ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ແຫ່ຊ້າງຮຽງເກີຍຕິດພັນກັບການສະເຫຼີມສະຫຼອງປີທ່ອງທ່ຽວລາວ ຢູ່ແຂວງຫຼວງພະບາງ ຈັດຂຶ້ນຢ່າງຄຶກຄື້ນ

Apr 14, 2024

ແຫ່ຊ້າງຮຽງເກີຍຕິດພັນກັບການສະເຫຼີມສະຫຼອງປີທ່ອງທ່ຽວລາວ ຢູ່ແຂວງຫຼວງພະບາງ ຈັດຂຶ້ນຢ່າງຄຶກຄື້ນ
ວັນທີ່ 12 ເມສາ 2024 ນີ້ ຢູ່ນະຄອນ ຫຼວງພະບາງ ເມືອງມໍລະດົກໂລກ ໄດ້ຈັດພິ ທີແຫ່ຊ້າງຮຽງເກີຍ ເຊີ່ງເປັນພິທີກັມ ຄອບລາ ຫລືບອກກ່າວການປ່ຽນສັກກະຣາຊ ປີເກົ່າໄປສູ່ສັກກະຣາຊ ຫລືສັງກາດປີໃຫມ່ ຕາມຄວາມເຊື່ອຖືມາແຕ່ບູຮານນະການ,
ທ່ານ ບຸນທັນ ແກ້ວມະນີຈັນ ຮອງປະທານແນວລາວສ້າງຊາດ ນະຄອນຫຼວງພະບາງ ໃຫ້ສຳພາດວ່າ: ພິທີກຳການແຫ່ຊ້າງຮຽງເກີຍ ເປັນຮີດຄອງປະເພນີອັນດີງາມທີ່ຊາວຫຼວງພະບາງ ໄດ້ສືບທອດກັນມາແຕ່ບູຮານນະການ ໃນແຕ່ລະປີໄດ້ຈັດຂື້ນກ່ອນບຸນປີໃໝ່ລາວ ເພື່ອເສີມຂະຫຍາຍໃຫ້ເປັນກິດຈະກຳດືງດູດນັກທ່ອງທ່ຽວ ທັງພາຍ ໃນແລະຕ່າງປະເທດ ເຂົ້າມາທ່ອງທ່ຽວຫຼວງພະບາງ ໃຫ້ນັບມື້ຫຼາຍຂື້ນ.
ສຳລັບຄວາມໝາຍຄຳວ່າຊ້າງຮຽງເກີຍ ຕາມການເລົ່າຂານກັນມາຫຼາຍເຊັ່ນຄົນ ສະໄໝກ່ອນແມ່ນການແອບຊ້າງກ່ອນເຂົ້າສູ່ສະໜາມຮົບ ໂດຍມີຄຳເວົ້າບາງຕອນໃນພິທີຮຽງເກີຍນັ້ນວ່າ: ສັງກາດ ສັງຂານໃຫມ່ ເຈົ້າຜູ້ໃຫຍ່ ຖ້າຍປີ ຖ້າຍເດືອນ ເຈົ້າມຶງ ໃສ່ເສື້ອສີແຫລ້ ໃຫ້ມຶງຈຳ ເຈົ້າມຶງໃສ່ເສື້ອສີດຳ ໃຫ້ມຶງຈື່ ຈື່ຢ່າລັງ ສັ່ງຢ່າລືມ ຈື່ໃສ່ປຸມພາໄວ້ ຈື່ໃສ່ໄສ້ພານອນ ໃຫ້ເຈົ້າອວ່າຍຫນ້າມາສູ່ ໃຫ້ເຈົ້າໝັ້ນຍືນແສນປີ ຄ້ຳບ້ານໝູນເມືອງ ນີ້ແລ, ເວລາອອກສູ້ຮົບນັ້ນ ເຈົ້າຢ່າໄດ້ງວກຊ້າຍ-ງວກຂວາ ໃຫ້ໄປໜ້າຕິກໆ ຄັນໄດ້ຍິນສຽງຄົນຮ້ອງໂຮ່ແຊວຢູ່ທາງໜ້າແມ່ນສັດຕູ, ເພາະ “ ຊ້າງ “ ເປັນສັດໃຫຍ່ຄູ່ບ້ານ ຄູ່ເມືອງລາວ, ໃນປາງສົງຄາມ ຄົນສ່ວນໃຫຍ່ໄດ້ຊ້າງນໍາໃຊ້ເປັນພາຫະນະສູ້ຮົບ ຄຳວ່າ: “ ຮຽງ “ ໝາຍເຖິງ ທຽບ, ຕິດ, ແປະ ຍັບເຂົ້າໃສ່ກັນ ແລະ ຄຳວ່າ “ ເກີຍ “ ແມ່ນຄຳສັບທີໄດ້ມາຈາກພາສາກືມມຸ ທີໝາຍເຖິງ ລະບຽງ, ເຊຍ ຫຼື ຊານ ຂອງເຮືອນທີຍົກໃຫ້ສູງຂຶ້ນ. ໃນພິທີກຳການຊ້າງຮຽງເກີຍ ຈະມີພຶດພັນທັນຍາຫານຫລາຍຢ່າງ ໃຫ້ຊ້າງກິນ ເພື່ອສ່ຽງທວາຍການກິນຂອງຊ້າງ ເຊັ່ນ: ຫຍ້າ ກ້ວຍ ອ້ອຍ ຖົ່ວ ງາ ເຫລົ້າ ເຂົ້າຕົ້ມ ເຂົ້າໝົມ ເຂົ້າໂຄບ ເຂົ້າຂຽບ ແລະອື່ນໆ ຕາມຄວາມເຊື່ອ ຖ້າປີໃດຊ້າງກິນຫຍ້າ ກິນກ້ວຍ ກິນອ້ອຍ ກໍ່ຈະພະຍາກອນວ່າ ປີນັ້ນດິນຟ້າອາກາດ ສະພາບການບ້ານເມືອງ ກໍ່ຈະສະຫງົບສຸຂ ຮົ່ມເຢັນ ນ້ຳຟ້ານ້ຳຝົນກໍ່ຈະອຸດົມສົມບູນ ຖ້າປີນັ້ນຊ້າງກິນເຫລົ້າ ກໍ່ຈະພະຍາກອນວ່າ ບ້ານເມືອງຈະມີອຸປະສັກ ເຫລົ່ານີ້ ເປັນຕົ້ນ. ເຊີ່ງໃນປີນີ້ ໄດ້ມີຂະບວນແຫ່ເລີ້ມຈາກໜ້າຫ້ອງວ່າການແຂວງ ມີຊ້າງເຂົ້າຮ່ວມຂະບວນແຫ່ຈຳນວນ 4 ເຊືອກ ຫຼື ໂຕ ໂດຍນຳຊ້າງມາຮຽງເກີຍຢູ່ວັດໃໝ່ ສຸວັນນະພູມມາຣາມ ພ້ອມທັງຈັດພິທີສູ່ຂັວນຊ້າງ ແລະແຫ່ຂະບວນໄປສືບຕໍ່ທຳພິທີ ຢູ່ລານເກີຍຊ້າງວັດຊຽງທອງ ຕື່ມອີກ ໂດຍມີມວນຊົນ ແຂກທັງພາຍໃນ ແລະຕ່າງປະເທດ ຮ່ວມຊົມຢ່າງຫຼວງຫຼາຍ.
Cr: ອາພຸດເດດ ບຸບຜາ