ແມ່ນຫຍັງທີ່ເຮັດໃຫ້ “ການທ່ຽວຈີນ” ໄດ້ຮັບຄວາມນິຍົມຊົມຊອບທີ່ສຸດ
ຫວ່າງມໍ່ໆມານີ້, ຄຳວ່າ “city ຫຼືບໍ່ city” ໄດ້ກາຍເປັນຄຳເວົ້າ ທີ່ໄດ້ຮັບຄວາມນິຍົມຊົມຊອບທີ່ສຸດໃນໂລກອິນເຕີເນັດ ເຊິ່ງໄດ້ເຮັດໃຫ້ຄຳເວົ້າທີ່ວ່າ “China Travel” ຫຼື “ການທ່ຽວຈີນ” ໄດ້ກາຍເປັນກະແສນິຍົມໃນສື່ສັງຄົມອອນລາຍຕ່າງປະເທດ. ທຳອິດ, ຄຳນີ້ເປັນພຽງແຕ່ ຄຳເວົ້າຕິດປາກຂອງ “Paul” ເຈົ້າຂອງບັນຊີສື່ສັງຄົມອອນລາຍຕ່າງປະເທດ ແລະ ນ້ອງສາວຂອງລາວ ທີ່ກ່າວໃນເວລາທ່ຽວຕົວເມືອງຕ່າງໆຂອງຈີນ ເພື່ອສະແດງໃຫ້ເຫັນເຖິງຄວາມຕື່ນເຕັ້ນດີໃຈ ແລະ ຄວາມອຸທານ ຕໍ່ສິ່ງທີ່ໄດ້ເຫັນກັບຕາຂອງຕົນເທົ່ານັ້ນ, ໄດ້ສ່ອງແສງໃຫ້ເຫັນເຖິງຄວາມເຫັນດີເຫັນພ້ອມ ແລະ ຄວາມຮັກແພງຕໍ່ຊີວິດຊາວຈີນ ກໍຄືປະສົບການໃນການທ່ຽວປະເທດຈີນຂອງນັກທ່ອງທ່ຽວຕ່າງປະເທດ ທີ່ມີຄວາມທັນສະໄໝ, ເປັນແບບສາກົນ ແລະ ເຕັມໄປດ້ວຍຄວາມມີຊີວິດຊີວາ.

ປັດຈຸບັນ, ຊາວຕ່າງປະເທດໄດ້ເຂົ້າມາທ່ຽວຈີນນັບມື້ນັບຫຼາຍຂຶ້ນ. ທັງໝົດເຫຼົ່ານີ້ແມ່ນຍ້ອນວ່າ ຈີນໄດ້ປັບປ່ຽນນະໂຍບາຍເປີດປະຕູສູ່ພາຍນອກ ແລະ ນະໂຍບາຍເຂົ້າ-ອອກເມືອງຂອງຕົນໃຫ້ສົມບູນຂຶ້ນເລື້ອຍໆ. ນັບແຕ່ຈີນໄດ້ປະຕິບັດນະໂຍບາຍຍົກເວັ້ນວີຊາເປັນເວລາ 144 ຊົ່ວໂມງ ຕໍ່ປະຊາຊົນນອກແວ ທີ່ເດີນທາງໄປປະເທດທີ 3 ໂດຍຜ່ານປະເທດຈີນແລ້ວ, ນັບມາຮອດປັດຈຸບັນນີ້, ນະໂຍບາຍດັ່ງກ່າວ ໄດ້ຖືກປະຕິບັດຕໍ່ປະຊາຊົນຂອງ 54 ປະເທດແລ້ວ ເຊິ່ງໄດ້ອຳນວຍຄວາມສະດວກຢ່າງຫຼວງຫຼາຍ ໃຫ້ແກ່ນັກທ່ອງທ່ຽວຕ່າງປະເທດ ທີ່ເດີນທາງມາທ່ຽວຈີນ ແລະ ເຮັດໃຫ້ພວກເຂົາເຈົ້າ ຍິນດີຖືຈີນເປັນຈຸດໝາຍປາຍທາງການທ່ອງທ່ຽວ. ໃນ 5 ເດືອນທຳອິດປີນີ້, ມີນັກທ່ອງທ່ຽວຕ່າງປະເທດເດີນທາງມາທ່ຽວຈີນຫຼາຍກວ່າ 12 ລ້ານເທື່ອຄົນ, ໃນນັ້ນ, ນັກທ່ອງທ່ຽວທີ່ບໍ່ຕ້ອງຂໍວີຊ່າມີຫຼາຍກວ່າ 7 ລ້ານເທື່ອຄົນ. ຕົວເລກດັ່ງກ່າວ ບໍ່ພຽງແຕ່ໄດ້ສ່ອງແສງໃຫ້ເຫັນເຖິງຄວາມສາມາດບົ່ມຊ້ອນອັນມະຫາສານ ຂອງຕະຫຼາດທ່ອງທ່ຽວຈີນເທົ່ານັ້ນ, ຫາກຍັງໄດ້ສ່ອງແສງໃຫ້ເຫັນເຖິງປະຊາຄົມໂລກ ມີຄວາມໝັ້ນໃຈ ແລະ ເຫັນດີນຳສະພາບແວດລ້ອມການທ່ອງທ່ຽວຂອງຈີນອີກດ້ວຍ.
ຄຽງຄູ່ກັບນະໂຍບາຍຍົກເວັ້ນວີຊ່າ ໄດ້ປະຕິບັດນັບມື້ນັບກວ້າງອອກ, ດ່ານເຂົ້າ-ອອກເມືອງແຫ່ງຕ່າງໆຂອງຈີນ ຍັງໄດ້ປະຕິບັດມາດຕະການທີ່ອຳນວຍຄວາມສະດວກ ໃຫ້ແກ່ການແຈ້ງຜ່ານດ່ານຫຼາຍຢ່າງ ເຊັ່ນ: ການແປພາສາ, ການແຈກບັດຂຶ້ນທະບຽນເຂົ້າເມືອງ ແລະອື່ນໆ; ເຄືອຂ່າຍຄົມມະນາຄົມທີ່ສະດວກສະບາຍຂອງຈີນ ກໍໄດ້ຍົກປະສິດທິພາບດ້ານການທ່ອງທ່ຽວໃຫ້ສູງຂຶ້ນ, ລົດໄຟຄວາມໄວສູງ ເຮັດໃຫ້ຄົນຕ່າງປະເທດທີ່ເຂົ້າມາທ່ຽວຈີນ ສາມາດເດີນທາງໄປເຖິງຕົວເມືອງອ້ອມຂ້າງພາຍໃນເວລາ 2 ຫາ 3 ຊົ່ວໂມງ.
ໃນຂະນະດຽວກັນ, ຈີນຍັງໄດ້ປັບປຸງການບໍລິການດ້ານຄົມມະນາຄົມ, ດ້ານການຊຳລະເງິນ ແລະ ການຈອງປີ້ເຂົ້າຊົມສະຖານທີ່ທ່ອງທ່ຽວຕ່າງໆໃຫ້ດີຂຶ້ນ ເພື່ອອຳນວຄວາມສະດວກໃຫ້ແກ່ນັກທ່ອງທ່ຽວຕ່າງປະເທດທີ່ເຂົ້າມາທ່ຽວຈີນ ເຊັ່ນ: ແອັບຊຳລະເງິນສາກົນ ເຊັ່ນ: Ali-pay ເປັນຕົ້ນ ບໍ່ພຽງແຕ່ຈະໃຊ້ບັດສິນເຊື່ອຕ່າງປະເທດໄດ້ເທົ່ານັ້ນ, ຍັງໄດ້ເປີດບໍລິການ “ເງິນຕ່າງປະເທດໃຊ້ຢູ່ຈີນ” ເຊິ່ງເຮັດໃຫ້ນັກທ່ອງທ່ຽວຕ່າງເທດ ສາມາດສະແກນ QR-Code ຊຳລະເງິນຢູ່ຈີນໄດ້ ດ້ວຍເງິນໃນບັນຊີທະນາຄານຂອງປະເທດຕົນຢ່າງສະດວກສະບາຍ.
ນັກທ່ອງທ່ຽວຕ່າງປະເທດໄດ້ເດີນທາງມາທ່ຽວຕະຫຼາດກາງຄືນ, ຂີ່ເຮືອສຳລານ, ຂີ່ລົດໄຟຄວາມໄວສູງຢູ່ຈີນນັບມື້ນັບຫຼາຍຂຶ້ນ, ຍັງມີບາງຄົນມາຮຽນແບບຟ້ອນຢູ່ກາງສະໜາມ, ຂີ່ຕັກຊີບໍ່ມີຄົນຂັບ ແລະ ສັ່ງຊື້ອາຫານທີ່ສົ່ງໂດຍເຮືອບິນບໍ່ມີຄົນຂັບຢູ່ຈີນ ເຊິ່ງໄດ້ສຳຜັດກັບຈີນ ທີ່ເປີດປະຕູສູ່ພາຍນອກ ດ້ວຍຄວາມໝັ້ນໃຈແລະປອດໄພ, ເຕັມໄປດ້ວຍຄວາມມີຊີວິດຊີວາ ແລະ ຮັກແຂກແພງຄົນຢ່າງແທ້ຈິງ. ໃນອະດີດ, ຈີນມັກກາຍເປັນເປົ້າໝາຍຖືກໃສ່ຮ້າຍປ້າຍສີສຳລັບສື່ຕາເວັນຕົກ. ແຕ່ປັດຈຸບັນ, ເມື່ອນັກທ່ອງທ່ຽວຕ່າງປະເທດເດີນທາງມາເຖິງປະເທດຈີນ ແລະມີປະສົບການຢ່າງຕິດແທດກັບຕົວຈິງແລ້ວ, ຈິ່ງໄດ້ທັບມ້າງຄວາມເຫັນລຳອຽງຕໍ່ຈີນ ແລະ ເລີ່ມເຜີຍແຜ່ຈີນຕາມສະພາບຄວາມເປັນຈິງໃນສື່ສັງຄົມອອນລາຍ.
ສິ່ງທີ່ຄວນເວົ້າເຖິງນັ້ນກໍຄື: ຍ້ອນວ່າຈີນໄດ້ປະຕິບັດນະໂຍບາຍ ແລະ ມາດຕະການເປີດປະຕູສູ່ພາຍນອກນັບມື້ນັບຫຼາຍຂຶ້ນ, ເຮັດໃຫ້ “ການທ່ຽວຈີນ” ນັບມື້ນັບມີຄວາມສະດວກສະບາຍກວ່າເກົ່າ. “ມະຕິ” ກອງປະຊຸມຄົບຄະນະຄັ້ງທີ 3 ຂອງຄະນະກຳມະການສູນກາງພັກກອມມູນິດຈີນສະໄໝທີ 20 ໄດ້ລະບຸວ່າ: ຈະປັບປຸງລະບຽບການຕ່າງໆ ເພື່ອອຳນວຍຄວາມສະດວກຫຼາຍກວ່າເກົ່າ ໃຫ້ແກ່ຊາວຕ່າງປະເທດໃນການດຳລົງຊີວິດ, ປິ່ນປົວພະຍາດ ແລະ ການຊຳລະເງິນຢູ່ຈີນ ເຊິ່ງໝາຍຄວາມວ່າ: ຈີນຈະສືບຕໍ່ປັບປຸງມາດຕະການອຳນວຍຄວາມສະດວກໃຫ້ແກ່ການໄປມາຫາສູ່ດ້ານບຸກຄະລາກອນໃຫ້ດີຂຶ້ນ ແລະ ຈະສາມາດເຮັດໃຫ້ການມາທ່ຽວຈີນຂອງຊາວຕ່າງປະເທດ ມີຄວາມສະດວກສະບາຍກວ່າເກົ່າ.
ຈາກຄຳເວົ້າທີ່ວ່າ “city ຫຼືບໍ່ city” ໄດ້ກາຍເປັນຄຳເວົ້າທີ່ໄດ້ຮັບຄວາມນິຍົມຊົມຊອບທີ່ສຸດໃນໂລກອິນເຕີເນັດ ຈົນເຖິງ “ການທ່ຽວຈີນ” ໄດ້ຮັບຄວາມສົນໃຈນັບມື້ນັບຫຼາຍຂຶ້ນ, ພວກເຮົາຈະສາມາດສັງເກດໄດ້ວ່າ: ໂລກພວມຢາກຮັບຮູ້ສະພາບຕົວຈິງຂອງຈີນຢ່າງຮອບດ້ານກວ່າເກົ່າ, ສ່ວນຈີນກໍຍິນດີຕ້ອນຮັບຊາວຕ່າງປະເທດມາທ່ຽວຈີນ ດ້ວຍທ່າທີທີ່ເປີດກວ້າງກວ່າເກົ່າ. ເນື່ອງໃນໂອກາດວັນທ່ອງທ່ຽວໂລກໃກ້ຈະໝູນວຽນມາເຖິງນີ້, ພວກເຮົາກໍຍິນດີຕ້ອນຮັບນັກທ່ອງທ່ຽວຕ່າງປະເທດ ເດີນທາງມາທ່ຽວຈີນນັບມື້ນັບຫຼາຍຂຶ້ນ, ເພື່ອຮູ້ຈັກໝູ່ເພື່ອນຈີນ, ຮັບຮູ້ວັດທະນະທຳຈີນ ແລະ ທ່ຽວຊົມພູຜາແມ່ນ້ຳທີ່ສວຍງາມຂອງຈີນ, ຮັບຮູ້ຈີນທີ່ “ຮັກແຂກແພງຄົນ” ດ້ວຍຕົນເອງ!
ທີ່ມາ: CMG





