ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ແລ່ນ-ລານ ນະຄອນຫຼວງວຽງຈັນ ປະເດີມສະໜາມເປັນມື້ທຳອິດ ກວາດ 3 ຫຼຽນຄຳ, 3 ຫຼຽນເງິນ ແລະ 1 ຫຼຽນທອງ ສາລະວັນ ເກມ 2024

Dec 16, 2024

ການແຂ່ງຂັນແລ່ນ-ລານ ງານກິລານັກຮຽນມັດທະຍົມສຶກສາທົ່ວປະເທດ ຄັ້ງທີ 7 ແມ່ນໄດ້ໄຂຂຶ້ນໃນວັນທີ 15 ທັນວາ 2024 ທີ່ສະໜາມກິລາຂອງແຂວງ ໂດຍມີການຊີງໄຊຫຼຽນ 5 ລາຍການຄື: ແລ່ນ 5.000 ແມັດ ຊາຍ, 3.000 ແມັດ ຍິງ, ຊັດຫຼາວ, ເຕັ້ນສູງ ແລະ ທີມປະສົມ 4×100 ທັງ 5 ລາຍການມີທັງຍິງ ແລະ ຊາຍ ເຂົ້າຮ່ວມ ຈາກ 18 ແຂວງທົ່ວປະເທດໃນການແຂ່ງຂັນ. ຜ່ານການແຂ່ງຂັນຜົນປະກົດວ່າ ນະຄອນຫຼວງວຽງຈັນ ສາມາດຄວ້າມາໄດ້ 3 ຫຼຽນຄຳ, 3 ຫຼຽນເງິນ ແລະ 1 ຫຼຽນທອງ ຄື: ຫຼຽນຄຳ 3 ຫຼຽນ ໄດ້ມາຈາກ ເຕັ້ນສູງ ທ. ກັນຍາ ຈັນທະວົງ ເຕັ້ນໄດ້ 1,65 ແມັດ, ຊັດຫຼາວ ຈາກ ທ. ຊາດກາ ອິນທະວົງ ຊັດໄດ້ 41,66 ແມັດ ແລະ ແລ່ນປະສົມ ຍິງ-ຊາຍ 4×100 ຈາກ ນ. ໃບຕ້ອງ ຫານຊະນະ, ນ. ອັກສອນ ກຳແກ້ວ, ທ. ອານຸສິດ ແກ້ວວິໄລ, ທ. ອາທິດ ແກ້ວສີຫຼວງລາດ, ສ່ວນຫຼຽນເງິນໄດ້ມາຈາກ ນ. ປານເດືອນ ໄຊຍະວົງ ແລ່ນ 3000 ແມັດ, ນ. ແພໄມຄຳ ຊຳວັນ ຊັດຫຼາວຍິງ ແລະ ເຕັ້ນສູງຍິງ ຈາກ ນ. ຕິງ ພອນໃຈຊໍາ, ສ່ວນຫຼຽນທອງ ໄດ້ມາຈາກ ນ. ພຸດທະສອນ ສີສະຫວ່າງອ່ອນ ກິລາເຕັ້ນສູງ ເຕັ້ນໄດ້ 1,17 ແມັດ.
ມາຮອດປັດຈຸບັນທັບນັກກິລານັກຮຽນມັດທະຍົມສຶກສາ ຈາກນະຄອນຫຼວງວຽງຈັນ ຄວ້າມາແລ້ວ 4 ຫຼຽນຄຳ, 4 ຫຼຽນເງິນ ແລະ 2 ຫຼຽນທອງ