ທ່ານ ວົງເພັດ ຈິດປັນຍາ ຮອງເລຂາພັກແຂວງຄໍາມ່ວນ, ຜູ້ຊີ້ ນຳວຽກງານການເມືອງ-ແນວຄິດ, ວຽກງານພັກ-ພະນັກງານ ພ້ອມບັນດາພະແນກການກ່ຽວຂ້ອງ ແລະ ການນຳເມືອງທ່າແຂກ ໄດ້ລົງຕິດຕາມ, ຊຸກຍູ້ ການພັດທະນາໂຄງການແຫຼ່ງທ່ອງທ່ຽວດັ່ງກ່າວ ໃນວັນທີ 04 ພະຈິກ 2024 ໂດຍມີທ່ານ ເຂັມເພັດ ແກ້ວເພຍຈັນ ປະທານ ບໍລິສັດ ເພັດມະນີ ເຄພີຊີ ຈໍາກັດຜູ້ດຽວ ນໍາພາຕິດຕາມຄວາມຄືບໜ້າຂອງໂຄງການ.
ບຶງໜອງເທົາ ແລະ ຖໍ້າປາເຊືອມ ເປັນແຫຼ່ງທ່ອງທ່ຽວອຸດົມ ສົມບູນໄປດ້ວຍທຳມະຊາດ ທີ່ສວຍສົດງົດງາມ ມີທັງສັດປ່າ ແລະ ສັດນໍ້າຫຼາກຫຼາຍຊະນິດ ເຊິ່ງຕັ້ງຢູ່ບ້ານນາຂ້າງຊ້າງ ເມືອງທ່າແຂກ ແຂວງຄຳມ່ວນ ໂດຍແມ່ນບໍລິສັດ ເພັດມະນີ ເຄພີຊີ ຈຳກັດຜູ້ ດຽວ ເປັນຜູ້ພັດທະນາໃຫ້ກາຍເປັນແຫຼ່ງທ່ອງທ່ຽວ ແບບອະນຸ ລັກທຳມະຊາດ ລວມມີເນື້ອທີ່ເຂດພັດທະນາ 9.89 ເຮັກຕາ ແລະ ເນື້ອທີ່ເຂດອະນຸລັກຈໍານວນ 404 ເຮັກຕາ. ໃນນັ້ນປະກອບມີ ການປຸກສ້າງສະຖານທີ່ຮອງຮັບ ແລະ ສູນບໍລິການ, ສູນຂໍ້ມູນດ້ານການທ່ອງທ່ຽວ, ຕິດຕັ້ງອຸປະກອນ, ສິ່ງອໍານວຍຄວາມສະ ດວກໃນການທ່ອງທ່ຽວ, ກິດຈະກຳຂີ່ເຮືອ, ຍ່າງປ່າ, ຍ່າງຂົວທ່ຽວຊົມຖໍ້າ ແລະ ກິດຈະການອື່ນໆ ດ້ວຍມູນຄ່າການລົງທຶນທັງໝົດ 3 ລ້ານໂດລາສະຫະລັດ ໂດຍແມ່ນການລົງທຶນພາຍໃນ 100% ແລະ ມີໄລຍະການສໍາປະທານ 50 ປີ.
ປະຈຸບັນແມ່ນກໍາລັງເລັ່ງປັບປຸງສະຖານທີ່ຈອດລົດ, ກໍ່ສ້າງຫ້ອງນໍ້າ, ກໍ່ສ້າງເສັ້ນທາງຍົກສູງຂຶ້ນຈາກລະດັບນໍ້າ, ຮ້ານອາຫານ, ຈຸດບໍລິການ ແລະ ຂົວຍ່າງທ່ຽວຊົມພາຍໃນຖໍ້າ ແລະ ຄາດວ່າຈະເປີດບໍລິການໃຫ້ນັກທ່ອງທ່ຽວໄດ້ເຂົ້າທ່ຽວຊົມພາຍໃນຕົ້ນປີ 2025 ທີ່ຈະມາເຖິງນີ້.
ພາຍຫຼັງໂຄງການດັ່ງກ່າວສຳເລັດ ຈະກາຍເປັນທ່າແຮງ ດ້ານການທ່ອງທ່ຽວໃຫ້ແກ່ແຂວງ ທີ່ສາມາດສົ່ງເສີມ ແລະ ດຶງດູດເອົານັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດ ເຂົ້າມາທ່ຽວຊົມເປັນຈຳນວນຫຼາຍ, ທັງສ້າງວຽກເຮັດງານທໍາ ໃຫ້ປະຊາຊົນທີ່ອາໄສຢູ່ອ້ອມຂ້າງໂຄງການໄດ້ມີອາຊີບທີ່ແນ່ນອນ ສ້າງຊີວິດການເປັນຢູ່ໃຫ້ດີຂຶ້ນເທື່ອລະກ້າວ ແລະ ສ້າງລາຍຮັບປະກອບສ່ວນເຂົ້າໃນພັດທະນາເສດຖະກິດ-ສັງຄົມຂອງແຂວງຄໍາມ່ວນ.
ທີ່ມາ: khammouane News





