນກການ, ຫ້ອງການ, ອົງການ, ສະຖາບັນການສຶກສາ, ໂຮງຮຽນ ແລະ ບ້ານ ມີຜູ້ເຂົ້າຮ່ວມ 36.474 ຄົນ, ກຳນົດເປົ້າ ໝາຍພົວພັນກັບຢາເສບຕິດ ແລະ ເກັບກຳຂໍ້ມູນເປົ້າໝາຍທີ່ພົວພັນກັບຢາເສບຕິດ ດ້ວຍການຮຽກເຊີນເຂົ້າມາສໍາພາດເອົາຂໍ້ມູນ, ຂຶ້ນສະຖິຕິບັນຊີເປົ້າໝາຍຄ້າ-ຂາຍຢາເສບຕິດ 1.934 ຄົນ.
ໃນນີ້, ເປົ້າໝາຍຄ້າ-ຂາຍລາຍໃຫຍ່ 75 ຄົນ ຍິງ 06 ຄົນ, ສາ ມາດແກ້ໄຂໄດ້ 08 ຄົນ ຍິງ 02 ຄົນ, ເປົ້າໝາຍລາຍກາງ 292 ຄົນ ຍິງ 47 ຄົນ, ສາມາດແກ້ໄຂໄດ້ 41 ຄົນ ຍິງ 02 ຄົນ ແລະ ເປົ້າໝາຍລາຍນ້ອຍ 1.115 ຄົນ ຍິງ 135 ຄົນ, ແກ້ໄຂໄດ້ 190 ຄົນ ຍິງ 21 ຄົນ, ຂຶ້ນບັນຊີເປົ້າໝາຍເສບຢາເສບຕິດໄດ້ 14.071 ຄົນ ຍິງ 461 ຄົນ, ໄດ້ສ້າງບົດບັນທຶກສຶກສາອົບຮົມ 13.500 ຄົນ ຍິງ 396 ຄົນ.
ພາຍຫຼັງສຶກສາອົບຮົມແລ້ວຜູ້ປົກຄອງໄດ້ມອບໃຫ້ເຈົ້າໜ້າທີ່ ນໍາມາດັດສ້າງ 1.698 ຄົນ ຍິງ 28 ຄົນ, ໃນນັ້ນນໍາໄປຝາກເຂົ້າສູນ 236 ຄົນ ແລະ ໄດ້ກວດນໍ້າປັດສະວະຄືນເພື່ອຊອກຫາສານເສບຕິດບັນດາເປົ້າໝາຍທີ່ໄດ້ສຶກສາອົບຮົມ ແລ້ວມີ 3.247 ຄົນ, ຍິງ 102 ຄົນ ໃນນີ້ພົບສານເສບຕິດ 2.682 ຄົນ ຍິງ 57 ຄົນ, ບໍ່ພົບ 565 ຄົນ ຍິງ 45 ຄົນ.
ພົຈວ ສົມຄິດ ດວງພະຈັນ ໃຫ້ຮູ້ຕື່ມວ່າ: ສັງລວມແລ້ວໄລຍະການຈັດຕັ້ງປະຕິບັດວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດ 2021-2024, ເຈົ້າໜ້າທີ່ ປກສ ແຂວງວຽງຈັນ ສາມາດໃຊ້ມາດຕະການວິຊາສະເພາະມ້າງຄະດີຢາເສບຕິດໄດ້ 1.318 ເລື່ອງ, ກັກຕົວຜູ້ຖືກຫາໄດ້ 1.966 ຄົນ, ຍິງ 187 ຄົນ, ຢຶດຂອງກາງປະເພດຢາບ້າ 8.480.752 ເມັດ, ໄອສ໌ 30,7 ກິໂລກຼາມ, ເຮໂຣອິນ 1.206 ກຼາມ, ລົດໃຫຍ່ 31 ຄັນ, ລົດຈັກ 306 ຄັນ, ໂທລະສັບ, ປືນສັ້ນ, ປືນຍາວ, ປືນສັ້ນດັດແປງ, ເງິນ ແລະ ອຸປະກອນຮັບໃຊ້ອື່ນໆອີກຈໍາ ນວນໜຶ່ງ. ສ່ວນຮູບການແກ້ໄຂ ໄດ້ສົ່ງສໍານວນໃຫ້ອົງການໄອຍະປະຊາຊົນແຂວງ 585 ເລື່ອງ, ມີຜູ້ຖືກ ຫາ 687 ຄົນ, ຍິງ 86 ຄົນ, ສຶກສາອົບຮົມປ່ອຍຕົວຜູ້ທີ່ຂໍ້ມູນຫຼັກຖານບໍ່ໜັກແໜ້ນທາງດ້ານກົດໝາຍ 53 ຄົນ ແລະ ຍັງຢູ່ໃນຂັ້ນຕອນດໍາເນີນຂອງເຈົ້າໜ້າທີ່ 733 ເລື່ອງ, ມີຜູ້ຖືກຫາ 1.218 ຄົນ ແລະ ອື່ນໆ.
ໂອກາດດັ່ງກ່າວ, ພົຈວ ສົມຄິດ ດວງພະຈັນ ໄດ້ຮຽກຮ້ອງມາຍັງທົ່ວສັງຄົມໂດຍສະເພາະພໍ່ແມ່ປະຊາຊົນຊາວແຂວງວຽງຈັນ ຈົ່ງພ້ອມກັນປະກອບສ່ວນເຮັດວຽກງານຕ້ານຢາເສບຕິດໃຫ້ແຂງແຮງ ໂດຍເລີ່ມຈາກການສຶກສາອົບຮົມລູກຫຼານທີ່ຢູ່ໃນຄວາມຮັບຜິດຊອບຂອງທ່ານໃຫ້ຮູ້ໄດ້ຜົນຮ້າຍ ແລະ ໄພອັນຕະ ລາຍຂອງຢາເສບຕິດ, ກໍລະນີພົບເຫັນບຸກຄົນ ຫຼື ກຸ່ມຄົນທີ່ພົວ ພັນເຖິງຢາເສບຕິດ ໃຫ້ຮີບຮ້ອນແຈ້ງຕໍ່ເຈົ້າໜ້າທີ່ພາກສ່ວນທີ່ກ່ຽວຂ້ອງໂດຍໄວ ເພື່ອແກ້ໄຂໃຫ້ທັນເວລາ.
ພາບ-ຂ່າວ: ສື່ມວນຊົນ ປກສ





