ໃນວັນທີ 12 ກໍລະກົດ 2025 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ລົງໄປຢ້ຽມຢາມໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ (BRT) ໂດຍການຕ້ອນຮັບຂອງ ທ່ານ ວິລະພັນ ໄຊຍະວົງ ຮັກສາການ ຫົວໜ້າກົມຂົນສົ່ງ, ທ່ານ ບຸນຍະວັດ ນີລະໄຊຍ໌ ຫົວໜ້າພະແນກ ຍທຂ ນວ ພ້ອມດ້ວຍ ຫົວໜ້າໂຄງການ BRT ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ.

ໂຄງການ ຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ (BRT) ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ເປັນເຈົ້າຂອງໂຄງການ ມອບໃຫ້ພະແນກ ຍທຂ ນວ ເປັນຜູ້ຈັດຕັ້ງປະຕິບັດໂຄງການ ດັ່ງກ່າວ ມີຈຸດປະສົງ ຍົກລະດັບຊີວິດການເປັນຢູ່ຊອງປະຊາຊົນ ປັບປຸງແກ້ໄຂສະພາບການສັນຈອນແອອັດ, ອຸບັດຕິເຫດ ຕາມທ້ອງຖະໜົນ ແລະ ເປັນມິດກັບສິ່ງແວດລ້ອມປະກອບມີ 5 ໜ້າວຽກຫຼັກ. ໂຄງການດັ່ງກ່າວແມ່ນໄດ້ຮັບເງິນກູ້ຢືມ ແລະ ຊ່ວຍເຫຼືອລ້າ ຈາກບັນດາອົງການໃຫ້ທຶນສາກົນ ແລະ ທຶນສົມທົບຂອງລັດຖະບານ ສປປ ລາວ ລວມທັງໝົດ 99,7 ລ້ານ ໂດລາສະຫະລັດ ມາຮອດປັດຈຸບັນໂຄງການມີຄວາມຄືບໜ້າ 81,5% ຄາດວ່າຈະກໍ່ສ້າງໃຫ້ສຳເລັດ 100% ໃນທ້າຍປີ 2025 ນີ້.
ທ່ານ ຄໍາພັນ ວັນທະນາ ຫົວໜ້າໂຄງການ BRT ໄດ້ລາຍງານຄວາມຄືບໜ້າການຈັດຕັ້ງປະຕິບັດໂຄງການວ່າ: ໂຄງການດັ່ງກ່າວໄດ້ເລີ່ມຈັດຕັ້ງປະຕິບັດແຕ່ເດືອນກໍລະກົດ 2018 ພາຍຫຼັງ ເຊັນສັນຍາຈັດຈ້າງບໍລິສັດທີ່ປຶກສາຕ່າງປະເທດ ເພື່ອສຳຫຼວດ ອອກແບບລາຍລະອຽດໂຄງການ ແລະ ຕິດຕາມກວດການກໍ່ສ້າງ. ໂຄງການມີ 5 ໜ້າວຽກ ຄື: (1) ສ້າງຕັ້ງກອງຄຸ້ມຄອງການຂົນສົ່ງໃນຕົວເມືອງ (2) ປັບປຸງຂອດບໍລິການລົດເມສາທາລະນະ ແລະ ສ້າງລະບົບລົດເມດ່ວນ (Bus Rapid Transit “BRT”) (3) ປັບປຸງການຄຸ້ມຄອງການຈະລາຈອນ (4) ສ້າງລະບົບຄຸ້ມຄອງບ່ອນຈອດລົດຕາມແຄມທາງ (5) ປັບປຸງທາງຍ່າງ ແລະ ການຂົນສົ່ງບໍ່ໃຊ້ເຄື່ອງຈັກ (Non-Motorize Transport “NMT”) ມາຮອດເດືອນ ມິຖຸນາ 2025 ການກໍ່ສ້າງມີຄວາມຄືບໜ້າ 81,5% ຄາດວ່າການກໍ່ສ້າງທັງໝົດຈະໃຫ້ສໍາເລັດໃນເດືອນ ທັນວາ 2025 ແລະ ຈະເປີດບໍລິການໃນຕົ້ນປີ 2026 ຈະສືບຕໍ່ກໍ່ສ້າງແລວເສັ້ນທາງລົດເມ BRT ພາກຂະຫຍາຍ ໄປສະໜາມບິນສາກົນວັດໄຕ ແລະ ສະຖານີລົດໄຟລາວ-ຈີນ ໃຫ້ສຳເລັດໃນທ້າຍປີ 2026 ຕາມຄວາມເປັນເອກະພາບ ລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ທະນາຄານພັດ ທະນາອາຊີ (ADB).
ລົດເມດ່ວນ (Bus Rapid Transit “BRT”) ມີທັງໝົດ 55 ຄັນ, ເປັນລົດໄຟຟ້າ ຂະໜາດຄວາມຍາວ 12 ແມັດ ກວ້າງ 2,65 ແມັດ ມີ 4 ປະຕູ (ເບື້ອງລະ 2 ປະຕູ) ມີ 40 ບ່ອນນັ່ງ ບັນຈຸຜູ້ໂດຍສານໄດ້ສູງສຸດ 90 ຄົນ ຕໍ່ຄັນ ໂດຍມີການອອກແບບສະເພາະ ເພື່ອຮັບໃຊ້ຜູ້ໂດຍສານທົ່ວໄປ ແລະ ສໍາລັບຜູ້ພິການ/ເສຍອົງຄະ (wheel chair).
ເພື່ອອໍານວຍຄວາມສະດວກໃຫ້ລົດເມ BRT ຢູ່ຈຸດທາງຄົບ-ທາງແຍກ, ໂຄງການ ຈະຕິດຕັ້ງໄຟອຳນາດ ທັງໝົດ 41 ຈຸດ, ຕິດຕັ້ງລະບົບໄຟຈະລາຈອນໃໝ່ ຈໍານວນ 24 ຈຸດ ແລະ ຈຸດລ້ຽວລົດ (U-turn) 4 ຈຸດ ຢູ່ຖະໜົນໄກສອນພົມວິຫານ ໄປຕາມແລວເສັ້ນທາງລົດເມດ່ວນ. ປັບປຸງເວລາໄຟຂຽວ-ເຫຼືອງ-ແດງຄືນໃໝ່, ເສົາໄຟ ຕູ້ຄວບຄຸມ ແລະ ອື່ນໆ ຈຳນວນ 13 ຈຸດ. ສ້າງລະບົບຄຸ້ມຄອງບ່ອນຈອດລົດຕາມແຄມທາງ ເພື່ອຈັດສັນຄວາມເປັນລະບຽບຮຽບຮ້ອຍຂອງຕົວເມືອງ ແນໃສ່ຫຼຸດຜ່ອນການຈະລາຈອນແອອັດ ແລະ ອຸບັດເຫດຕາມຖະໜົນຫຼວງ. ໂຄງການຈະຈັດສັນບ່ອນຈອດລົດຕາມແຄມທາງ ຢູ່ທາງຮ່ອມ ທັງໝົດ 8 ເຂດຕາມການວາງແຜນເບື້ອງຕົ້ນ ພື້ນທີ່ ທີ່ຈະຈັດສັນສາມາດຮອງຮັບລົດໃຫຍ່ 2.777 ຄັນ ແລະ ລົດຈັກ 1.202 ຄັນ. ປັບປຸງທາງຍ່າງ ແລະ ການຂົນສົ່ງບໍ່ໃຊ້ເຄື່ອງຈັກ, ຈະປັບປຸງທາງຍ່າງ, ປັບປຸງທັດສະນີຍະພາບຕາມແຜນພັດທະນາໂຄງການ ທີ່ເອກະພາບກັບຜູ້ໃຫ້ທຶນ (ທະນາຄານ ADB) ຢູ່ທາງຮ່ອມ ຄື: ຖະໜົນເຈົ້າອານຸ (ເໜືອ ແລະ ໃຕ້), ຖະໜົນແຫ່ງບຸນ, ຖະໜົນຂຸນບູລົມ (ຂ້າງຕະຫຼາດເຊົ້າ). ໂຄງການ ໄດ້ຈັດຊື້ລົດຖີບສາມລໍ້ໄຟຟ້າ 150 ຄັນ ເພື່ອໃຫ້ບໍລິການຜູ້ໂດຍສານ ລະຫວ່າງ ສະຖານນີລົດເມດ່ວນແຕ່ລະຈຸດ ເຂດທ່ອງທ່ຽວໃນຕົວເມືອງ ແລະ ຮັບ-ສົ່ງ ນັກທ່ອງທ່ຽວ.


