ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ໂຄງການກໍ່ສ້າງສະໜາມບິນທົ່ງໄຫ ສໍາເລັດ 63%

Mar 5, 2025

ວັນທີ 2 ມີນາ 2025, ສະຫາຍ ພົນໂທ ວົງຄໍາ ພົມມະກອນ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ສະຫາຍ ພົນຕີ ຄໍາເຫຼັກ ແສງພະຈັນ, ຜູ້ບັນຊາການທະຫານອາກາດ,ພ້ອມດ້ວຍຄະ ນະ ໄດ້ເດີນທາງໄປກວດກາ, ຕິດຕາມຄວາມຄືບໜ້າໂຄງການກໍ່ ສ້າງສະໜາມບິນທົ່ງໄຫ ຢູ່ແຂວງຊຽງຂວາງ ໄລຍະ 1.
ໂຄງການດັ່ງກ່າວ ໄດ້ເລີ່ມກໍ່ສ້າງແຕ່ເດືອນ ມີນາ 2024 ມາ ຮອດປັດຈຸບັນໄດ້ສໍາເລັດ 63%. ເຊິ່ງມີບັນດາໜ້າວຽກຕົ້ນຕໍຄື: ປັງປຸງໜ້າດິນເສັ້ນບິນຂຶ້ນລົງ (ລັນເວເກົ່າ) ພວມປູອັດສະຟານຊັ້ນທີ 3, ຄາດກະໃຫ້ສໍາເລັດເດືອນ ມິຖຸນາ 2025 ສາມາດອະນຸ ຍາດໃຫ້ເຄື່ອງບິນຂຶ້ນລົງໄດ້; ຕໍ່ເຕີມຄວາມຍາວຂອງເສັ້ນບິນຂຶ້ນລົງ (ຕໍ່ລັນເວຕື່ມ) ມີຄວາມຍາວ 550 ແມັດ, ເກດສໍາເລັດ ພວມລົງອັດສະຟານຊັ້ນ 1 ແລະ ຊັ້ນ 2; ກໍ່ສ້າງເດີ່ນ (ເລນແທັກຊີເວ) ໃໝ່, ສໍາເລັດອັດແໜ້ນໜ້າດິນ ພວມກະກຽມລົງອັດສະຟານຊັ້ນທີ 1. ຄາດທ້າຍປີ 2025 ໃຫ້ສໍາເລັດໂດຍພື້ນຖານໄລຍະທີ 1 ຂອງໂຄງການກໍ່ສ້າງປັງປຸງສະໜາມບິນທົ່ງໄຫ.
Cr. ໜັງສືພິມກອງທັບ