ການລົງມາຢ້ຽມຢາມພື້ນທີ່ແລກປ່ຽນບົດຮຽນກັບບັນດາປະເທດລຸ່ມແມ່ນໍ້າຂອງ ເຊິ່ງມີຊ່ຽວຊານຈາກປະເທດຫວຽດນາມ, ກໍາປູເຈຍ, ມຽນມາ ແລະ ໄທ, ໂຄງການຈັດການດິນ, ນໍ້າ ແລະ ຝຸ່ນ ຕໍ່ການປູດພືດໃນເຂດແຫ້ງແລ້ງ ທີ່ເມືອງອຸທຸມພອນ ແຂວງສະຫວັນນະເຂດ
ທ່ານ ຄໍາພົງ ສຸລິເຍດ ຮອງເຈົ້າເມືອງອຸທຸມພອນ ລາຍງານວ່າ: ສະເພາະເມືອງອຸທຸມພອນ ໂຄງການຈັດການ ດິນ, ນໍ້າ ແລະ ຝຸ່ນ ເລີ່ມລົງມາຈັດຕັ້ງປະຕິບັດຕົວຈິງແຕ່ປີ 2021 ຈົນຮອດປັດຈຸບັນ, ເຊິ່ງມີ 5 ຄອບຄົວ, ມີ 4 ບ້ານທີ່ນອນຢູ່ໃນໂຄງການຄື: ບ້ານ ໂນນດອກໄມ້, ພີນເໜືອ, ໂຄກໃຫຍ່ ແລະ ບ້ານ ພີນໃຕ້, ເຊິ່ງທາງໂຄງການໄດ້ໃຫ້ທຶນຊຸກຍູ້ສົ່ງເສີມຈົກໜອງສະ 01 ໜອງ, ຜ້າຢາງມຸງເຮືອນຮົ່ມ 02 ຫຼັງ, ແນວພັນເຂົ້າ ທ່າດອກຄໍາ 11 ຈໍານວນ 300 ກິໂລກຼາມ, ແນວພັນສາລີ 10 ກິໂລກຼາມ, ຝຸ່ນອົງຄະທາດ 360 ກິໂລກຼາມ, ຝຸ່ນວິທະຍາສາດ 500 ກິໂລກຼາມ, ແນວພັນພຶດຜັກ, ລູກປາ, ກາກນໍ້າຕານ, ປູນຂາວ ແລະ ອື່ນໆອີກ ເພື່ອເຮັດໃຫ້ຈຸດປະສົງ ແລະ ຄາດໝາຍຂອງຂັ້ນເທິງວາງອອກໃຫ້ມີຄວາມໝັ້ນຄົງທາງດ້ານສະບຽງອາຫານ ແລະ ໂພຊະນາການ, ກະສິກໍາສະອາດ, ປອດສານຜິດ ແລະ ຍືນຍົງ ແລະ ເພຶ່ອແກ້ໄຂຄວາມທຸກຍາກຂອງປະຊາຊົນໃຫ້ຫຼຸດພົ້ນອອກຈາກຄວາມທຸກຍາກ ແລະ ມີຊີວິດການເປັນຢູ່ທີ່ດີ
ທ່ານ ມູນລະສິດ ອາໂນໄທ ປະຊາຊົນ ບ້ານພີນເໜືອ,ໜຶ່ງໃນຄອບຄົວຕົວແບບ ທີ່ໂຄງການໃຫ້ການສະໜັບສະໜູນເວົ້າວ່າ: ນອກຈາກການເຮັດນາປີເປັນອາຊີບຕົ້ນຕໍແລ້ວ, ກໍ່ຍັງຫັນມາປູກພືດຜັກເປັນອາຊີບເສີມ ບໍ່ວ່າຈະເປັນປູກຜັກກາດ, ສະຫຼັດ, ຫອມປ້ອມ, ໝາກສາລີ, ຜັກຫົມ, ກ້ວຍ, ໝາກເຂືອ, ໝາກເຜັດ ເພື່ອເອົາມາຂາຍເອງທີ່ຕະຫຼາດແລງເຊໂນ, ອັນສ້າງລາຍຮັບໃຫ້ແກ່ຄອບຄົວໄດ້ຫຼາຍສົມຄວນໃນແຕ່ລະມື້ ບວກໃສ່ກັບທາງໂຄງການເພິ່ນເຂົ້າມາສະໜັບສະໜູນຕໍ່ຍອດໃຫ້ຂອງໂຄງການຈັດການດິນ, ນໍ້າ ແລະ ຝຸ່ນ ຕໍ່ການປູດພືດໃນເຂດແຫ້ງແລ້ງ ຍິ່ງເຮັດໃຫ້ການປູກໄດ້ຮັບບົດຮຽນ ແລະ ຜົນຜະລິດກໍ່ສູງກວ່າເກົ່າ
ເຊິ່ງການລົງມາພື້ນທີ່ເປົ້າໝາຍຂອງໂຄງການ ຢູ່ເມືອງອຸທຸມພອນແມ່ນໄດ້ລົງ ຄອບຄົວທ່ານ ມູນລະສິດ ອາໂນໄທ ບ້ານພີນເໜືອ, ຄອບຄົວທ່ານ ເພັງ ປະຊາຊົນ ບ້ານພີນໃຕ້, ຄອບຄົວທ່ານ ຊ່ອງ ປະຊາຊົນ ບ້ານໂນນດອກໄມ້, ທີ່ໄດ້ຈັດຂຶ້ນໃນວັນທີ 28 ຕຸລາ 2024, ໂດຍການເຂົ້າຮ່ວມຂອງທ່ານ ທໍາມະຂັນ ສໍຊົມພູ ຫົວໜ້າສູນພັດທະນາທີ່ດິນ ແລະ ນໍາໃຊ້ຝຸ່ນ ກະຊວງກະສິກໍາ-ປ່າໄມ້, ທ່ານ ຄໍາພົງ ສຸລິເຍດ ຮອງເຈົ້າເມືອງອຸທຸມພອນ, ບັນດາທ່ານຄະນະພະແນກກະສິກໍາ-ປ່າໄມ້ແຂວງ ແລະ ຊ່ຽວຊານຈາກປະເທດຫວຽດນາມ, ກໍາປູເຈຍ, ພະມ້າ, ໄທ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ນັກຂ່າວເມືອງອຸທຸມພອນ







