ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ແຫ່ຜາສາດເຜິ້ງໃນບຸນນະມັດສະການພະທາດຫຼວງວຽງຈັນ ປະຈໍາປີ 2024

Nov 14, 2024

ພິທີແຫ່ຜາສາດເຜິ້ງ ໃນບຸນນະມັດສະການພຣະທາດຫຼວງວຽງຈັນ ໄດ້ຈັດຂຶ້ນໃນຕອນບ່າຍມື້ຂຶ້ນ 14 ຄໍ່າ ເດືອນ 12 ລາວ ກົງກັບວັນທີ 14 ພະຈິກ 2024 ເຊິ່ງໄດ້ເຕົ້າໂຮມກັນທີ່ວັດໜອງບອນ ແລ້ວແຫ່ເຂົ້າມາກົມມະລຽນທາດຫຼວງ 3 ຮອບ ເພື່ອເປັນ ການບູຊາ, ຄຸນພະພຸດ, ພະທຳ ແລະ ພະສົງ ໂດຍມີຂະບວນພະ ສົງອອກນຳໜ້າ ແລະ ການນຳພັກ-ລັດ ໂດຍການນໍາພາຂອງ ທ່ານ ອາດສະພັງທອງ ສີພັນດອນ, ເຈົ້າຄອງນະຄອນຫຼວງວຽງຈັນ, ມີ ທ່ານ ສິນທະວົງ ຄຸດໄພທູນ, ປະທານສູນກາງແນວລາວສ້າງຊາດ, ພ້ອມດ້ວຍຂະບວນມວນຊົນຈາກຫຼາຍພາກສ່ວນເຂົ້າຮ່ວມແຫ່ຢ່າງຟົດຟື້ນມ່ວນຊື່ນ ແລະ ເຕັມໄປດ້ວຍຄວາມຮັກແພງສາມັກຄີ ຂອງປວງຊົນລາວທັງຊາດ.
ການແຫ່ຜາສາດເຜິ້ງ ເປັນໜຶ່ງກິດຈະກຳທີ່ໄດ້ສືບທອດ ແລະ ປະຕິບັດກັນມາ ໃນໂອກາດບຸນນະມັດສະການພະທາດຫຼວງວຽງຈັນ ເປັນເວລາຫຼາຍກວ່າ 4 ສະຕະວັດຜ່ານມາ ໂດຍຈັດຂຶ້ນທຸກປີ ແນໃສ່ເພື່ອສືບທອດເອກະລັກ ແລະ ປົກປັກຮັກສາຮີດ ຄອງປະເພນີອັນດີງາມຂອງລາວໄວ້ ໃຫ້ເຖິງເຊັ່ນລູກ-ຫຼານ, ໃນການແຫ່ຜາສາດເຜິ້ງ ມີມວນຊົນຊາວລາວບັນດາເຜົ່າບໍ່ວ່າຈະເປັນຜູ້ເຖົ້າອາວຸໂສ, ຊາວໜຸ່ມຍິງ-ຊາຍ, ເດັກນ້ອຍ ໄດ້ເຂົ້າຮ່ວມຢ່າງຟົດຟື້ນມ່ວນຊື່ນ ໂດຍຖືຜາສາດເຜິ້ງແຫ່ໄປຕາມຂະບວນ, ມີ ການປະສົມປະສານດ້ວຍສຽງຄັບ, ສຽງລໍາຈາກທ້ອງຖິ່ນຕ່າງໆ ທີ່ຟັງແລ້ວສະອອນໃຈ ພ້ອມທັງຍັງມີການນຸ່ງຖືຂອງຊົນເຜົ່າຕ່າງໆ ສະແດງໃຫ້ເຫັນເຖິງການເຕົ້າໂຮມ ຄວາມສາມັກຄີຂອງປວງຊົນລາວບັນດາເຜົ່າ.
ການແຫ່ຜາສາດເຜິ້ງນັ້ນ ແມ່ນແຫ່ອ້ອມຮອບນອກກົມມະລຽງພະທາດຫຼວງ 3 ຮອບ ກ່ອນຂະບວນ ແຫ່ຜ່ານປະຕູເບື້ອງຕາເວັນອອກ ເພື່ອແຫ່ອ້ອມພະທາດຫຼວງຢູ່ດ້ານໃນກົມມະລຽນ ເຊິ່ງຫຼາຍຊັ້ນຄົນແມ່ນໄດ້ນໍາເອົາຜາສາດເຜິ້ງ ແລະ ດອກໄມ້ທູບທຽນ ຂອງຕົນນໍາໄປວາງ ອ້ອມຮອບພະທາດຫຼວງເພື່ອເປັນການບູຊາ ແລະ ອະທິຖານຕໍ່ຫນ້າພະທາດຫຼວງ ເພື່ອຂໍພອນຕາມຄວາມເຊື່ອຖືຂອງຊາວລາວເຮົາ ກ່ອນຂະບວນການແຫ່ສິ້ນສຸດລົງໃນຕອນແລງຂອງວັນດຽວກັນ.
อาจเป็นรูปภาพของ 7 คน และ วัด
อาจเป็นรูปภาพของ ฝูงชน, วัด และ ข้อความ
อาจเป็นรูปภาพของ 13 คน, ฝูงชน และ ข้อความ
อาจเป็นรูปภาพของ วัด
อาจเป็นรูปภาพของ 4 คน และ วัด