ວິທະຍຸສາກົນ ແຫ່ງ ສປ ຈີນ, ງານແລ່ນມາລາທອນ ຈີນ-ອາ ຊຽນ 2024 ໄດ້ຈັດຂຶ້ນຢູ່ນະຄອນຟາງເຊີງກາງ ເຂດກວາງຊີຈີນເມື່ອບໍ່ດົນມານີ້ ໂດຍມີນັກກິລາ 20.000 ກວ່າຄົນ ທີ່ມາຈາກ 14 ປະເທດ ແລະ ຫລາຍເຂດແຄວ້ນ ເຂົ້າຮ່ວມງານດັ່ງກ່າວ.
ງານແຂ່ງຂັນຄັ້ງນີ້ມີ 4 ລາຍການ ຄື: ແລ່ນມາລາທອນ ໄລຍະໄກ, ແລ່ນມາລາທອນ ເຄິ່ງໄລຍະກາງ, ແລ່ນມິນິມາລາທອນ 10 ກິໂລແມັດ ແລະ 5 ກິໂລແມັດ, ເສັ້ນທາງແລ່ນ ໄດ້ຕັດຜ່ານທັງທິວທັດຕົວເມືອງ ແລະ ທິວທັດແຄມທະເລ ທີ່ສວຍງາມ.
ຫລັງຈາກ ຜ່ານການແຂ່ງຂັນກັນທີ່ທໍລະຫົດອົດທົນ, ທ່ານ ເອລີເຈນ ກິບຄົສເກ ຈາກເກນຢາ ຄວ້າໄຊ ໃນລາຍການແລ່ນມາ ລາທອນໄລຍະໄກ ປະເພດ ທີມຊາຍ, ທ່ານ ນາງ ລີເດຍ ເຊັບໂດ ຈາກເກນຢາ ຄວ້າໄຊໃນລາຍການ ແລ່ນມາລາທອນ ໄລຍະໄກ ປະເພດທີມຍິງ.




