ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ໂຄງການຊ່ວຍເຫຼືອໄພພິບັດສຸກເສີນ ມອບເງິນຊ່ວຍເຫຼືອໄພພິບັດນໍ້າຖ້ວມ ເມືອງຄອບ ຈໍານວນ 1 ຕື້ກວ່າກີບ

Jan 13, 2025

ໂຄງການຊ່ວຍເຫຼືອໄພພິບັດສຸກເສີນ ມອບເງິນຊ່ວຍເຫຼືອຜູ້ປະສົບໄພພິບັດນໍ້າຖ້ວມ ໃນໄລຍະທີ່ຜ່ານມາ ໂດຍໄດ້ຈັດຂຶ້ນຢູ່ທີ່ສະໂມສອນຂອງເມືອງໃນວັນທີ 10 ມັງກອນ 2025 ໂດຍໃຫ້ກຽດການເຂົ້າຮ່ວມຂອງທ່ານ ນາງ ໄອ່ຄໍາ ສໍອິນໄຊ ຮອງຫົວໜ້າຫ້ອງການຂົນຂວາຍແຫຼ່ງທຶນ ແລະ ຊ່ວຍເຫຼືອບັນເທົາທຸກ ປະຈໍາອົງການກາແດງແຫ່ງຊາດລາວ ພ້ອມດ້ວຍນະ, ມີທ່ານ ສົມນຶກ ສິງຄໍາ ເລຂາຄະນະບໍລິຫານງານພັກເມືອງ ວ່າການເຈົ້າເມືອງໆຄອບ, ມີຄະນະທີມອົງການກາແດງແຂວງ, ມີການນໍາຂອງເມືອງພ້ອມດ້ວຍພໍ່ແມ່ປະຊາຊົນບັນດາເຜົ່າຜູ້ທີ່ປະສົບໄພນໍ້າຖ້ວມ ໃນໄລະທີຜ່ານມາເຂົ້າຮ່ວມ.
ໃນພິທີທ່ານ ສົມນຶກ ສິງຄໍາ ເລຂາຄະນະບໍລິຫານງານພັກເມືອງ ວ່າການເຈົ້າເມືອງໆຄອບ ໃຫ້ກຽດກ່າວຕ້ອງຮັບຄະນະທີມງານອົງການກາແດງຂັ້ນສູນກາງ ແລະ ຂັ້ນແຂວງ ກ່ອນອື່ນທ່ານໄດ້ກ່າວສະແດງຄວາມຂອບໃຈມາຍັງອົງການກາແດງແຫ່ງຊາດລາວ ທີ່ໄດ້ຂົນຂວາຍແຫຼ່ງທຶນທີ່ເປັນວັດຖຸປັດໃຈ ມາມອບໃຫ້ຊາວເມືອງຜູ້ປະສົບໄພນໍ້າຖ້ວມໃນໄລຍະທີ່ຜ່ານມາ ພ້ອມທັງກ່າວເປີດຢ່າງເປັນທາງການ ໃນໂອກາດດັ່ງກ່າວທ່ານ ນາງ ນາງ ໄອ່ຄໍາ ສໍອິນໄຊ ຮອງຫົວໜ້າຫ້ອງການຂົນຂວາຍແຫຼ່ງທຶນ ແລະຊ່ວຍເຫຼືອບັນເທົາທຸກ ປະຈໍາອົງການກາແດງແຫ່ງຊາດລາວ ໄດ້ກ່າວວ່າເງິນທີ່ມາແຈກຢາຍໃນຄັ້ງນີ້ແມ່ນເປັນເງິນສົດ ໃນຈໍານວນ 1,448,400,000 ກີບ ຈໍານວນເງິນດັ່ງກ່າວ ແມ່ນຈະໄດ້ແຈກຢາຍຜູ້ປະສົບໄພນໍ້າຖ້ວມ ໃນຄັ້ງວັນທີ 21 ສິງຫາ 2024 ທີ່ຜ່ານມາ ໃນຈໍານວນ 10 ບ້ານ, ປະກອບມີ 1023 ຄອບຄົວໃນທົ່ວເມືອງ ຕາມການເກັບກໍາຂໍ້ມູນຂອງສະຫະພັນກາແດງໃນໄລຍະທີ່ຜ່ານມາ.
ຂ່າວ – ພາບ: ທອງແກ້ວ ພອນມະລີ