ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ແມ່ຍິງລາວບັນດາເຜົ່ານັບມື້ໄດ້ຮັບການພັດທະນາຢ່າງບໍ່ຢຸດຢັ້ງ

Jul 20, 2025

ຫຼາຍຄົນອາດຄິດວ່າ: ຄໍາວ່າແມ່ຍິງ ເປັນພຽງເພດທີ່ອ່ອນ ແອ, ບໍ່ສາມາດຊ່ວຍເຫລືອຕົນເອງ ແລະ ອາໃສແຕ່ເພດຊາຍຄຸ້ມ ຄອງດູແລ ແລະ ຊ່ວຍເຫລືອທຸກຢ່າງ.
ແຕ່ຄວາມຄິດເຫລົ່ານີ້ ຖ້າເອົາມາໃຊ້ກັບແມ່ຍິງລາວບັນດາເຜົ່າ ແມ່ນຜິດພາດທີ່ສຸດ ເພາະແມ່ຍິງລາວເຖິງວ່າເປັນຄົນອ່ອນ ຫວານນິ້ມນວນ ແລະ ມີຈິດໃຈໂອບເອື້ອອາລີ ແຕ່ເປັນຄົນທີ່ເຂັ້ມ ແຂງ ແລະ ອົດທົນຜ່ານຜ່າອຸປະສັກນາໆ ປະການ. ສະແດງງອອກໃນສະໄໝຕໍ່ສູ້ກູ້ຊາດ ແມ່ຍິງລາວບັນດາເຜົ່າໃນທົ່ວປະເທດ ໄດ້ຄຽງບ່າຄຽງໄຫລ່ກັບເພດຊາຍຕໍ່ສູ້ຕ້ານການຮຸກຮານຂອງພວກສັກດິນາ, ພວກຈັກກະພັດລ່າເມືອງຂຶ້ນແບບເກົ່າ ແລະ ແບບໃໝ່ໃນສະໝໍຣະພູມຮົບຢ່າງດຸເດືອດ, ໜຽວແໜ້ນ ແລະ ພິລາດອາດ ຫານທີ່ສຸດ ເຮັດໃຫ້ເກີດມີເອື້ອຍນ້ອງກອງກໍາລັງໄຟເພດຍິງ, ສາວຊຽງຂວາງທັງງາມ-ທັງເກັ່ງ ແລະ ເອື້ອຍນ້ອງຍິງຢູ່ແຂວງອື່ນໆ ທົ່ວປະເທດ ໄດ້ຮ່ວມສ້າງວິລະກໍາອັນຍິ່ງໃຫຍ່ ແລະ ເກີດມີວິລະ ຊົນ, ເລື່ອງຈິງຄົນແທ້ ເປັນຕົ້ນ: ແມ່ເຖົ້າຢົງກາຍ, ທ່ານ ນາງ ພວງ, ທ່ານ ນາງ ບົວຄໍາ ພົມມະຈັນ ແລະ ທ່ານ ອື່ນໆ ທີ່ໄດ້ປະກອບສ່ວນຢ່າງສົມກຽດເຂົ້າໃນການຂຽນໜ້າປະຫວັດສາດຂອງຊາດລາວ.
ໃນໄລຍະແຫ່ງການປົກປັກຮັກສາ ແລະ ສ້າງສາພັດທະ ນາປະ ເທດຊາດໃນປັດຈຸບັນ ກໍເຊັ່ນດຽວກັນ ພາຍໃຕ້ການນໍາພາ-ຊີ້ນໍາຂອງພັກ ແລະ ຄວາມເອົາໃຈໃສ່ຢ່າງເຂັ້ມແຂງຂອງລັດຖະ ບານ ໂດຍມີສູນກາງສະຫະພັນແມ່ຍິງລາວເປັນອົງການຈັດຕັ້ງມະ ຫາຊົນຂອງພັກທີ່ເປັນຕົວແທນແຫ່ງສິດ ແລະ ຜົນປະໂຫຍດອັນຊອບທຳຂອງແມ່ຍິງລາວ ໄດ້ປຸກລະດົມແມ່ຍິງລາວບັນດາເຜົ່າທຸກ ຄົນເດີນຕາມແນວທາງນະໂຍບາຍຂອງພັກ, ເສີມຂະຫຍາຍມູນ ເຊື້ອອັນດີງາມຂອງແມ່ຍິງລາວບັນດາເຜົ່າທີ່ເຄີຍມີມາ ແລະ ສ້າງທຸກເງື່ອນໄຂໃຫ້ແມ່ຍິງລາວ ໄດ້ມີຊີວິດການເປັນຢູ່ທີ່ດີຂຶ້ນທາງດ້ານວັດຖຸ ແລະ ຈິດໃຈ, ຍົກສູງສິດສະເໝີພາບ ແລະ ບົດບາດ ຍິງ-ຊາຍທຽບເທົ່າກັນໃນທຸກດ້ານ ເຮັດໃຫ້ປັດຈຸບັນ ແມ່ຍິງລາວໄດ້ຮັບການພັດທະນາໃນທຸກຂົງເຂດວຽກງານ, ຄຽງບ່າຄຽງໄຫຼ່ ແລະ ມີບົດບາດເທົ່າທຽມກັບເພດຊາຍ.
May be an image of 2 people
ເອື້ອຍນ້ອງແມ່ຍິງຈຳນວນບໍ່ໜ້ອຍໄດ້ກາຍເປັນສະມາຊິກສະພາແຫ່ງຊາດ, ສະມາຊິກສະພາປະຊາຊົນຂັ້ນແຂວງ, ເປັນນັກ ການເມືອງ, ນັກການທູດ, ແພດໝໍທີ່ຊຳນານງານ, ອາຈານສອນ, ນັກທຸລະກິດ ແລະ ອື່ນໆ ນັບມື້ຫລາຍຂຶ້ນ. ອີງຕາມຂໍ້ມູນຈາກເອກະ ສານມູນເຊື້ອການກຳເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວຂອງອົງ ການຈັດຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 70 ປີ ໃຫ້ຮູ້ວ່າ: ສະເພາະສະມາຊິກສະພາແຫ່ງຊາດ ຊຸດທີ IX ມີເພດຍິງ 36 ທ່ານ, ກວມເອົາ 21,95% ຂອງຈໍານວນສະມາຊິກສະພາ ແຫ່ງຊາດທັງໝົດ, ພະນັກງານເພດຍິງໄດ້ຮັບການບັນຈຸ, ສັບ ຊ້ອນເຂົ້າໃນຕຳແໜ່ງນໍາພາ, ຄຸ້ມຄອງຂັ້ນສູນກາງ ແລະທ້ອງຖິ່ນ ເພີ່ມຂຶ້ນ, ສະເພາະນັບແຕ່ໄລຍະກອງປະຊຸມໃຫຍ່ຂອງພັກຄັ້ງທີ XI ເປັນຕົ້ນມາ, ມີກຳມະການກົມການເມືອງສູນກາງພັກ 13 ສະ ຫາຍ/ຍິງ 2 ສະຫາຍ; ກຳມະການສູນກາງພັກ 71 ສະຫາຍ/ຍິງ 12 ສະຫາຍ ; ກຳມະການສໍາຮອງສູນກາງພັກ 10 ສະຫາຍ /ຍິງ 2 ສະຫາຍ; ຮອງປະທານສະພາແຫ່ງຊາດ 1 ທ່ານ; ຮອງປະທານປະເທດ 1 ທ່ານ, ລັດຖະມົນຕີກະຊວງ ແລະ ທຽບເທົ່າ 21 ທ່ານ, ຍິງ 4 ທ່ານ (ຂໍ້ມູນປີ 2021).
ແມ່ຍິງໄດ້ຮັບຄວາມເຊື່ອຫມັ້ນ ແລະ ຖືກມອບໝາຍໜ້າທີ່ໃນຂັ້ນນຳພາຄຸ້ມຄອງ ແລະ ຕັດສິນບັນຫາສຳຄັນທຸກລະດັບ ນັບຕັ້ງແຕ່ຂັ້ນບ້ານຈົນຮອດການນຳຂັ້ນສູງຂອງພັກ, ສະພາແຫ່ງຊາດ ແລະ ລັດຖະບານດ້ວຍຈຳນວນທີ່ເພີ່ມຂຶ້ນທຸກປີ ເຮັດໃຫ້ບົດ ບາດ, ອິດທິພົນ ແລະ ຊື່ ສຽງຂອງແມ່ຍິງລາວນັບມື້ນັບສູງເດັ່ນຂຶ້ນໃນເວທີການເມືອງທັງພາຍໃນປະເທດ, ພາກພື້ນ ແລະ ສາ ກົນ.
ພັກ ແລະ ລັດ ຍາມໃດກໍໃຫ້ຄວາມສໍາຄັນຕໍ່ບົດບາດຍິງ- ຊາຍ ກໍຄື ການໃຫ້ແມ່ຍິງເຂົ້າໃນມີບາດບາດໃນທຸກຂົງເຂດວຽກ ງານນັບມື້ເພີ່ມຂຶ້ນ ເພື່ອພ້ອມກັນສ້າງສາ ແລະ ພັດທະນາປະ ເທດຊາດໃຫ້ນັບຈະເລີນກ້າວໜ້າ ແລະ ນໍາເອົາປະເທດຊາດຫລຸດພົ້ນອອກຈາກປະເທດດ້ອຍພັດທະນາຕາມທີ່ໄດ້ວາງຄາດໝາຍເອົາໄວ້ ເພາະໃນຂະບວນການສ້າງສາ ແລະ ພັດທະນາດັ່ງກ່າວ ຮຽກຮ້ອງຕ້ອງການຢ່າງຍິ່ງຕໍ່ຜູ້ທີ່ມີຄວາມຮູ້-ຄວາມສາມາດສູງບໍ່ວ່າເປັນເພດຍິງ ຫລື ຊາຍ ຈິ່ງເຮັດໃຫ້ແມ່ຍິງລາວບັນດາເຜົ່າຄືກຳລັງແຮງສັງລວມຂອງຊາດທີ່ຕັດແຍກອອກບໍ່ໄດ້ກັບກຳລັງແຮງທີ່ເປັນເພດຊາຍ.
May be an image of 2 people
ດັ່ງນັ້ນ, ໃນໂອກາດວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບ ຮອບ 70 ປີ (20/07/1955-20/07/2025) ໃນປີນີ້, ຮຽກ ຮ້ອງມາຍັງບັນດາອົງການຂອງພັກ, ລັດ ແລະ ອົງການມະຫາຊົນ ສືບຕໍ່ເພີ່ມທະວີຄວາມເອົາໃຈໃສ່ກໍ່ສ້າງພະນັກງານເພດຍິງໃຫ້ມີສ່ວນຮ່ວມໃນການຕັດສິນບັນຫາສໍາຄັນຕ່າງໆ ຂອງຊາດໃຫ້ນັບມື້ຫລາຍຂຶ້ນ. ຂະນະດຽວກັນ ຕ້ອງຊຸກຍູ້ສົ່ງເສີມເພດຍິງໃນສັງ ຄົມທົ່ວໄປ ບໍ່ວ່າເປັນນັກທຸລະກິດ, ຊາວຄ້າຂາຍ ຫລື ປະຊາ ຊົນເຂົ້າໃນການພັດທະນາສ້າງສາປະເທດຊາດໃຫ້ທົ່ວເຖີງ, ໄປພ້ອມໆ ກັບການເພີ່ມທະວີຄວາມເອົາໃຈໃສ່ສ້າງເງື່ອນໄຂໃຫ້ແມ່ຍິງລາວບັນດາເຜົ່າທີ່ກວມຈຳນວນຫລາຍກວ່າເຄິ່ງໜຶ່ງຂອງພົນລະ ເມືອງທົ່ວປະເທດໄດ້ເສີມຂະຫຍາຍຄວາມຮູ້-ຄວາມສາມາດ, ມີວິຊາ ຊີບ, ມີວຽກເຮັດງານທຳ ແລະ ອື່ນໆ ເພື່ອເຮັດໃຫ້ໃຫ້ເຂົາ ເຈົ້າສາ ມາດເຄື່ອນໄຫວສ້າງລາຍຮັບທີ່ຫມັ້ນຄົງໃຫ້ຄອບຄົວ ແລະ ປະ ກອບສ່ວນສໍາຄັນເຂົ້າໃນການປົກປັກຮັກສາ ແລະ ສ້າງສາປະເທດ ຊາດໃຫ້ນັບມື້ຈະເລີນກ້າວໜ້າຢ່າງບໍ່ຢຸດຢັ້ງ.
ຮຽກຮ້ອງມາຍັງແມ່ຍິງລາວບັນດາເຜົ່າທົ່ວປະເທດ ຈົ່ງສືບຕໍ່ພັດທະນາຕົນເອງຢ່າງຕໍ່ເນື່ອງ, ທັງທາງດ້ານຄວາມຮູ້-ຄວາມສາ ມາດ ແລະ ຄຸນສົມບັດສິນທໍາປະຕິບັດ ເພື່ອເຮັດສໍາເລັດທຸກໜ້າ ທີ່ທີ່ພັກ ແລະ ລັດ ມອບໝາຍໃຫ້, ທັງເຮັດໃຫ້ບົດບາດ ແລະ ຄວາມຮູ້-ຄວາມສາມາດຂອງເພດຍິງນັບມື້ເທົ່າທຽມ ແລະ ພ້ອມ ກັນຮຽງບ່າຮຽງໄຫລ່ກັບເພດຊາຍໃນພາລະກິດສ້າງສາ ແລະ ພັດ ທະນາປະເທດຊາດອັນແສນຮັກທີ່ບັນພະບຸລຸດຂອງລາວເອົາຊີ ວິດ ແລະ ເລືອດເນື້ອເຫື່ອແຮງເພື່ອຕໍ່ສູ້ດ້ວຍຄວາມທໍລະ ຫົດອົດທົນ ແລະ ເຕັມໄປດ້ວຍຄວາມເສຍສະລະ ຈຶ່ງສາມາດປົດ ປ່ອຍປະເທດ ຊາດຈາກແອກການປົກຄອງຂອງພວກຈັກກະພັດຜູ້ຮຸກຮານໄດ້ຢ່າງສະຫງ່າຜ່າເຜີຍ ໃຫ້ນັບມື້ຈະເລີນຮູ່ງເຮືອງສີວິ ໄລ.
ຊົມເຊີຍ ວັນສ້າງຕັ້ງສະຫະພັນແມ່ຍິງລາວ ວັນທີ 20 ກໍລະ ກົດ ຄົບຮອບ 70 ປີ ຢ່າງສຸດໃຈ !
ໂດຍ: ບຸນຕຽງ ຈັນທະວົງ, ວສລ