ຄະນະບໍລິຫານງານສະຫະພັນແມ່ຍິງ ຄະນະໂຄສະນາອົບຮົມສູນກາງພັກ (ຄອສພ), ໄດ້ຈັດພິທີສະເຫຼີມສະຫຼອງວັນແມ່ຍິງສາກົນ ຄົບຮອບ 115 ປີ ( 8 / 3/ 1910 – 8 /3 /2025) ພາຍໃຕ້ຄໍາຂັວນ: “ສິດທິ, ຄວາມຍຸຕິທໍາ, ການລົງມືປະຕິບັດເພື່ອແມ່ຍິງ ແລະ ເດັກຍິງທຸກຄົນ”, ໃນວັນທີ 5 ມີນານີ້ ທີ່ສະໂມສອນ ຄອສພ ໂດຍການເປັນປະທານ ແລະ ໃຫ້ກຽດບັນລະຍາຍເອກະສານ ຂອງສະຫາຍ ນາງວິລະວອນ ພັນທະວົງ, ຄະນະປະຈໍາພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ຜູ້ຊີ້ນໍາອົງການຈັດຕັ້ງມະຫາຊົນ, ສະຫາຍນາງ ຈັນສຸກ ພິມມະວັນ ປະທານສະຫະພັນແມ່ຍິງ ຄອສພ, ແຂກຖືກເຊີນ ພ້ອມດ້ວຍຄະນະໜ່ວຍ, ສະມາຊິກສະຫະພັນແມ່ຍິງທີ່ຂຶ້ນກັບ ຄອສພ.
ໃນພິທີ, ສະຫາຍ ນາງວິລະວອນ ພັນທະວົງ ໄດ້ຍົກໃຫ້ຮູ້ເຖິງການກໍາເນີດ ວັນທີ 8ມີນາ, ທຸກໆປີ ເອື້ອຍນ້ອງແມ່ຍິງ ໄດ້ພາກັນສະເຫຼີມສະຫຼອງ ເຫດການທີ່ເກີດຂຶ້ນຊຶ່ງໄດ້ຕິດພັນກັບປະຫວັດສາດຂອງໂລກ ບໍ່ພຽງແຕ່ປະຊາຊົນລາວ ກໍຄື ແມ່ຍິງລາວເທົ່ານັ້ນ ຍັງໄດ້ຕິດພັນກັບຂະບວນການກົດຂີ່ຂູດຮີດຂອງພວກຈັກະພັດ. ພາຍຫຼັງປ່ຽນຈາກລະບອບສັກດີນາ ມາເປັນລະບອບນາຍທຶນ ພວກມັນຍິ່ງກົດຂີ່ຂູດຮີດແຮງງານຂອງແມ່ຍິງ ເພື່ອສ້າງຮັ່ງຄູນມີໃຫ້ແກ່ພວກເຂົາ, ພວກນາຍທຶນໃຊ້ແຮງງານແມ່ຍິງໄປເປັນກໍາມະກອນຢູ່ຕາມໂຮງຈັກ-ໂຮງງານ, ເປັນຂ້າທາດ, ເປັນນາງບໍາເລີ ໃຫ້ແກ່ພວກເຂົາ ໂດຍບໍ່ຄໍານຶງເຖິງ ຊີວິດການເປັນຢູ່ຂອງແມ່ຍິງເລົ່ານັ້ນ, ຈາກເຫດການດັ່ງກ່າວ ແມ່ຍິງ ຈຶ່ງເພີ່ມຄວາມເຈັບແຄ້ນເປັນທະວີຄູນ ຕໍ່ພວກນາຍທຶນທີ່ກົດຂີ່ຂູດຮີດແຮງງານ ເຖິງຢ່າງໃດກໍຕາມ ແມ່ຍິງຈຶ່ງລຸກຮື້ຂຶ້ນຕໍ່ສູ້ ທວງເອົາສິດ ແລະ ເອກະລາດຄືນມາ ຍ້ອນແນວນັ້ນ ໃນໂຮງຈັກ-ໂຮງງານ ຂອງສະຫະລັດອາເມລິກາ ຈຶ່ງໄດ້ຢຸດການເຮັດວຽກ ເພື່ອທວງໃຫ້ນາຍທຶນ ຕ້ອງໄຊ້ຄ່າແຮງງານຢ່າງເໝາະສົມ, ແຕ່ການຕໍ່ສູ້ດັ່ງກ່າວ ກໍບໍ່ໄດ້ຮັບໄຊຊະນະ. ການຕໍ່ສູ້ໄດ້ສ່ອງແສງເຖິງກະແສຟອງຂອງຄວາມຄຽດແຄ້ນໄປທົ່ວໂລກ, ສະເພາະ ແມ່ນແມ່ຍິງຢູ່ທະວີບອາເມລິກາ ແລະ ທະວີບເອີລົບ ໄດ້ທວງເອົາເວລາເຮັດວຽກ ມື້ໜຶ່ງ 8 ຊົ່ວໂມງ, ທວງເອົາການຮັບປະກັນສິດທິພື້ນຖານ ດ້ານສະຫວັດດີການສັງຄົມ, ການເບິ່ງແຍງໃນເວລາເຈັບ-ປ່ວຍ, ການອອກລູກ ແລະ ທວງເອົາສິດອື່ນໆ.

ພາຍຫຼັງໄດ້ຮັບຮອງເອົາ ວັນທີ 8/3 ເປັນວັນແມ່ຍິງສາກົນ ນັບແຕ່ນັ້ນມາ ຈົນເຖິງປັດຈຸບັນ ແມ່ນຄົບຮອບ 116 ປີ, ການສະເຫຼີມສະຫຼອງແຕ່ລະປີ ເປັນການລະນຶກເຖິງ ແມ່ຍິງທີ່ໄດ້ເສຍສະຫຼະຊີວິດຕົນເອງ ເພື່ອຊາວກໍາມະກອນໃນທົ່ວໂລກ ຊຶ່ງບໍ່ພຽງແຕ່ເອື້ອຍນ້ອງແມ່ຍິງເທົ່ານັ້ນ ແຕ່ຍັງລວມເຖິງ ກໍາມະກອນທີ່ເປັນເພດຊາຍ ກໍໄດ້ຜົນປະໂຫຍດເຊັ່ນກັນ. ຈາກນັ້ນ ໃນແຕ່ລະປີ ກໍໄດ້ຈັດກອງປະຊຸມຕ່າງໆ ເພື່ອປຶກສາຫາລື ກ່ຽວກັບ ວຽກງານແມ່ຍິງເປັນອັນສະເພາະ ແລະ ໄດ້ວາງຄໍາຂັວນ ເພື່ອສູ້ຊົນຈັດຕັ້ງປະຕິບັດໃຫ້ສໍາເລັດ ເປັນຕົ້ນ ມີສົນທິສັນຍາ ແມ່ຍິງ ແລະ ເດັກນ້ອຍ, ການຕ້ານການໃຊ້ຄວາມຮຸນແຮງ ຕໍ່ແມ່ຍິງ ແລະ ເດັກຍິງ ແລະ ອື່ນໆ ໃນທົ່ວໂລກ ໄດ້ມີຄະນະກໍາມະການສາກົນ ທີ່ເວົ້າເລື່ອງວຽກແມ່ຍິງ.
ສໍາລັບ ສປປ ລາວ ກໍໄດ້ມີເຊັ່ນດຽວກັນ ພັກ, ລັດ ຍາມໃດກໍໃຫ້ຄວາມສໍາຄັນຕໍ່ວຽກງານຂອງແມ່ຍິງ-ເດັກນ້ອຍ, ໃຫ້ສິດສະເໝີພາບ ລະຫວ່າງຍິງ-ຊາຍ ທັງໄດ້ຍົກບົດບາດ ຂອງແມ່ຍິງສູ່ລະດັບສູງ, ມີຄະນະກໍາມາທິການ ແຫ່ງຊາດ ເພື່ອຄວາມກ້າວໜ້າຂອງແມ່ຍິງ ແລະ ເດັກນ້ອຍ, ແຕ່ລະໄລຍະ ໄດ້ວາງທິດທາງ ນໍາພາແມ່ຍິງ ໄດ້ມີການເຄື່ອນໄຫວ, ຄໍາຂັວນການສະເຫຼີມສະຫຼອງວັນແມ່ຍິງສາກົນ ປີ 2026 ຄົບຮອບ 116 ປີ ພາຍໃຕ້ຄໍາຂັວນ: “ສິດທິ, ຄວາມຍຸຕິທໍາ, ການລົງມືປະຕິບັດເພື່ອແມ່ຍິງ ແລະ ເດັກຍິງທຸກຄົນ”, ນັບຕັ້ງແຕ່ມີພັກນໍາພາ ພັກໄດ້ວາງແນວທາງ, ກໍານົດແຕ່ຫົວທີ ຖ້າຢ້ອນໄປເບິ່ງໂຄງການການເມືອງ 12 ຂໍ້ ຂອງພັກກໍໄດ້ມີໂຄງການ ການເມືອງໜຶ່ງທີ່ເວົ້າເຖິງ ຄວາມສະເໝີພາບ ຈຶ່ງເຮັດໃຫ້ແມ່ຍິງ ດໍາລົງຊີວິດພາຍໃຕ້ພັກນໍາພາ ຊີວິດການເປັນຢູ່ນັບມື້ໄດ້ຮັບການປັບປຸງທີ່ດີຂຶ້ນເປັນກ້າວໆ, ແມ່ຍິງໄດ້ມີສິດ ແລະ ປະກອບສ່ວນໃນທຸກຂົງເຂດວຽກງານ ເປັນຕົ້ນ ດ້ານການເມືອງ, ການທະຫານ, ດ້ານເສດຖະກິດ-ສັງຄົມ ນັບມື້ໄດ້ປະກອບສ່ວນຢ່າງເຕັມສ່ວນ.
ໃນພິທີ, ຍັງໄດ້ເຜີຍແຜ່ມະຕິກອງປະຊຸມໃຫຍ່ຜູ້ແທນແມ່ຍິງລາວທົ່ວປະເທດ ຄັ້ງທີ IX, ເຜີຍແຜ່ກົດລະບຽບຂອງສະຫະພັນແມ່ຍິງລາວ ຄັ້ງທີ IX, ຜ່ານຂໍ້ຕົກລົງ ວ່າດ້ວຍການຍຸບຄະນະສະຫະພັນແມ່ຍິງຮາກຖານ, ບັນດາໜ່ວຍແມ່ຍິງທີ່ຂຶ້ນກັບ ຄະນະສະຫະພັນແມ່ຍິງຮາກຖານ ແລະ ບັນດາໜ່ວຍພາກສ່ວນສື່, ຜ່ານຂໍ້ຕົກລົງ ວ່າດ້ວຍການບົ່ງຕົວແຕ່ງຕັ້ງ ຄະນະສະຫະພັນແມ່ຍິງຮາກຖານ ແລະ ບັນດາໜ່ວຍແມ່ຍິງທີ່ຂຶ້ນກັບ ຄະນະສະຫະພັນແມ່ຍິງຮາກຖານ ແລະ ບັນດາໜ່ວຍພາກສ່ວນສື່, ຜ່ານຂໍ້ຕົກລົງ ວ່າດ້ວຍການແຕ່ງຕັ້ງຄະນະກໍາມາທິການເພື່ອຄວາມກ້າວໜ້າ ຂອງແມ່ຍິງ, ແມ່ ແລະ ເດັກ ຄອສພ.
ຂ່າວ: ແສງຈັນ


