ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ແນ​ວ​ຄວາມ​ຄິດ “ພູ​ຂຽວ​ນ້ຳ​ໃສ​ກໍ​ແມ່ນ​ພູ​ເງິນ​ພູ​ຄຳ” ສ້າງ​ຂົວ​ທີ່​ໝັ້ນ​ແກ່ນ​ໃຫ້​ແກ່​ການ​ຮ່ວມ​ມື​ສີ​ຂຽວ ​ຈີນ-ລາວ

Aug 15, 2025

ວັນ​ທີ 15 ສິງ​ຫາ​ປີ 2005, ທ່ານ​ ສີ​ຈິ້ນ​ຜິງ ທີ່​ເປັນ​ເລ​ຂາ​ຄະ​ນະ​ພັກ​ແຂວງ​ເຈີ້​ຈ່ຽງ​ ໃນ​ເວ​ລາ​ນັ້ນ ​ໄດ້ລົງ​ສຳ​ຫຼວດ​ວຽກ​ງານ​ຢູ່​ບ້ານ​ຢູ​ເມືອງ​ອານ​ຈີ​ແຂວງ​ເຈີ້​ຈ່ຽງ, ທ່ານ​ໄດ້​ສະ​ເໜີແນ​ວ​ຄວາມ​ຄິດ “ພູ​ຂຽວ​ນ້ຳ​ໃສ​ກໍ​ແມ່ນ​ພູ​ເງິນ​ພູ​ຄຳ” ໂດຍ​ໄດ້​ກ່າວ​ເນັ້ນ​ໜັກ​ວ່າ ການ​ອະ​ນຸ​ລັກ​ສິ່ງ​ແວດ​ລ້ອມ​ນິ​ເວດ ແລະ ການ​ພັດ​ທະ​ນາ​ເສດ​ຖະ​ກິດ​​ເອ​ກະ​ພາບ​ແບບ​ສັດ​ຈະ​ວິ​ພາກ ​ໄດ້​​ກາຍເປັນ​ທິດ​ຊີ້​ນຳ​ສຳ​ຄັນ ​ໃຫ້​ແກ່​ການ​ຮ່ວມ​ມື​ສີ​ຂຽວ​ລະ​ຫວ່າງ​ຈີນ​-ລາວ. ທ່ານ​ສົມ​ມາດ ພົນ​ເສ​ນາ ລັດ​ຖະ​ມົນ​ຕີ​ກະ​ຊວງ​ຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ ແລະ ສິ່ງ​ແວດ​ລ້ອມ ແຫ່ງ​ ສ​ປ​ປ ລາວ​ ໃນ​ເວ​ລາ​ນັ້ນ ​ເຄີຍ​ກ່າວ​ວ່າ: “ທ່ານ​ ສີ​ຈິ້ນ​ຜິງ​ ໄດ້​ສະ​ເໜີ​ວິ​ທີ​ແກ້​ໄຂ​ແບບ​ລຽບ​ງ່າຍ ຕໍ່​ຄວາມ​ຂັດ​​ແຍ້ງກັນ​ດ້ານ​ການ​ພັດ​ທະ​ນາ. ລາວ​ຄວນ​ຖື​ເອົາ​ແນວ​ຄວາມຄິດ​ດັ່ງ​ກ່າວ ​ມາ​ປັບ​ໃຊ້​ເປັນ​ແນວ​ຄວາມ​ຄິດ​ໃນ​ການ​ພັດ​ທະ​ນາ​ຂອງ​ຕົນ.” ພາຍ​ໃຕ້​ການ​ຊີ້​ນຳ​ຂອງ​ແນວ​ຄວາມ​ຄິດ​ດັ່ງ​ກ່າວ, ຈີນ​ ແລະ ລາວ​ໄດ້​ດຳ​ເນີນ​ການ​ຮ່ວ​ມ​ມື​ກັນ​ແບບ​ສີ​ຂຽວ​ໃນຫຼາຍ​ຂົງ​ເຂດ​ຢ່າງ​ຕັ້ງ​ໜ້າ ເຊິ່ງ​ໄດ້​ຊຸກ​ຍູ້​ຄວາມ​ພະ​ຍາ​ຍາມ​ຮ່ວມ​​ກັນຂອງ​ສອງ​ປະ​ເທດ​ ໃນ​ດ້ານ​ການ​ອະ​ນຸ​ລັກ​ສິ່ງ​ແວດ​ລ້ອມ​ນິ​ເວດ ແລະ ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ.
ໃນ​ຖາ​ນະ​ເປັນ​ໂຄງ​ການ​ສັນ​ຍະ​ລັກ​ໃນ​ການ​ຮ່ວມ​ກັນ​ສ້າງ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ”, ເສັ້ນ​ທາງ​ລົດ​ໄຟ​ລາວ-ຈີນ​ ບໍ່​ພຽງ​ແຕ່​ເປັນ​ເສັ້ນ​ທາງ​ທີ່​ສຳ​ຄັນ​ສາຍ​ໜຶ່ງ​ເທົ່າ​ນັ້ນ, ຍິ່ງ​ແມ່ນ​ເສັ້ນ​ທາງ​ແຫ່ງ​ການ​ພັດ​ທະ​ນາ​ສີ​ຂຽວ​ອີກ​ດ້ວຍ. ໃນ​ຂະ​ບວນ​ການ​ກໍ່​ສ້າງ, ສອງ​ຝ່າຍ​ຈີນ​ ແລະ ລາວ ໄດ້​ຍຶດ​ໝັ້ນ​ແນວ​ຄວາມ​ຄິດ​ສີ​ຂຽວ ແລະ ​ພະ​ຍາ​ຍາມຫຼຸດຜ່ອນ​ຜົນ​ກະ​ທົບ​ຕໍ່​ສິ່ງ​ແວດ​ລ້ອມ​ນິ​ເວດ ​ຢູ່​ລຽບ​ຕາມ​ເສັ້ນ​ທາງລົດ​ໄຟ​ໃຫ້​ຕ່ຳ​ລົງ​ຢ່າງ​ສຸດ​ຂີດ ໂດຍ​ໄດ້​ນຳ​ໃຊ້​ເຕັກ​ໂນ​ໂລ​ຊີ​ທັນ​ສະ​ໄໝ ເພື່ອ​ປົກ​ປ້ອງ​ຖິ່ນ​ຢູ່​ອາ​ໄສ​ຂອງ​ສັດ ແລະ ພືດ​ທີ່​ລ້ຳ​ຄ່າ ໂດຍໄດ້​ວາງ​ແຜນ​​ສ້າງເສັ້ນ​ທາງ​ຍົກ​ຍ້າຍ​ຂອງ​ສັດ​ປ່າ​ຢ່າງ​​ເໝາະ​ສົມ ແລະ ໄດ້​ເປີດ​ຊ່ອງ​ທາງ​ສະ​ເພາະ ​ໃຫ້​ແກ່​ສັດ​ປ່າຫາ​ຍາກ​ຕ່າງໆ ເຊັ່ນ: ຊ້າງ​ປ່າ​ເປັນ​ຕົ້ນ ເພື່ອ​ຮັບ​ປະ​ກັນ​ບໍ່​ໃຫ້​ທຳ​ລາຍ​ພື້ນ​ທີ່​ການ​ຢູ່​ລອດ​ຂອງ​ສັດ​ປ່າ​ເຫຼົ່າ​ນີ້. ໃນ​ຂະ​ນະ​ດຽວ​ກັນ, ຍັງ​ໄດ້​ປູກ​ຕົ້ນ​ໄມ້​ເພື່ອ​ໃຫ້​ເປັນປ່າ ​ຢູ່​ເຂດ​ລຽບ​ຕ​າມ​ເສັ້ນ​ທາງ​ລົດ​ໄຟ ແລະ ຟື້ນ​ຟູ​ສິ່ງ​ແວດ​ລ້ອມ​ນິ​ເວດ​ທີ່​ຖື​ກ​ທຳ​ລາຍ ​ຍ້ອນ​ການ​ກໍ່​ສ້າງທາງ​ລົດ​ໄຟ ເຮັດ​ໃຫ້​ເສັ້ນ​ທາງ​ລົດ​ໄຟ ແລະ ສິ່ງ​ແວດ​ລ້ອມ​ທຳ​ມະ​ຊາດຢູ່​ເຂດ​ອ້ອມ​ຂ້າງ​ເຊື່ອມ​ໂຍງ​ເຂົ້າ​ກັນ ເຊິ່ງ​ໄດ້​ບັນ​ລຸ​ການ​ກໍ່​ສ້າງ​ໂຄງ​ການ ແລະ ການ​ອະ​ນຸ​ລັກ​ສິ່ງ​ແວດ​ລ້ອມ​ນິ​ເວດ​ ທີ່​ປະ​ສານ​ສົມ​ທົບ​ກັນ​ແບບ​ກາຍ​ອິນ​ຊີ.
May be an image of 2 people, flower, wedding and text
​ບັນ​ດາ​ທ່ານ​ກໍ​ຮູ້​ແລ້ວ​ວ່າ: ຈີນ ແລະ ລາວ​ມີ​ສາຍ​ພູ ແລະ ແມ່​ນ້ຳ​ຕິດ​ຈອດ​ກັນ, ມີ​ລະ​ບົບ​ນິ​ເວດ​ອັນ​ດຽວ​ກັນ ແລະ ມີ​ຊີ​ວະ​ນາໆ​ພັນ​ທີ່​ຄ້າຍ​ຄື​ກັນ. ພາຍ​ໃຕ້​ການ​ຊີ້​ນຳ​ຂອງ​ແນວ​ຄວາມ​ຄິດ “ພູ​ຂຽວ​ນ້ຳ​ໃສ​ກໍ​ແມ່ນ​ພູ​ເງິນ​ພູ​ຄຳ”, ສອງ​ຝ່າຍ​ໄດ້​ຮ່ວມ​ກັນ​ປົກ​ປ້ອງ​ຊີ​ວະ​ນາໆ​ພັນ​ ໂດຍ​ໄດ້​ສ້າງ​ເຂດ​ສະ​ຫງວນ​ຮ່ວມ​ກັນຢູ່​ເຂດ​ຊາຍ​ແດນ ​ທີ່​ມີ​ເນື້ອ​ທີ່ 150.000 ກວ່າ​ເຮັກ​ຕາ. ໃນ​ເຂດ​ສະ​ຫງວນ​ດັ່ງ​ກ່າວ, ສອງ​ຝ່າຍ​ໄດ້​ຮ່ວມ​ກັນ​ຕິດ​ຕາມ​ລາດ​ຕະ​ເວນ, ໄດ້​ແລກ​ປ່ຽນ​ຂໍ້​ມູນ​ຂ່າວ​ສານ​ເປັນ​ປະ​ຈຳ, ​ຊົມ​ໃຊ້​ຜົນ​ການ​ຄົ້ນ​ຄວ້າ​ທາງວິ​ທະ​ຍາ​ສາດ​ຮ່ວມ​ກັນ, ​ຮ່ວມ​ກັນ​ປາບ​ປາມການ​ລ່າ​ເນື້ອ​ແບບ​ຜິດ​ກົດ​ໝາຍ ແລະ ການ​ທຳ​ລາຍ​ສິ່ງ​ແວດ​ລ້ອມ​ນິ​ເວດ​ອື່ນໆ. ໂດຍ​ຜ່ານ​​ຄວາມພະ​ຍາ​ຍາມ​ມາ​ເປັນ​ເວ​ລາຫຼາຍ​ປີ, ສິ່ງ​ແວດ​ລ້ອມ​ນິ​ເວດ​ໃນ​ເຂດ​ສະ​ຫງວນ​ຮ່ວມ​ ໄດ້​ຮັບ​ການ​ປັບ​ປຸງ​ໃຫ້​ດີ​ຂຶ້ນ​ຢ່າງ​ບັງ​ເກີດ​ຜົນ, ຈຳ​ນວນ​ສັດ​​ປ່າຫາ​ຍາກ​ໄດ້​ເພີ່ມ​ຂຶ້ນ​ເທື່ອ​ລະ​ກ້າວ, ຊີ​ວະ​ນາໆ​ພັນ​ມີ​ຄວາມ​ອຸ​ດົມ​ສົມ​ບູນ​ຂຶ້ນ​ຕື່ມ​ອີກ. ໄດ້​ພົບ​ເຫັນ​ຊ້າງ​ອາ​ຊີ ທີ່​ເປັນ​ສັດ​ປ່າ​ຫາ​ຍາກຢູ່​ໃນ​ເຂດ​ສະ​ຫງວນ​ຮ່ວມ​ກັນ​ເລື້ອຍໆ ເຊິ່ງ​ເປັນ​ສັກ​ຂີ​ພິ​ຍານ​ໃຫ້​ແກ່​ການ​ຮ່ວມ​ມື​ດ້ານ​ນິ​ເວດ​ລະ​ຫວ່າງ​ສອງ​ປະ​ເທດ.
ພາຍ​ໃຕ້​ສະ​ພາບ​ການ​ທີ່​ທົ່ວ​ໂລກ​ພວມ​ພັດ​ທະ​ນາ​ພະ​ລັງ​ງານ​​ສີ​ຂຽວ​ຢ່າງ​ຕັ້ງ​ໜ້າ, ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ພະ​ລັງ​ງານສີ​ຂຽວ​ລະ​ຫວ່າງ​ຈີນ-ລາວ ​ໄດ້​ຂະ​ຫຍາຍ​ຕົວກ້າວ​ສູ່​ລ່ວງ​ເລິກ​ເລື້ອຍໆ. ໂດຍ​ອີງ​ໃສ່​ທ່າ​ແຮງ​ໃນ​ດ້ານ​ເຕັກ​ໂນ​ໂລ​ຊີ ແລະ ອຸດ​ສາ​ຫະ​ກຳ​​ພະ​ລັງງານ​ສະ​ອາດ ເຊັ່ນ: ​ພະ​ລັງ​ງານ​ແສງ​ຕາ​ເວັນ, ພະ​ລັງ​ງານ​ນ້ຳ ແລະ ພະ​ລັງ​ງານ​ລົມ, ຈີນ​​ໄດ້ຊ່ວຍ​ຊຸກ​ຍູ້​ການ​ພັດ​ທະ​ນາ​ພະ​ລັງ​ງານ​ສະ​ອາດ​ຢູ່​ລາວ. ໃນ​ນັ້ນ, ສູນ​ພະ​ລັງ​ງານ​ສະ​ອາດ​ຂອງ​ບໍ​ລິ​ສັດ CGNPC ທີ່​ຢູ່​ທາງ​ພາກ​ເໜືອ​ຂອງ​ລາວ ​ເຊິ່ງເປັນ​ໂຄງ​ການ​ພະ​ລັງ​ງານ​ສະ​ອາດ​ທີ່​ສຳ​ຄັນ, ໂຄງ​ການ​ດັ່ງ​ກ່າວ​ໄດ້​ສ້າງ​ຂຶ້ນ ໂດຍກວມ​ເອົາ​ເນື້ອ​ທີ່​ຢູ່ແຂວງ​ອຸ​ດົມ​ໄຊ, ແຂວງ​ຜົ້ງ​ສາ​ລີ ແລະ ແຂວງຫຼວງ​ນ້ຳ​ທາ, ມີ​ແຜນ​ການ​ຈະ​ສ້າງ​ເປັນ​ສູນ​ພະ​ລັງ​ງານ​ສະ​ອາດ​ທີ່​ມີ​ພະ​ລັງ​ງານ​ລົມ, ພະ​ລັງ​ງານ​ແສງ​ຕາ​ເວັນ ແລະ ພະ​ລັງ​ງານ​ຊີ​ວະ​ຊາດ ໂດຍ​ຈະ​ຊຸກ​ຍູ້​ໃຫ້​ປະ​ເທດ​ລາວ ​ຫັນ​ມາ​ນຳ​ໃຊ້​ພະ​ລັງ​ງານ​ສີ​ຂຽວ ແລະ ກາກບອນ​ຕ່ຳ​ໃຫ້ຫຼາຍກວ່າ​ເກົ່າ.
ແນວ​ຄວາມ​ຄິດ “ພູ​ຂຽວ​ນ້ຳ​ໃສ​ກໍ​ແມ່ນ​ພູ​ເງິນ​ພູ​ຄຳ” ພວມ​ໄດ້​ເປີດກວ້າງ​ການ​ຮ່ວມ​ມື​ສີຂຽວ​ ລະ​ຫວ່າງ​ ຈີນ-ລາວ​ ນັບ​ມື້ຫຼາຍ​ຂຶ້ນ. ໃນ​ອະ​ນາ​ຄົດ, ເຊື່ອ​ວ່າ​ ສອງ​ຝ່າຍ​ຈະ​ສາ​ມາດ​ດຳ​ເນີນ​ການ​ຮ່ວມ​ມື​ສີ​ຂຽວ​ໃນ​ອີກຫຼາຍຂົງ​ເຂດ ແລະ ມີ​ລະ​ດັບ​ສູງກວ່າ​ເກົ່າ, ຮ່ວມ​ກັນ​ຂຽນ​ປະ​ຫວັດ​ສາດ​ໜ້າ​ໃໝ່​ ແຫ່ງ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ ເພື່ອ​ເພີ່ມ​ພະ​ລັງ​ຂັບ​ເຄື່ອນ​ສີ​ຂຽວ ​ໃຫ້​ແກ່​ການ​ສ້າງ​ຄູ່​ຮ່ວມ​ຊາ​ຕາ​ກຳ​ຈີນ-ລາວ​ທີ່​ແໜ້ນ​ແຟ້ນກວ່າ​ເກົ່າ ພ້ອມ​ທັງ​ປະ​ກອບ​ສ່ວນ​ສະ​ຕິ​ປັນ​ຍາ ແລະ ​ກຳ​ລັງ​ແຮງ​ຫຼາຍກວ່າ​ເກົ່າ​ໃຫ້​ແກ່​ການ​ສ້າງ​ອະ​ລິ​ຍະ​ທຳ​ດ້ານ​ນິ​ເວດ​ໃນທົ່ວ​ໂລກ.