ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ແບ່ງຄວາມຮັບຜິດຊອບປັບປຸງເນື້ອໃນຮ່າງລັດຖະທຳມະນູນແຕ່ລະຂົງເຂດ

Sep 9, 2024

ເພື່ອປຶກສາຫາລືກ່ຽວກັບການແບ່ງຄະນະໃນການຄົ້ນຄວ້າປັບປຸງເນື້ອໃນຂອງຮ່າງລັດຖະທຳມະນູນເປັນແຕ່ລະຂົງເຂດ ແນໃສ່ເຮັດໃຫ້ການປັບປຸງເນື້ອໃນຂອງຮ່າງລັດຖະທຳມະນູນ ມີຄວາມລະອຽດ ແລະ ຮັດກຸມຫຼາຍຂຶ້ນ ແລະ ເພື່ອຜ່ານຮ່າງແຜນດຳເນີນງານຂອງຄະນະກຳມະການລະດັບຊາດປັບປຸງລັດຖະທຳມະນູນ ແຫ່ງ ສປປລາວ ສະບັບປີ 2015 (ຄລຊ) ແຕ່ເດືອນສິງຫາ 2024 – ເດືອນກໍລະກົດ 2025.
ວັນທີ 5 ກັນຍານີ້ ທີ່ສະພາແຫ່ງຊາດ (ສພຊ) ຄະນະກຳມະການລະດັບຊາດປັບ ປຸງລັດຖະທຳມະນູນ ໄດ້ຈັດກອງປະຊຸມປຶກສາຫາລືແບ່ງຄວາມຮັບຜິດຊອບໃນການປັບປຸງເນື້ອໃນຮ່າງລັດຖະທຳມະນູນແຕ່ລະຂົງເຂດ ໂດຍການເປັນປະທານຂອງທ່ານ ສຈ. ປອ. ຈະເລີນ ເຍຍປາວເຮີ ຮອງປະທານສະພາແຫ່ງຊາດ, ຮອງປະທານ ຜູ້ປະຈຳການ ຄລຊ ເຊິ່ງມີບັນດາທ່ານໃນຄະນະອະນຸກຳມະການຕ່າງໆ ແລະ ກອງເລຂາຂອງ ຄລຊ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມຢ່າງພ້ອມພຽງ.
ກອງປະຊຸມໄດ້ຜ່ານຮ່າງຂໍ້ຕົກລົງວ່າດ້ວຍການແບ່ງຄວາມຮັບຜິດຊອບໃນການຄົ້ນຄວ້າເນື້ອໃນຕໍ່ການປັບປຸງລັດຖະທຳມະນູນ ແຫ່ງ ສປປລາວ ສະບັບປີ 2015 ເຊິ່ງແບ່ງອອກເປັນສາມຂົງເຂດຄື: ເນື້ອໃນຂົງເຂດການປົກຄອງ ແລະ ເສດຖະກິດ-ສັງຄົມ, ເນື້ອໃນຂົງເຂດລະບອບການເມືອງ, ສິດ ແລະ ພັນທະພື້ນຖານຂອງພົນລະ ເມືອງ, ເນື້ອໃນຂົງເຂດອົງການນິຕິບັນຍັດ ແລະ ຕຸລາການ (ສານປະຊາຊົນ ແລະ ອົງການໄອຍະການປະຊາຊົນ); ຜ່ານຮ່າງແຜນດຳເນີນງານຂອງ ຄລຊ (ແຕ່ເດືອນກັນຍາ 2024 – ເດືອນກໍລະກົດ 2025) ທັງນີ້, ກໍເພື່ອຮັບປະກັນໃຫ້ແກ່ການເຄື່ອນ ໄຫວຂອງຄະນະກຳມະການລະດັບຊາດປັບປຸງລັດຖະທຳມະນູນ ດຳເນີນໄປດ້ວຍດີ, ຮັບປະກັນຜົນສຳເລັດ ແລະ ທັນ ຕາມກຳນົດເວລາ. ພ້ອມກັນນັ້ນ, ຍັງໄດ້ປຶກສາຫາລືບາງວຽກງານຮີບດ່ວນຈຳນວນໜຶ່ງທີ່ຈະເລີ່ມປະຕິບັດໃນເດືອນກັນຍານີ້.
ຂ່າວ: ນາງ ອາລິນ ສຸພິມມະປະດິດ