ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ແຫ່ຜາສາດເຜິ້ງບຸນພະທາດຫຼວງປະເພນີທີ່ສືບທອດກັນມາ 400 ກ່ວາປີ

Nov 14, 2024

ແຫ່ຜາສາດເຜິ້ງບຸນພະທາດຫຼວງປະເພນີທີ່ສືບທອດກັນມາ 400 ກ່ວາປີແລ້ວ ເປັນເວລາຫຼາຍກວ່າ 4 ສະຕະວັດ ຜ່ານມາ ເຊິ່ງຂະບວນ ແຫ່ຜາສາດເຜິ້ງແມ່ນຈະເລີ່ມໃນຕອນບ່າຍຂອງມື້ຂຶ້ນ 14 ຄໍ່າ ເດືອນ 12 ຫຼາຍຊັ້ນຄົນຈະໄດ້ມາໂຮມໂຕຢູ່ວັດສີເມືອງ ສະຖານທີ່ສັກກະລະບູຊາຄູ່ບ້ານຄູ່ເມືອງຂອງຊາວນະຄອນຫຼວງວຽງຈັນ ກໍຄື ຊາວລາວທົ່ວປະເທດ ກ່ອນທີ່ຈະແຫ່ໄປເດີ່ນພະທາດຫຼວງ.
ຜາສາດເຜິ້ງທີ່ນໍາມາແຫ່ນັ້ນ ແມ່ນເຮັດມາຈາກຕົ້ນກ້ວຍໄມ້ ແລະ ອື່ນໆ ປະດັບປະດາດ້ວຍດອກເຜິ້ງ (ຂີ້ເຜິ້ງ) ແລະ ເຄື່ອງໃຊ້ເຊັ່ນ: ສໍດໍາ ປາກກາ(ບິກຂຽນ) ປື້ມຂຽນ ແລະ ເຄື່ອງໃຊ້ທີ່ຈໍາເປັນ ລວມທັງເງິນ ທີ່ຖືກຈັດວາງເປັນລະບຽບ ແລະ ດັດແປງເປັນຮູບແບບຕ່າງໆ ເຊິ່ງການຕົບແຕ່ງຜາສາດເຜິ້ງນັ້ນອາດມີຄວາມຫມາຍທີ່ສະແດງໃຫ້ເຫັນເຖິງ ຄວາມອຸດົມຮັ່ງມີຂອງປະຊາຊົນລາວໃນແຕ່ລະໄລຍະ ແລະ ປະເພນີແຫ່ຜາສາດເຜິ້ງທີ່ຈັດຂຶ້ນໃນທຸກໆປີ ແນໃສ່ເພື່ອສືບທອດ ເອກະລັກ ແລະ ປົກປັກຮັກສາຮີດຄອງປະເພນີອັນດີງາມຂອງລາວໄວ້ໃຫ້ເຖິງເຊັ່ນລູກເຊັ່ນຫຼານ.
ໃນການແຫ່ຜາສາດເຜິ້ງນັ້ນ ຊາວລາວບັນດາເຜົ່າ ບໍ່ວ່າຈະເປັນຜູ້ເຖົ້າຜູ້ແກ່ ຊາວຫນຸ່ມຍິງຊາຍ ລວມເຖິງ ເດັກນ້ອຍ ໄດ້ເຂົ້າຮ່ວມຢ່າງຟົດຟື້ນ ມ່ວນຊື່ນ ຜູ້ຊາຍນຸ່ງຖືສຸພາບ ສ່ວນແມ່ຍິງເອງກໍນຸ່ງຖື ຕາມເອກກະລັກຂອງຍິງລາວ ໃສ່ສິ້ນ ບ່ຽງຜ້າ ຖືພະສາດເຜິ້ງແຫ່ໄປຕາມຂະບວນ ເຊິ່ງຂະບວນການແຫ່ແມ່ນປະສົມປະສານດ້ວຍສຽງຂັບສຽງລໍາ ຈາກທ້ອງຖິ່ນຕ່າງໆ ທີ່ຟັງແລ້ວເປັນຫນ້າສະອອນໃຈ ພ້ອມນັ້ນ, ຍັງມີຂະບວນແຫ່ຜາສາດເຜິ້ງຈາກພາກສ່ວນຕ່າງໆ ທີ່ນຸ່ງຖືຂອງຊົນເຜົ່າຕ່າງໆ ເຊິ່ງສະແດງໃຫ້ເຫັນເຖິງການເຕົ້າໂຮມຄວາມສາມັກຄີຂອງປະຊາຊົນລາວບັນດາເຜົ່າ.
ການແຫ່ຜາສາດເຜິ້ງນັ້ນແມ່ນຈະແຫ່ອ້ອມຮອບນອກກົມມະລຽງພະທາດຫຼວງ 3 ຮອບ ກ່ອນຂະບວນຈະແຫ່ຜ່ານປະຕູເບື້ອງຕາເວັນອອກ ເພື່ອແຫ່ອ້ອມພະທາດຫຼວງຢູ່ດ້ານໃນກົມມະລຽນ ເຊິ່ງຫຼາຍຊັ້ນຄົນແມ່ນໄດ້ນໍາເອົາຜາສາດເຜິ້ງ ແລະ ດອກໄມ້ທູບທຽນ ຂອງຕົນນໍາໄປວາງອ້ອມຮອບພະທາດຫຼວງເພື່ອເປັນການບູຊາ ແລະ ອະທິຖານຕໍ່ຫນ້າພະທາດຫຼວງ ເພື່ອຂໍພອນຕາມຄວາມເຊື່ອຖືຂອງຊາວລາວເຮົາ ກ່ອນຂະບວນການແຫ່ຈະສິ້ນສຸດລົງໃນຕອນແລງຂອງວັນດຽວກັນ.
ຈາກປະເພນີອັນດີງາມທີ່ສືບທອດກັນມາຫຼາຍເຊັ່ນຄົນ ໄດ້ເຮັດໃຫ້ຂະບວນແຫ່ຜາສາດເຜິ້ງໄດ້ຮັບຄວາມສົນໃຈຈາກບັນດານັກທ່ອງທ່ຽວຈາກພາຍໃນ ແລະ ຕ່າງປະເທດ ເຊິ່ງໃນແຕ່ລະປີມີນັກທ່ອງທ່ຽວເຂົ້າຊົມຂະບວນແຫ່ຜາສາດເຜິ້ງຫຼາຍພັນຄົນ.
ພາບ: LaoPost
อาจเป็นรูปภาพของ 9 คน และ วัด
อาจเป็นรูปภาพของ 6 คน และ วัด