ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ໂຄງການພະລັງງານສະອາດ ຈະກາຍເປັນແຫຼ່ງຜະລິດໄຟຟ້າໃຫຍ່ທີ່ສຸດໃນ ສປປ ລາວ

Mar 5, 2025

ໂຄງການພະລັງງານສະອາດພາກເໜືອຕັ້ງຢູ່ໃນພື້ນທີ່ 7 ບ້ານ ຂອງສອງເມືອງຂອງແຂວງອຸດົມໄຊ ຄື: ບ້ານກິ່ວຈະລຸ,ບ້ານຈອມອອງ,ບ້ານກີ່ວແຈບ, ບ້ານນາ ຖົ່ວ, ບ້ານນໍ້າບໍ່ຕາໄກ່, ບ້ານຫ້ວຍຊອຍ ແລະ ບ້ານໝາກຈຸກ ຂອງເມືອງໄຊ ແລະ ເມືອງນາໝໍ້, ມີເນື້ອທີ່ທັງໝົດ 20,901,612 ຕາແມັດ. ໂຄງການພະລັງງານ ສະອາດ ພາກເໜືອ ສປປ ລາວ ໄລຍະທີ 1 ມີກຳລັງຕິດຕັ້ງທັງ ໝົດ 1,000 MW, ສາມາດຜະລິດພະລັງງານໄຟຟ້າໄດ້ ສະເລ່ຍ 1,700 ກິກາວັດໂມງ/ປີ.
ໂຄງການໄດ້ເລີ່ມຈັດຕັ້ງ ປະຕິບັດມາແຕ່ໃນວັນທີ 12 ກັນຍາ 2024 ມາຮອດປັດຈຸບັນ ການກໍ່ສ້າງໂຄງການມີຄວາມຄືບໜ້າຢ່າງຕໍ່ເນື່ອງ ໃນນີ້ ໄດ້ນໍາເອົາແຜງໂຊລ່າເຊວທີ່ຕິດຕັ້ງສຳເລັດ ສາມາດຜະລິດໄຟໄດ້ແລ້ວ 2 MW; ສໍາເລັດເຈາະຂຸມທີ່ຈະຕັ້ງເສົາແຜງໂຊລ່າເຊວໄດ້ທັງມົດ 60,000 ຂຸມ, ມີວິຊາການ ແລະ ແຮງງານທັງໝົດປະມານ 800 ຄົນ ຄາດວ່າຈະກໍ່ສ້າງ ສຳ ເລັດ ແລະ ເປີດຂາຍໄຟຟ້າຢ່າງເປັນທາງການໃນເດືອນທັນວາ ປີ 2025, ພາຍຫຼັງໂຄງການດຳເນີນການຜະລິດກະແສໄຟຟ້າ ກໍ່ຈະກາຍເປັນແລ່ງຜະລິດ ພະລັງງານໄຟຟ້າທົດແທນ (ພະລັງງານສະອາດ ) ໃຫຍ່ທີ່ສຸດ ໃນ ສປ ປລາວ.
ທີ່ມາ: ສູນຂ່າວພະລັງງານ ແລະ ບໍ່ແຮ່
May be an image of 5 people and text