ວັນທີ 5 ກຸມພາ 2025, ທີ່ນະຄອນຫລວງວຽງຈັນ ໄດ້ຈັດພິທີລົງນາມໃນບົດບັນທຶກຄວາມເຂົ້າໃຈ (MOU) ລະຫວ່າງທະ ນາຄານ ສົ່ງເສີມກະສິກໍາ ຈໍາກັດ (ທສກ) ແລະ ທະນາຄານ ເພື່ອການກະ ເສດ ແລະ ສະຫະກອນການກະເສດ ລາຊະອານາຈັກໄທ (ທກສ) ເພື່ອແນະນໍາການໃຫ້ບໍລິການໂອນເງິນລະຫວ່າງ ໄທ-ລາວ ເພື່ອອໍານວຍຄວາມສະດວກໃຫ້ແກ່ແຮງງານລາວທີ່ເດີນທາງໄປເຮັດວຽກ ແລະ ປະກອບອາຊີບຢູ່ປະເທດໄທ ເພື່ອໃຫ້ເຂົາເຈົ້າເຫຼົ່ານັ້ນສາມາດໂອນເງິນກັບບ້ານໄດ້ຢ່າງວ່ອງໄວ, ປອດໄພ ໃນອັດຕາຄ່າທຳນຽມຕ່ຳ ແລະ ປະຢັດຄ່າໃຊ້ຈ່າຍຫຼາຍຂຶ້ນ.
ການບໍລິການແມ່ນແບ່ງອອກເປັນ 2 ໄລຍະ ຄື:
– ໄລຍະທີ 1 ພາຍຫຼັງລົງນາມເປັນຕົ້ນໄປ ຄົນລາວທີ່ໄປປະກອບອາຊີບ ຫຼື ອາໃສຢູ່ປະເທດໄທ ສາມາດໂອນກັບບ້ານໄດ້ຜ່ານໜ້າປ່ອງບໍລິ ການຂອງ ທກສ ທຸກສາຂາທົ່ວປະເທດ.
– ໄລຍະທີ 2 ແມ່ນຈະເລີ່ມບໍລິການຜ່ານລະບົບແອັບພລິເຄຊັນເທິງມືຖື ພຽງແຕ່ດາວໂຫຼດ ແລະ ເປີດນໍາໃຊ້ App Mobile Banking ກໍ່ສາມາດໂອນເງິນໄປຫາບັນຊີປາຍທາງໄດ້ຢ່າງສະດວກສະບາຍ ຫຼື ຕັ້ງຄ່າໃຫ້ໂອນເງິນກັບບ້ານແບບອັດຕະໂນມັດສໍາລັບຜູ້ທີ່ປະກອບອາຊີບ ແລະ ເຮັດວຽກງານຢູ່ປະເທດໄທ ໂດຍບໍ່ຕ້ອງເດີນທາງໄປທີ່ປ່ອງບໍລິການທີ່ທະນາຄານ.





