ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ແລ່ນມິນິມາລາທອນ ສະຫລອງເປີດດຳເນີນງານ ລົດໄຟ ລາວ-ຈີນ ຄົບຮອບ 3 ປີ

Dec 1, 2024

ໃນວັນທີ 30 ພະຈິກ 2024 ນີ້, ບໍລິສັດທາງລົດໄຟ ລາວ-ຈີນ ຈໍາກັດ ໄດ້ຈັດງານແຂ່ງຂັນກິລາແລ່ນມິນິມາລາທອນ ຢູ່ເຂດເສດຖະກິດພິເສດບຶງທາດຫລວງ ນະຄອນຫລວງວຽງຈັນ ເພື່ອສະເຫລີມສະຫລອງ ຜົນສໍາເລັດການເປີດບໍລິການທາງລົດໄຟ ລາວ-ຈີນ ຄົບຮອບ 3 ປີ, ທັງເປັນການສະເຫລີມສະຫລອງວັນຊາດທີ 2 ທັນວາ ຄົບຮອບ 49 ປີ, ວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 104 ປີ ແລະ ຕ້ອນຮັບປີໃໝ່ສາກົນ 2025 ທີ່ຈະມາເຖິງນີ້, ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ສິນລະວົງ ຄຸດໄພທູນ ປະທານສູນກາງແນວລາວສ້າງຊາດ, ທ່ານ ຄໍາພັນ ເຜີຍຍະວົງ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ມີການນໍາ ພັກ, ລັດ, ພະນັກງານ-ລັດຖະກອນ ຈາກບັນດາກະຊວງ, ກົມ, ສະຖາບັນ, ພ້ອມດ້ວຍ ມວນຊົນ ຊາວນະຄອນຫລວງວຽງຈັນ ເຂົ້າຮ່ວມ.
ທ່ານ ງາມປະສົງ ເມືອງມະນີ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ກ່າວວ່າ: ການຈັດງານຄັ້ງນີ້, ເພື່ອສະຫລອງຜົນສໍາເລັດຂອງການເປີດບໍລິການທາງລົດໄຟ ລາວ-ຈີນ ຄົບຮອບ 3 ປີ ເຊິ່ງໃນໄລຍະ 3 ປີຜ່ານມາ, ທາງລົດໄຟສາຍນີ້ມີຄວາມປອດໄພ, ມີຄຸນນະພາບ ແລະ ໄດ້ຮັບໝາກຜົນຢ່າງຕັ້ງໜ້າ. ມາຮອດປັດຈຸບັນ, ປະລິມານຜູ້ໂດຍສານສະສົມໄດ້ບັນລຸ 7,3 ລ້ານເທື່ອຄົນ ແລະ ປະລິມານຂົນສົ່ງສິນຄ້າບັນລຸ 10,65 ລ້ານໂຕນ, ໄດ້ກາຍເປັນເສັ້ນທາງຄົມມະນາຄົມທາງບົກ ແລະ ເຊື່ອມຫາທະເລລະຫວ່າງອາຊີຕາເວັນອອກສ່ຽງໃຕ້ ແລະ ເອີຣົບ ອັນເປັນມິດຕະພາບທີ່ມີຜົນປະໂຫຍດຕໍ່ປະຊາຊົນສອງຊາດ ລາວ ແລະ ຈີນ. ໃນໄລຍະ 3 ປີທີ່ຜ່ານມາ, ທາງລົດໄຟ ລາວ-ຈີນ ໄດ້ຊຸກຍູ້ການຝຶກອົບຮົມໃຫ້ພະນັກງານລາວ ແລະ ໄດ້ຈັດເຂົ້າໃນວຽກງານການລົດໄຟລາວ. ປັດຈຸບັນ, ພະນັກງານລາວ ຈໍານວນໜຶ່ງໄດ້ເລື່ອນຕໍາແໜ່ງຢ່າງເປັນທາງການ, ໃນນັ້ນມີພະນັກງານຈໍານວນ 14 ຄົນ ໄດ້ຮັບໃບຢັ້ງຢືນຂັບລົດໄຟ, ກາຍເປັນໂຊເຟີ້ ຫລື ຜູ້ຂັບລົດໄຟຊຸດທຳອິດຂອງ ສປປ ລາວ; ໃນໄລຍະເວລາທີ່ປະເທດລາວ ເກີດມີໄພນ້ຳຖ້ວມ ຢູ່ພພາກເໜືອນັ້ນ, ທາງລົດໄຟ ລາວ-ຈີນ ກໍໄດ້ປະກອບສ່ວນໃນການອໍານວຍຄວາມສະດວກ ຂົນສົ່ງເຄື່ອງຊ່ວຍເຫລືອ ໄປໃຫ້ປະຊາຊົນ ທີ່ໄດ້ຮັບຜົນກະທົບ ໂດຍບໍ່ເສຍຄ່າຂົນສົ່ງ ສະແດງໃຫ້ເຫັນເຖິງຄວາມຮັບຜິດຊອບຕໍ່ສັງຄົມຢ່າງເຕັມທີ່ ແລະ ໄດ້ຮັບການຍ້ອງຍໍຢ່າງກວ້າງຂວາງ. ພິເສດໃນປີນີ້, ເປັນປີທີ່ມີຄວາມໝາຍໃນຖານະທີ່ ສປປ ລາວ ເປັນປະທານໝູນວຽນອາຊຽນ, ທັງເປັນປີທ່ອງທ່ຽວລາວ, ລົດໄຟ ລາວ-ຈີນ ກໍໄດ້ປະກອບ ສ່ວນສໍາຄັນເຂົ້າໃນວຽກງານດັ່ງກ່າວ.
ທ່ານ ຫລິວຫົງ ຜູ້ອໍານວຍການໃຫຍ່ບໍລິສັດທາງລົດໄຟ ລາວ-ຈີນ ຈໍາກັດ ໄດ້ກ່າວວ່າ: ໃນປີ 2024 ນີ້, ພວກເຮົາໄດ້ສຸມໃສ່ຮັບໃຊ້ການເປັນປະທານໝູນວຽນອາຊຽນ ແລະ ປີທ່ອງທ່ຽວລາວ, ສືບຕໍ່ເພີ່ມທະວີຄວາມສາ ມາດດ້ານຄົມມະນາຄົມ, ຮັບປະກັນບັນດາການເຄື່ອນໄຫວສຳຄັນຂອງອາຊຽນ, ຊຸກຍູ້ການພັດທະນາທາງລົດໄຟ ແລະ ການທ່ອງທ່ຽວແບບເຊື່ອມໂຍງ ເຊິ່ງຜູ້ໂດຍສານຫລາຍກວ່າ 3,35 ລ້ານຄົນ ເດີນທາງດ້ວຍລົດໄຟ, ພວກເຮົາໄດ້ເສີມສ້າງສິ່ງອໍານວຍຄວາມສະດວກ, ອຸປະກອນ ແລະ ປັບປຸງຄວາມສາມາດໃນການຂົນສົ່ງ, ໃຫ້ບຸລິມະສິດສິນ ຄ້າກະສິກໍາ ເພື່ອໃຫ້ ສປປ ລາວ ໄດ້ສົ່ງສິນຄ້າອອກຫລາຍຂຶ້ນເລື້ອຍໆ, ປັດຈຸບັນ ສົ່ງອອກໄດ້ຫລາຍກວ່າ 4,36 ລ້ານໂຕນ.
ການແຂ່ງຂັນແລ່ນມິນິມາລາທອນໃນຄັ້ງນີ້, ມີຄວາມຍາວທັງໝົດ 10 ກິໂລແມັດ, ມີ 10 ກວ່າລາງວັນ, ຜ່ານການແຂ່ງຂັນ ທີ 1 ໄດ້ແກ່ ທ້າວ ບຸນຈັນ ແສງອາລຸນ ໄດ້ຮັບເງິນລາງວັນມູນຄ່າ 8.880.000 ກີບ ພ້ອມຂອງລາງວັນ, ທີ 2 ທ້າວ ທີລະຍຸດ ກິ່ງຄໍາ ໄດ້ຮັບເງິນລາງວັນ 6.880.000 ກີບ ພ້ອມຂອງລາງວັນ, ທີ 3 ທ້າວ ໄມແກ້ວ ສິງຫາລາດ ໄດ້ຮັບເງິນລາງວັນ 3.880.000 ກີບ ພ້ອມຂອງລາງວັນ, ສຳລັບ ທີ 4-10 ໄດ້ຮັບເງິນລາງວັນຜູ້ລະ 2.880.000 ກີບ ພ້ອມຂອງລາງວັນ. ພ້ອມນັ້ນ, ຍັງມີລາງວັນຂວັນໃຈ ທາງລົດໄຟ ລາວ-ຈີນ ອີກ 3 ລາງວັນ ລວມມູນຄ່າລາງວັນທັງໝົດຫລາຍກວ່າ 60 ລ້ານກີບ.
ທີ່ມາ: ຂປລ