ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງ ນວ ຕາມແຜນຈະໃຫ້ສຳເລັດກາງປີ 2025

Oct 29, 2024

ທ່ານ ລິດຕາ ຂັດຕິຍະ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມດ້ວຍຄະນະ ໄດ້ລົງຕິດຕາມເບິ່ງຄວາມຄືບໜ້າຂອງການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ ໃນຕົວເມືອງ ນະຄອນຫຼວງວຽງຈັນ (ນວ) (ໂຄງການລົດເມ BRT) ຢູ່ພາກສະໜາມຂອງໂຄງການກໍ່ສ້າງຕົວຈິງໃນຫຼາຍຈຸດ ໃນວັນທີ 28 ຕຸລາ ນີ້ ໂດຍການຕ້ອນຮັບຂອງ ທ່ານ ຄຳພັນ ວັນທະນາ ຫົວໜ້າໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງ ນວ (ລົດເມ BRT), ມີຮອງຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງ ນວ, ຜູ້ຕາງໜ້າທະນາຄານພັດທະນາອາຊີປະຈຳລາວ, ບໍລິສັດຮັບເໝົາກໍ່ສ້າງ ພ້ອມດ້ວຍພະນັກງານວິຊາການ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ໃນການລົົງຕິດຕາມພາກສະໜາມກໍ່ສ້າງຕົວຈິງໃນຄັ້ງນີ້ ແມ່ນໄດ້ເລີ່ມຕົ້ນຈຸດກໍ່ສ້າງໜ້າໂຮງແຮມຊຳເມີເຊັດ, ຈຸດເສັ້ນທາງໂພນສະອາດ ຂຶ້ນໄປຫາປະຕູໄຊ ຊຶ່ງແຜນຈະກໍ່ສ້າງສະຖານີຂຶ້ນ-ລົງລົດເມ BRT ແລະ ສະຖານີໃຫຍ່ ແລະ ເຂດປັບປຸງລະບົບລະບາຍນ້ຳ. ຈາກນັ້ນ, ກໍໄດ້ລົງເບິ່ງຈຸດກໍ່ສ້າງອູ່ລົດເມຫຼັກ 16 ຊຶ່ງແຜນຈະສ້າງບ່ອນຈອດລົດເມ, ອາຄານ, ສູນບັນຊາລົດ, ອູ່ສ້ອມແປງ ແລະ ອື່ນໆ. ສຳລັບຈຸດສຸດທ້າຍແມ່ນໄດ້ລົງເບິ່ງຢູ່ເສັ້ນທາງດົງໂດກ-ໜ້າມະຫາວິທະຍາໄລແຫ່ງຊາດ ຊຶ່ງຈຸດດັ່ງກ່າວປັດຈຸບັນແມ່ນໄດ້ເລັ່ງປັບປຸງພື້ນຖານໂຄງລ່າງ ທີ່ຈະກໍ່ສ້າງສະຖານີຂຶ້ນ-ລົງ ລົດເມ ຄາດວ່າຈະໄດ້ເລີ່ມລົງມືຕິດຕັ້ງ ໂຄງສ້າງດ້ານເທິງ ເປັນຕົ້ນແມ່ນ ຫຼັງຄາ ຮາວຈັບ ແລະ ສິ່ງອຳນວຍຄວາມສະດວກ ພາຍໃນເດືອນພະຈິກນີ້.
ໃນໂອກາດນີ້, ທ່ານ ຄຳພັນ ວັນທະນາ ໄດ້ໃຫ້ສຳພາດຕໍ່ນັກຂ່າວໜັງສືພິມປະຊາຊົນວ່າ: ປັດຈຸບັນໂຄງການຂອງພວກເຮົາແມ່ນມີຄວາມຄືບໜ້າລວມທັງໝົດ 30 ສ່ວນຮ້ອຍ, ສຳລັບໂຄງການລົດເມ BRT ແມ່ນມີສະຖານີຂຶ້ນ-ລົງ 27 ຈຸດ ໂດຍແບ່ງການຮັບເໝົາກໍ່ສ້າງອອກເປັນ 2 ໄລຍະ ສະເພາະບໍລິສັດ ເລກ 8 ມີຢູ່ 19 ສະຖານີ ປັດຈຸບັນສຳເລັດໂຄງລ່າງພື້ນຖານປະມານ 9 ສະຖານີ, ສ່ວນຈຸດທີ 10 ຢູ່ໂພນສະອາດ ແມ່ນສຳເລັດ 100%, ເວົ້າລວມແລ້ວຍັງເຫຼືອ 9 ຈຸດແມ່ນກຳລັງກໍ່ສ້າງ, ສ່ວນໃຫຍ່ແມ່ນສໍາເລັດການກໍ່ສ້າງຮາກຖານສະຖານີລົດເມ BRT, ປັດຈຸບັນທາງໂຄງການພວກເຮົາແມ່ນສຸມໃສ່ໃນການເຮັດຂອບທາງເພາະວ່າອີງໃສ່ບົດຮຽນຜ່ານມາຈຸດໃດທີ່ແຄບກໍຕ້ອງໄດ້ຂະຫຍາຍທາງອອກກ່ອນ ເພື່ອເຮັດໃຫ້ລົດແລ່ນໄປໄດ້ສະດວກ, ເພາະວ່າສະຖານີຕັ້ງຢູ່ຈຸດກາງທາງຈຳເປັນຕ້ອງໄດ້ຂະຫຍາຍຂອບທາງກ່ອນການສັນຈອນກໍຈະບໍ່ລໍາບາກ ແລະ ອື່ນໆ, ສໍາລັບໂຄງການກໍ່ສ້າງສະຖານີຂຶ້ນ-ລົງລົດເມ BRT ໂດຍລວມແມ່ນຈະໃຫ້ສໍາເລັດທັງໝົດໃນກາງປີ 2025 ແລະ ການເປີດໃຫ້ບໍລິການແບ່ງອອກເປັນ 2 ໄລຍະຄື: ຈະເປີດທົດລອງ 3 ເດືອນໃຫ້ໃຊ້ບໍລິການບໍ່ເສຍຄ່າ ພາຍຫຼັງຈາກນັ້ນແມ່ນຈະເປີດເປັນທາງການ. ໂຄງການ BRT ເປັນໂຄງການແກ້ໄຂການສັນຈອນແອອັດໂດຍທີ່ພວກເຮົາພະຍາຍາມໃຫ້ມາໝູນໃຊ້ລົດເມສາທາລະນະໃຫ້ຫຼາຍຂຶ້ນເປັນການປ່ຽນທັດສະນະຄະຕິໃນການຊົມໃຊ້ລົດສ່ວນຕົວມາໃຊ້ລົດເມສາທາລະນະ, ຖ້າບໍ່ປ່ຽນພຶດຕິກຳລົດກໍຍັງຈະຕິດຄືເກົ່າເພາະສະນັ້ນເຫດຜົນຫຼັກເຮົາເລືອກເສັ້ນທາງມາ ມຊ ກໍຍ້ອນມີການສັນຈອນຢູ່ຈຸດດັ່ງກ່າວຫຼາຍເຊັ່ນ: ມີນັກຮຽນ, ນັກສຶກສາຫຼາຍ ແລະ ລົດສັນຈອນກໍຫຼາຍ, ດັ່ງນັ້ນຖ້າໂຄງການສຳເລັດ ແມ່ນຈະມີຜົນດີໃນຫຼາຍຢ່າງ ເປັນຕົ້ນຈະເຮັດໃຫ້ການຊົມໃຊ້ລົດສ່ວນຕົວຫຼຸດລົງ ເຮັດໃຫ້ການສັນຈອນສະດວກສະບາຍບໍ່ແອອັດ ເປັນການປະຢັດເວລາ ປະຢັດຄ່າໃຊ້ຈ່າຍ ແລະ ອື່ນໆ.
ທ່ານ ຄຳພັນ ວັນທະນາ ໃຫ້ຮູ້ຕື່ມວ່າ: ປັດຈຸບັນທາງໂຄງການແມ່ນໄດ້ສຸມໃສ່ໃນການກໍ່ສ້າງຮາກຖານຂອງສະຖານີຂຶ້ນ-ລົງລົດເມ ແລະ ປັບປຸງລະບົບພື້ນຖານໂຄງລ່າງ ຊຶ່ງອາດຈະສ້າງຄວາມແອອັດຫຍຸ້ງຍາກໃນການສັນຈອນ ເຮັດໃຫ້ບາງສາຍທາງມີລົດຕິດຂັດ ແຕ່ທາງໂຄງການກໍໄດ້ແນະນຳໃຫ້ຜູ້ຮັບຜິດຊອບ ເອົາໃຈໃສ່ບໍ່ໃຫ້ກີດຂວາງການສັນຈອນ ຮັບປະກັນບໍ່ໃຫ້ເກີດຜົນກະທົບ ແລະ ອຸບັດເຫດ,ພ້ອມນີ້ ກໍຂໍຝາກເຖິງຜູ້ຂັບຂີ່ ກໍຄື ຜູ້ໃຊ້ລົດ-ໃຊ້ຖະໜົນ ເປັນເຈົ້າການມີສ່ວນຮ່ວມຊ່ວຍກັນ ໄປມາຢ່າງມີສະຕິ ລະມັດລະວັງ ທັງສັງເກດເບິ່ງສັນຍານປ້າຍຫ້າມ ປ້າຍເຕືອນ ທີ່ໂຄງການໄດ້ຕິດຕັ້ງໄວ້ ເພື່ອປ້ອງກັນການເກີດອຸບັດເຫດ ແລະ ມີສ່ວນຮ່ວມຊ່ວຍກັນອຳນວຍຄວາມສະດວກ ໃນການກໍ່ສ້າງໂຄງການມີຜົນສຳເລັດໂດຍໄວ.
ຂ່າວ-ພາບ: ບຸນອູ້ມ