ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ແຜນ​ການ​ຂອງ​ຈີນ​ໄດ້​ຊີ້​ທິດ​ເຍືອງ​ທາງໃຫ້​ແກ່​ “ການ​ຮ່ວມ​ມືບ​ຣິກ​ສ​ໃຫຍ່”

Oct 26, 2024

ວັນ​ທີ 23 ຕຸ​ລາ​ນີ້, ກອງ​ປະ​ຊຸມ​ສຸດຍອດບ​ຣິກ​ສ​ຄັ້ງ​ທີ 16 ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຄາ​ຊານ​ປະ​ເທດ​ຣັດ​ເຊຍ, ທ່ານ​ສີ​ຈິ້ນ​ຜິງ ປ​ະ​ທານ​ປະ​ເທດ​ຈີນ​ໄດ້​ເຂົ້າ​ຮ່ວມກອງ​ປະ​ຊຸມ ແລະ ກ່າວ​ຄຳ​ປາ​ໄສ​ສຳ​ຄັນ​ ໂດຍ​ກ່າວ​ເນັ້ນ​ວ່າ: ຈະ​ສ້າງບ​ຣິກ​ສ​ໃຫ້​ກາຍ​ເປັນ​ຊ່ອງ​ທາງ​ສຳ​ຄັນ​​ແກ່ການ​ຊຸກ​ຍູ້​ຄວາມ​ສາ​ມັກ​ຄີ ແລະ ການ​ຮ່ວມ​ມື​ຂອງ “​ເຂດ​ໂລກ​ໃຕ້” ແລະ ເປັນ​ກຳ​ລັງ​ນຳ​ໜ້າການ​ປະ​ຕິ​ຮູບ​ການ​ບໍ​ລິ​ຫານ​ໂລກ ພ້ອມ​ທັງ​ໄດ້​ສົ່ງ​ເສີມ​ໃຫ້​ຝ່າຍ​ຕ່າງໆ​ຮ່ວມ​ກັນ​ສ້າງ “ບ​ຣິ​ກ​ສ​ສັນ​ຕິ​ພາບ”, “ບ​ຣິ​ກ​ສ​ທີ່​ມີ​ການ​ປະ​ດິດ​ສ້າງ​ໃໝ່”, “ບ​ຣິກ​ສ​ສີຂຽວ”, “ບ​ຣິກ​ສ​ທີ່​ມີ​ຄວາມ​ຍຸດ​ຕິ​ທຳ” ແລະ “ບ​ຣິກ​ສວັດ​ທະ​ນະ​ທຳ” ແລະ ຍັງ​ໄດ້​ເປີດ​ເຜີຍ​ມາດ​ຕະ​ການຕ່າງໆ ທີ່​ເປັນ​ຮູບ​ປະ​ທຳ ເຊິ່ງ​ໄດ້​ເຮັດ​ໃຫ້​ປະ​ຊາ​ຄົມ​ໂລກ​ສົນ​ໃຈ​ນຳ​ຢ່າງກວ້າງ​ຂວາງ.
ສື່ມວນ​ຊົນ​ທົ່ວ​ໂລກ​ໄດ້​ຕີ​ລາ​ຄາ​ຢ່າງ​ຕັ້ງ​ໜ້າ​ຕໍ່​ບົດ​ບາດ​ຂອງ​ຈີນ ເປັນ​ຕົ້ນ​ແມ່ນ “ຂໍ້​ລິ​ເລີ່ມ 5 ຂໍ້​ຂອງ​ທ່ານ​ສີ​ຈິ້​ນ​ຜິງ​ຈະ​ຊຸກ​ຍູ້​​ໃຫ້ການ​ຮ່ວມ​ມືບ​ຣິກ​ສ​ກ້າວ​ຂຶ້ນ​ສູ່​ລະ​ດັບ​ໃໝ່”, “ຈີນ​ແມ່ນ​ໜຶ່ງ​ໃນ​ກຳ​ລັງ​ສຳ​ຄັນ ທີ່​ຊຸກ​ຍູ້​ການ​ຮ່ວມ​ມື ແລະ ການ​ພັດ​ທະ​ນາບ​ຣິກ​ສ​ໃຫຍ່”, “ຄວາມ​ສາ​ມັກ​ຄີ​ຂອງບ​ຣິກ​ສ​ມີ​ຜົນ​ດີ​ຕໍ່​ການ​​ປັບ​ປຸງລະ​ບຽບໂລກ​ທີ່​ມີຫຼາຍ​ຂົ້ວ”. ຄຳ​ປາ​ໄສ​ຂອງ​ທ່ານ​ສີ​ຈິ້ນ​ຜິງ​ໄດ້​ຊີ້​ແຈງ​ຖາ​ນະ ແລະ ຊ່ອງ​ທາງ​ການ​ພັດ​ທະ​ນາ​ໃນ​ທົ່ວ​ໂລກຂອງ​ “ການ​ຮ່ວມ​ມືບ​ຣິ​ກ​ສ​ໃຫຍ່” ແລະ ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ບົດ​ບາດ​ຂອງ​ຈີນ​ທີ່​ເປັນ​ການນຳ​ພາ​ມາ​ໂດຍ​ຕະຫຼອດ ເຊິ່ງ​ໄດ້​ປະ​ກອບ​ສ່ວນ​ແຜນ​ການ​ຂອງ​ຈີນ​ ​ເຂົ້າໃນ​ການ​ຊຸກ​ຍູ້​ໃຫ້ “ການ​ຮ່ວມ​ມືບ​ຣິກ​ສ​ໃຫຍ່” ພັ​ດ​ທະ​ນາ​ດ້ວຍ​ຄຸນ​ນະ​ພາບ​ສູງ.
ປັດ​ຈຸ​ບັນ, ຍອດ​ປະ​ລິ​ມານ​ເສດ​ຖະ​ກິດ​ຂອງ “ວົງ​ຄະ​ນາ​ຍາດບ​ຣິກ​ສ” ໄດ້​ກວມ​ປະ​ມານ 30% ຂອງ​ໂລກ, ປະ​ຊາ​ກອນກວມ​ເກືອບ​ເຄິ່ງ​ໜຶ່ງ ແລະ ຍອດ​ມູນ​ຄ່າ​ການ​ຄ້າ​ກວມ​ປະ​ມານ 20% ຂອງ​ໂລກ. “ບ​ຣິກ​ສ” ມີ​ຄວາມ​ສາ​ມາດຫຼາຍກວ່າ​ເກົ່າ, ມີ​ລັກ​ສະ​ນະ​ຕົວ​ແທນຫຼາຍກວ່າ​ເກົ່າ ແລະ ມີ​ບົດ​ບາດ​ຂະ​ຫຍາຍ​ວົງ​ກວ້າງ​ອອກ, ໂລກຈະ​ມີ​ຄວາມ​ຫຄອງ​ຄອຍ​ຕໍ່ “ບ​ຣິກ​ສ” ຫຼາຍກວ່າ​ເກົ່າ ໂດຍ​ຫວັງ​ວ່າ “ບ​ຣິກ​ສ”ຈະ​ສາ​ມາດ​ເພີ່ມ​ພະ​ລັງຫຼາຍກວ່າ​ເກົ່າ ແລະ ມີ​ການ​ປະ​ກອບ​ສ່ວນຫຼາຍກວ່າ​ເກົ່າ​ໃຫ້​ແກ່​ການ​ປົກ​ປັກ​ຮັກ​ສາ​ສັນ​ຕິ​ພາບ​ ແລະ​ ການ​ພັ​ດ​ທະ​ນາ​ຂອງ​ໂລກ.
ທີ່ມາ: CMG
May be an image of text