ງານແລກປ່ຽນວັດທະນະທຳ ລະຫວ່າງປະຊາຊົນຢູ່ຕາມຊາຍແດນ ລາວ-ຈີນ ປະຈໍາປີ 2024 ຈັດຂຶ້ນວັນທີ 20-22 ມິຖຸ ນາ 2024 ຢູ່ເມືອງຫຼ້າ ກິ່ງແຂວງສິບສອງພັນນາ ແຂວງຢຸນນານ ສປ ຈີນ ເຊິ່ງຕາງໜ້າຝ່າຍລາວ ມີທ່ານ ທອງພັດ ວົງມະນີ ຮອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້, ທ່ານ ປອງດອງ ປະຊາພັກດີ ກົງສຸນໃຫຍ່ ສປປ ລາວ ປະຈຳນະຄອນຄຸນໝິງ ພ້ອມດ້ວຍການນຳຈາກແຂວງຜົ້ງສາລີ, ບໍ່ແກ້ວ, ຫຼວງນໍ້າທາ, ຫຼວງພະບາງ ແລະ ແຂວງອຸດົມໄຊ. ຝ່າຍຈີນມີທ່ານ ຢຽນໝິງເຕົ້າ ຮອງຫົວໜ້າສະມາຄົມມິດຕະພາບກັບຕ່າງປະເທດ ແຂວງຢຸນນານ ທ່ານ ຊຸນລູ້ ຮອງເຈົ້າກິ່ງແຂວງສິບສອງພັນນາ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງ.
ໃນງານແລກປ່ຽນວັດທະນະທຳຄັ້ງນີ້ ໄດ້ມີພິທີລົງນາມສັນຍາຮ່ວມມືລະຫວ່າງສອງຝ່າຍ ຄື: ເມືອງໄຊ, ແຂວງອຸດົມໄຊ ກັບ ເມືອງຫຼ້າ ກິ່ງແຂວງສິບສອງພັນນາ ແຂວງຢຸນນານ ໄດ້ລົງນາມໜັງສືສະແດງເຈດຈຳນົງ ວ່າດ້ວຍການສ້າງຕັ້ງເມືອງມິດຕະພາບ ບ້ານມໍຊໍສານ, ເມືອງບຸນເໜືອ ແຂວງຜົ້ງສາລີ ກັບ ບ້ານມໍຊໍຊານ ຕາແສງເມືອງປ້ານ, ເມືອງຫຼ້າ ກິ່ງແຂວງສິບສອງພັນນາ, ສັນຍາບ້ານມິດຕະພາບ ຫ້ອງການແຮງງານ ແລະ ສະຫວັດດີການສັງຄົມເມືອງບຸນເໜືອ, ແຂວງຜົ້ງສາລີ ກັບ ຫ້ອງການຊັບພະຍາກອນມະນຸດ ແລະ ປະກັນສັງຄົມ ເມືອງຫຼ້າ ກິ່ງແຂວງສິບສອງພັນນາ, ສັນຍາວ່າດ້ວຍການຮ່ວມມືດ້ານແຮງງານຂ້າມຊາຍແດນ ແລະ ບໍລິສັດ ນິຄົມກະເສດຫຼີໝິງ, ເມືອງໄຮ ຈຳກັດ ກັບ ບໍລິສັດ ເຕົ້າໂຮມ-ແຈກຢາຍ ສິນຄ້າກະສິກຳ ແລະ ໂລຈິສຕິກສາກົນ ຈຳກັດ, ສັນຍາຂອບການຮ່ວມມືຍຸດທະສາດ.
ພ້ອມນີ້ ຍັງມີພິທີມອບ- ຮັບ ໂຄງການຊ່ວຍເຫຼືອໃຈປະສານໃຈ ສະມາຄົມຮ່ວມມືມິດຕະພາບ ແຂວງຢຸນນານ ມອບໃຫ້ກົງສຸນໃຫຍ່ ສປປ ລາວ ປະຈຳນະຄອນຄຸນໝິງ ອົງການມູນນິທິການພັດທະນາສັນຕິພາບ-ມິດຕະພາບ, ສປ ຈີນ ມອບທຶນການສຶກສາໃຫ້ໂຮງຮຽນມັດທະຍົມເຕັກນິກວິຊາຊີບ ເມືອງຫຼ້າ ເປັນທຶນການສຶກສາ ຈີນ-ອາຊີອາຄະເນ ເຊິ່ງນັກສຶກສາລາວໄດ້ຮັບທຶນການສຶກສາ 5 ຄົນ, ພ້ອມນີ້ຍັງໄດ້ມອບແຜ່ນປ້າຍຄອບຄົວຕົວແບບຄູ່ຮ່ວມມືມິດຕະພາບ ລະຫວ່າງປະຊາຊົນເຂດຊາຍແດນ ລາວ-ຈີນ.
ງານແລກປ່ຽນວັດທະນະທຳ ລະຫວ່າງປະຊາຊົນຢູ່ຕາມຊາຍແດນ ລາວ-ຈີນ ປະຈຳປີ 2024 ຈັດຂຶ້ນໂດຍສະມາຄົມມິດຕະພາບກັບຕ່າງປະເທດ ແຂວງຢຸນນານ ອຳນາດການປົກຄອງກິ່ງແຂວງສິບສອງພັນນາ, ສະຖານກົງສຸນໃຫຍ່ ສປປ ລາວ ປະຈຳນະຄອນຄຸນໝິງ, ໃນນີ້ປະກອບມີກິດຈະກຳທ່ຽວຊົມວັດທະນະທຳ ຮີດຄອງປະເພນີ ວິຖີຊີວິດຂອງປະຊາຊົນຕາມຊາຍແດນດ່ານເມືອງມານ ເປີດງານວັດທະນະທຳ ແລະ ທ່ອງທ່ຽວປ່າຝົນ ແລະ ກິດຈະກໍາອື່ນໆ ທີ່ໜ້າສົນໃຈ.









