ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ໂຄງການກໍ່ສ້າງສູນວັດທະນະທຳເດັກແຂວງບໍ່ແກ້ວ ສໍາເລັດໄປແລ້ວ 90%

Jan 16, 2025

ໃນຕອນບ່າຍຂອງວັນທີ 15 ມັງກອນ 2025 ນິ້; ທ່ານ ຈອມສີ ລັດຕະນະປັນ,ປະທານສະພາປະຊາຊົນແຂວງບໍ່ແກ້ວ,ປະທານຊີ້ນາໍຄະນະກຳມະການຕິດຕາມໂຄງການ, ທາ່ນ ຄໍາພະຫຍາ ພົມປັນຍາ ຮອງເຈົ້າແຂວງບໍ່ແກ້ວ, ມີບັນດາເຈົ້າຂອງໂຄງການ,ບໍລິສັດຜູ້ຮັບເໝົາ ແລະ ຄະນະກຳມະການ ພະແນກການທີ່ກ່ຽວຂ້ອງ.ໄດ້ສືບຕໍ່ລງົຕິດຕາມ ຊຸກຍູ້ ແລະ ກວດກາເບີ່ງຄວາມຄືບໜ້າຂອງໂຄງການກໍ່ສ້າງສູນວັດທະນະທຳເດັກແຂວງບໍ່ແກ້ວເປັນຄັ້ງສຸດທ້າຍ,ໂຄງການດັ່ງກ່າວໄດ້ຮັບທຶນຊ່ວຍເຫຼື່ອລາ ຈາກລັດຖະບານ ສສ ຫວຽດນາມ ຈໍານວນ 5 ຕື້ ດົງ ແລະ ເງິນສົມທົບຂອງແຂວງຈໍນນວນໜຶ່ງ, ໂດຍແມ່ນພະແນກຖະແຫຼ່ງຂ່າວ,ວັດທະນະທຳ ແລະ ທ່ອງທ່ຽວແຂວງບໍ່ແກ້ວ ເປັນເຈົ້າຂອງໂຄງການ,ພະແນກໂຍທາທິການ ແລະ ຂົນສົ່ງແຂວງເປັນທີ່ປືກສາໂຄງການ ແລະ ບໍລິສັດສົມປະສົງກໍ່ສ້າງເຄຫາ,ຂົວທາງ ແລະ ຊົນລະປະທານ ຈໍາກັດເປັນຜູ້ຮັບເໝົາກໍ່ສ້າງ ເປັນອາຄານຊັ້ນເຄິ່ງ,ໄລຍະເວລາການກໍ່ສ້າງແມ່ນ 16 ເດືອນ ມູນຄ່າການກໍ່ສ້າງທັງໝົດ12.637.522.480 ກີບ.ຜ່ານການລົງກວດກາຕົວຈິງຂອງຄະນະກຳມະການ ຕາມສັນຍາເຫັນວ່າແຕ່ລະໜ້າວຽກແມ່ນສໍາເລັດເປັນສ່ວນຫຼາຍກວມເອົາ 90% ແຕ່ຍັງມີບາງໜ້າວຽກທີ່ຈະຕ້ອງໄດ້ເອົາໃຈໃສ່ສືບຕໍ່ແກ້ໄຂເປັນຕົນແມ່ນ ວຽກງານຟໍນີເຈີ,ຮ່ອງລະບາຍນໍ້າ,ວຽກເດີນເບຕົງ,ປູກຕົ້ນໄມ້ປະດັບ ແລະ ຕົບແຕ່ງສ່ວນອ້ອມຮອບ,ເມື່ອອາຄານດັ່ງກ່າວ ກໍ່ສ້າງສໍາເລັດແລ້ວ ຈະຈັດພິທີ ມອບ-ຮັບ ປະມານເດືອນ ກຸມພາ 2025 ນິ້.ຢ່າງເປັນທາງການ ໃຫ້ແຂວງບໍ່ແກ້ວ ເປັນຜູ້ນໍາໃຊ້ ແລະ ປົກປັກຮັກສາ ອຳນວຍຄວາມສະດວກ ໃນການຝຶກຊ້ອມໃຫ້ແກ່ເດັກນ້ອຍ ໃນການເຮັດກິດຈະກຳຕ່າງໆ ຄົ້ນຄວ້າປະດິດແຕ່ງບົດຟ້ອນຍຸກໃໝ່,ຮ້ອງເພງ,ຫຼິ່ນດົນຕຼີຟື້ນເມືອງ,ດົນຕຼີສາກົນ, ເພື່ອໄປເຄື່ອນໄຫວສະແດງສິນລະປະ,ວັດທະນະທຳຮັບໃຊ້ງານສໍາຄັນຕ່າງໆຂອງແຂວງ ແລະ ເມືອງນໍາອີກ.
ຂ່າວ: ເງິນຫຼົງ ຈິດພູວົງ
ພາບ:ຄໍາເພັງ ສີສະຫວ່າງ