ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ແຫ່-ຫົດສົງນໍ້າພຣະຢູ່ນະຄອນປາກເຊ ຄຶກຄື້ນມ່ວນຊື່ນ

Apr 16, 2024

ແຫ່-ຫົດສົງນໍ້າພຣະຢູ່ນະຄອນປາກເຊ ຄຶກຄື້ນມ່ວນຊື່ນ
ວັນທີ 13 ເມສາ 2024 (ມື້ສັງຂານລ່ວງ ບຸນປີໃໝ່ລາວ ພສ 2567 ) ຊາວນະຄອນປາກເຊ ແຂວງຈຳປາສັກ ໄດ້ຮ່ວມພິທີແຫ່ ແລະ ສົງນໍ້າພຣະ ເນື່ອງໃນໂອກາດສະເຫລີມສະຫລອງບຸນປີໃໝ່ລາວ ພສ 2567 ຢ່າງຄຶກຄື້ນມ່ວນຊື່ນ ແລະ ຖືກຕ້ອງສອດຄ່ອງກັບຮີດຄອງປະເພນີ ທີ່ເຄີຍສືບທອດກັນມາ ໂດຍມີ ທ່ານ ວິໄລວົງ ບຸດດາຄໍາ ເຈົ້າແຂວງຈຳປາສັກ ພ້ອມດ້ວຍພະນັກ ງານ ລັດ- ເອກະຊົນ ປະຊາຊົນບັນດາເຜົ່າ ຕະຫລອດຮອດນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດເຂົ້າຮ່ວມຢ່າຫລວງຫລາຍ.
ການແຫ່ສະເຫລີມສະຫລອງ ບຸນປີໃໝ່ລາວ ທີ່ນະຄອນປາກເຊ ແມ່ນການສືບສານຮີດຄອງປະເພນີ ອັນດີງານຂອງຊາດຂອງທ້ອງຖິ່ນ ຊຶ່ງຈັດຂຶ້ນໃນແຕ່ລະປີ ໃນມື້ ສັງຂານລ່ວງ (ມື້ພະລົງ), ປີນີ້ ແມ່ນກົງກັບວັນທີ 13 ເມສາ 2024 ຊຶ່ງຂະບວນແຫ່ ແມ່ນໄດ້ ເລີ່ມຈັດຕັ້ງປະຕິບັດແບບເປັນທາງການ ມາແຕ່ປີ ພສ 2543 (ຄສ 1999-2000) ປີທ່ອງທ່ຽວລາວຄັ້ງອໍາອິດ ຈຸດປະສົງເພື່ອເຕົ້າໂຮມ ຄວາມສາມັກຄີເປັນປຶກແຜ່ນ, ສໍາລະລ້າງສິ່ງບໍ່ດີໃຫ້ໄປກັບປີເກົ່າ ແລະ ຮັບເອົາສິ່ງທີ່ດີ ທີ່ເປັນສີລິມຸງຄຸນ, ຮັບເອົາໂຊກເອົາໄຊໃນປີໃໝ່, ທັງເປັນການເປີດ ແລະ ສົ່ງເສີມການທ່ອງທ່ຽວທາງດ້ານວັດທະນະທຳຕິດ ພັນກັບການອະນຸລັກຮັກສາ ຮີດຄອງປະເພນີອັນດີງາມຂອງຊາດຂອງ ທ້ອງຖິ່ນ ແລະເພື່ອຕ້ອນ ຮັບ,ດຶງດູດນັກທ່ອງທ່ຽວໃຫ້ເຂົ້າມາທ່ຽວຊົມ ຢ້ຽມຢາມແຂວງຈໍາປາສັກ ໂດຍສະເພາະ ນະຄອນປາກເຊ ໃຫ້ຫຼາຍຂື້ນ.
ສໍາລັບກິດຈະກຳຖະໜົນຊຸ່ມເຢັນ ແລະ ກິດຈະກຳບັນເທີງ ຄື: ກິດຈະກໍາຖະໜົນຊຸ່ມເຢັນມີ 3 ເສັ້ນ​ ຄື: ເສັ້ນທາງແຄມເຊໂດນ ແຕ່ວົງວຽນທ່າສາລາຄໍາ ເຖິງ ສາມແຍກວິທະຍາໄລສົງ (ເສັ້ນທາງເຂົ້າສູ່ຫໍຫລັກເມືອງ​ປາກເຊ ແລະ ວັດຫລວງປາກເຊ); ເສັ້ນທາງເຊື່ອມ ແຕ່ 4 ແຍກໄຟແດງໂພນໄຊ ລົງຫາ 4 ແຍກໄຟແດງຮ່ອງຂະຍອມ​ – ສາງນໍ້າມັນ​ ແລະ​ ເສັ້ນທາງເຊື່ອມ ແຕ່ 4 ແຍກ ຮ້ານສິລິສົມບູນ (ຮ້ານແຄນນອນ) ຮອດ 4 ແຍກທາງ 42, ລ້ຽວໃສ ່4 ແຍກໄຟແດງບ້ານຮ່ອງຂະຍອມ ເຊື່ອມຈອດກັບ ເສັ້ນທີ 2 ຮ່ອງຂະຍອມ.​ ສ່ວນກິດຈະກຳບັນເທິງ, ສວນອາຫານ, ຄອນເສີດ ແລະ ອື່ນໆ ເພື່ອຄວາມສະໜຸກສະໜານ ໄດ້ອະນຸຍາດ 3 ຈຸດ ຄື: ບຸດເບຍຂອງບໍລິສັດເບຍລາວ ຈັດທີ່ສະໜາມກິລາແຂວງ ກິລາຫລັກ 2; ຕະຫລາດສູນການຄ້າ Friendship Mall (ຫຼັກ 2) ແລະ ຢູ່ຕະຫລາດຮ້ານໄລເຮົາ (ທ່າສາລາຄໍາ).
ຂ່າວ-ພາບ: ຈັນທະວີສັກ