ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ແນະນໍາການຊໍາລະເງິນໃຫ້ຄົນຕ່າງປະເທດໄປຈີນ

Apr 12, 2024

ແນະນໍາການຊໍາລະເງິນໃຫ້ຄົນຕ່າງປະເທດໄປຈີນ
ສະຖານເອກອັກຄະລັດຖະທູດ ແຫ່ງ ສປ ຈີນ ປະຈໍາ ສປປ ລາວ ຈັດຝຶກອົບຮົມ “ແນະນໍາການຊໍາລະເງິນໃຫ້ຄົນຕ່າງປະເທດໄປຈີນ” ໃນຕອນເຊົ້າວັນທີ 10 ເມສາ 2024 ຢູ່ສູນວັດທະນະທໍາ ປະຈໍາ ລາວ ທີ່ນະຄອນຫລວງວຽງຈັນ ໂດຍມີ ທ່ານ ຫຼີ່ວ ຈີ່ໂຢ ຕາງໜ້າສະຖານເອກອັກຄະລັດຖະທູດ ສປ ຈີນ ປະຈໍາລາວ, ນັກສຶກສາລາວທີ່ພວມກະກຽມໄປສຶກສາຕໍ່ທີ່ປະເທດຈີນ ແລະ ສື່ມວນຊົນຈາກຫລາຍພາກສ່ວນອ້ອມຂ້າງສູນກາງເຂົ້າຮ່ວມ.
ໃນໂອກາດນີ້, ຜູ້ຕາງໜ້າໜ່ວຍງານທີ່ກ່ຽວຂ້ອງຈາກທະນາຄານແຫ່ງປະເທດຈີນ (ຮົງກົງ) ສາຂານະຄອນຫຼວງວຽງຈັນ ໄດ້ຂຶ້ນອະທິບາຍໃຫ້ຮູ້ກ່ຽວກັບຄູ່ມືການຊຳລະພາຍໃນປະເທດຈີນ ສຳ ລັບຄົນຕ່າງປະເທດ ເນື່ອງຈາກປະເທດຈີນ ເອົາໃຈໃສ່ຊຸກຍູ້ການຊຳລະແບບເຄື່ອນທີ່ແທນການໃຊ້ເງິນສົດ ເພື່ອອໍານວຍຄວາມ ສະດວກໃຫ້ແກ່ນັກທ່ອງທ່ຽວທີ່ໄປທ່ອງທ່ຽວ, ໄປສຶກສາຮໍ່າ ຮຽນ, ດໍາເນີນທຸລະກິດ ແລະ ອື່ນໆ ຢູ່ປະເທດຈີນ ດ້ວຍການພັດທະນາລະບົບຊໍາລະຕ່າງໆ ຜ່ານລະບົບອອນລາຍທາງມືຖື ເຮັດໃຫ້ມີຄວາມສະດວກສະບາຍ ເພາະບໍ່ຈໍາເປັນຕ້ອງພົກພາເງິນສົດ, ທັງຫລຸດຜ່ອນຄວາມສ່ຽງຕ່າງໆ.
ຜູ້ຕາງໜ້າທະນາຄານດັັ່ງກ່າວ ໄດ້ອະທິບາຍໃນ 4 ບັນຫາສໍາຄັນ ຄື: ການໃຊ້ບັດຊຳລະ, ການຊໍາລະເຄື່ອນທີ່, ການໃຊ້ເງິນສົດ ແລະ ການແລກປ່ຽນ ແລະ ຜະລິດຕະພັນ BOC, ໃນນີ້ ພາຍໃນປະເທດຈີນສາມາດຮອງຮັບບັດ Unionpay, Visa, Mastercard, American Express, JCB. ທ່ານສາມາດນໍາໃຊ້ບັດເຫລົ່ານີ້ລວມເຖິງບັດ Virtual Card ເຊັ່ນ Apple pay ເຂົ້າໃນການຊໍາລະຄ່າບໍລິການກັບໂຮງແຮມ, ຮ້ານຄ້າ ແລະ ຮ້ານອາຫານໃນຈີນໄດ້.
ການຊໍາລະແບບເຄື່ອນທີ່ພາຍໃນປະເທດຈີນເປັນສ່ວນຫນື່ງໃນການດໍາລົງຊີວິດ, ປະຊາຊົນຫລາຍກວ່າ 90% ນຳໃຊ້ການຊໍາລະແບບເຄື່ອນທີ່, ຊ່ອງທາງທີ່ພື້ນຖານທີ່ສຸດຂອງຈີນໃນປັດຈຸ ບັນມີ Wechat, Alipay ແລະ Unionpay Qr. ຂະນະ ດຽວກັນປະເທດລາວເຮົາກໍກໍາລັງພັດທະນາລະບົບການຊໍາລະຕ່າງໆ ໂດຍຖອດຖອນບົດຮຽນຈາກປະເທດຈີນ.
ນອກຈາກນີ້, ຜູ້ເຂົ້າຮ່ວມຍັງໄດ້ຮັບຮູ້ກ່ຽວກັບການດາວໂຫລດ, ການສະແກນ ແລະ ການໂອນເງິນຜ່ານລະບົບອອນລາຍໂດຍຜ່ານແອັບພີເຄເຊິນຕ່າງໆ ທີ່ບໍລິການໃນປະເທດຈີນ ຕື່ມອີກ. ທັງໝົດນີ້ ເພື່ອແນໃສ່ເຮັດໃຫ້ການນໍາໃຊ້ເງິນເຂົ້າໃນການດໍາເນີນທຸລະກໍາຕ່າງໆ ຂອງຄົນຕ່າງປະເທດທີ່ເດີນທາງໄປຈີນມີຄວາມ ສະດວກສະບາຍທີ່ສຸດ.
ຂ່າວອອນລາຍ, ວສລ
ພາບ: ຢຸພິນ