ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ໂຄງການຊ່ວຍເຫລືອກັນ ແບ່ງປັນສຸກ ມອບອຸປະກອນ ການສຶກສາ ໃຫ້ໂຮງຮຽນ ບ້ານນາໂພ ເມືອງປາກລາຍ

May 11, 2025

ໂຄງການຊ່ວຍເຫລືອກັນ ແບ່ງປັນສຸກ ນຳໂດຍ ພະອາຈານ ບຸນຕັ້ງ ເທືອງປະທຸມມາ ເຈົ້າອະທິການວັດຕານມີໄຊ, ພະອາຈານ ພົມສະຫວັນ ໄຊຍະລາດ ເຈົ້າອະທິການວັດຊ້າງຄູ້ສຸຂາຣາມ, ພະອາຈານ ມະຫາສົມປອນ ສີປະເສີດ ເຈົ້າອະທິການວັດພຣະຂາວ, ພະອາຈານ ສີສຸກ ຊຽງພັນໄຊ ເຈົ້າອະທິການວັດໂນນບໍ່ແກ້ວ ແລະ ຄະນະສົງ, ພ້ອມດ້ວຍພຸດທະສາສະນິກະຊົນ ມອບອຸປະກອນການສຶກສາ ປະກອບມີ: ຄອມພິວເຕີ 1 ເຄື່ອງ, ປຣິ້ນເຕີ 2 ເຄື່ອງ, ພັດລົມ 16 ໜ່ວຍ, ປຶ້ມບັນທຶກ, ປຶ້ມຂຽນ ແລະ ບິກຢ່າງລະ 800 ອັນ ລວມມູນຄ່າທັງໝົດ 30 ລ້ານກີບ ໃຫ້ໂຮງຮຽນ ບ້ານນາໂພ ເມືອງປາກລາຍ ແຂວງໄຊຍະບູລີ ໃນວັນທີ 10 ພຶດສະພາ 2025 ໂດຍມີ ທ່ານ ທິດເຕັມ ແສງຈະເລີນ ນາຍບ້ານນາໂພ, ມີຄະນະອໍານວຍການ ແລະ ຄ-ອາຈານ ພາຍໃນໂຮງຮຽນເຂົ້າຮ່ວມ.
ນອກຈາກນີ້, ທ່ານ ນາງ ຟອງສະມຸດ ກຽດສີທະນະກອນ ແລະ ທ່ານ ສິນທະວົງ ທຳມະວົງສາ ພ້ອມດ້ວຍຄະນະ ຍັງໄດ້ມອບປັດໄຈ ຈຳນວນ 3 ລ້ານກີບ ໃຫ້ໂຮງຮຽນ ບ້ານນາໂພ ເມືອງປາກລາຍ ແຂວງໄຊຍະບູລີ ຕື່ມອີກ.