ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ໂຄງການພະລັງງານໄຟຟ້າແສງຕາເວັນຢູ່ແຂວງ ອຸດົມໄຊ ຈະຂາຍໄຟຟ້າໃນທ້າຍປີນີ້.

Jul 20, 2025

ວັນທີ 19 ກໍລະກົດ 2025,ທ່ານ ບຸນທອງ ຈິດມະນີ, ຮອງປະທານປະເທດ ພ້ອມຄະນະ, ໄດ້ລົງຢ້ຽມຢາມກວດກາຄວາມຄືບໜ້າ ໂຄງການພະລັງງານໄຟຟ້າແສງຕາ ເວັນ ຢູ່ ເມືອງໄຊ ແລະ ເມືອງນາໝໍ້ ແຂວງອຸດົມໄຊ ທີ່ພັດທະນາໂດຍ ບໍລິສັດ ຊີຈີເອັນ ເອເນີຈີ ເຕັກໂນໂລຢີລາວ ຈຳກັດ
May be an image of ‎mountain and ‎text that says '‎ى BN‎'‎‎
ໂຄງການຖານເຊື່ອມຕໍ່ພະລັງງານສະອາດ ໄດ້ຈັດຕັ້ງປະຕິບັດ ຢູ່ 7 ບ້ານ ຄື: ບ້ານກິ່ວຈະລຸ, ບ້ານຈອມອອງ, ບ້ານກີ່ວແຈບ, ບ້ານນາຖົ່ວ, ບ້ານນໍ້າບໍ່ຕາໄກ່, ບ້ານຫ້ວຍຊອຍ ແລະ ບ້ານໝາກຈຸກ ນອນໃນ 2 ເມືອງ ຄື: ເມືອງໄຊ ແລະ ເມືອງນາໝໍ້, ເນື້ອທີ່ 2,090 ກວ່າເຮັກຕາ, ມີ 1,009 ຕອນ ໃນນັ້ນ ດິນລວມບ້ານ ມີ 53 ຕອນ, ເນື້ອທີ່ 67 ກວ່າເຮັກຕາ, ດິນທີ່ທົດແທນຄ່າເສຍຫາຍ ມີ 349 ຄອບຄົວ, ມີ 956 ຕອນ, ເນື້ອທີ່ 2,022 ກວ່າເຮັກຕາ. ມີວິຊາການ ແລະ ແຮງງານ ປະມານ 800 ຄົນ.
ໂຄງການພະລັງງານສະອາດ ພາກເໜືອ ສປປ ລາວ ໄລຍະທີ 1 ໂຄງການ ກໍາລັງຕິດຕັ້ງ 1.000 MW, ຜະລິດພະລັງງານໄຟຟ້າ ສະເລ່ຍ 1,700 ກິກາວັດໂມງ/ປີ, ເຊັນສັນຍາ ສຳປະທານ ໃນວັນທີ 12 ກັນຍາ 2024.
No photo description available.
ມາຮອດປັດຈຸບັນຄວາມຄືບໜ້າໃນການກໍ່ສ້າງໂຄງການໄຟຟ້າແສງຕາເວັນ ເມືອງໄຊ ແລະ ເມືອງນາໝໍ້ ໂຄງການຖານເຊື່ອມຕໍ່ຖານພະລັງງານສະອາດ ໂຄງການໄຟຟ້າພະລັງງານແສງຕາເວັນກຳລັງຕິດຕັ້ງ 1.000 MW ໂດຍລວມແມ່ນສໍາເລັດ 45%. ໃນນີ້ ວຽກຂຸດດິນຂອງສະຖານີ ເນື້ອທີ່ 3.32 ເຮັກຕາ; ວຽກການຕອກເສົາເຂັມ 45 ເສົາ, ຖານໝໍ້ແປງ, ວຽກການຖົມດິນຂອງເດີ່ນສະຖານີ, ພື້ນທີ່ສີຂຽວທີ່ສ້າງຂຶ້ນເພື່ອເປັນການປົກປັກຮັກສາສິ່ງແວດລ້ອມຂອງສະຖານີ, ວຽກການອະນາໄມ ໜ້າດິນຂອງເຂດພະລັງງານແສງຕາເວັນ ແລະ ວຽກການຝັງເສົາເຂັມຂອງເຂດພະລັງງານແສງຕາເວັນ ແມ່ນສຳເລັດ 100%, ວຽກການສ້າງຕາໜ່າງຫີນປ້ອງກັນຕາຝັ່ງເຊາະເຈື່ອນສຳເລັດ 51.96%, ອາຄານການຜະລິດສຳເລັດ 39.21%, ກຳແພງກໍ່ສ້າງສຳເລັດ 34,63%, ການຕິດຕັ້ງໂຄງຄ້ຳແຜງໂຊລ່າເຊວສຳເລັດ 12.12%, ແຜງໂຊລ່າເຊວຕິດຕັ້ງສຳເລັດ 6.57%, ເທົ່າກັບ 85.41 MW, ການປັບປຸງເສັ້ນທາງຂອງເຂດພະລັງງານແສງຕາເວັນມີຄວາມຍາວທັງໝົດ 90.643 km, ສຳເລັດແລ້ວ 84.7%, ການຂຸດດິນຖານເສົາສາຍສົ່ງສຳເລັດ 25 ເສົາ ສໍາເລັດ 43.1%,
No photo description available.
ສຳລັບການເທຄອນກີດຂອງຖານເສົາສາຍສົ່ງສຳເລັດ 24 ເສົາ, ສະເລ່ຍ 41.38%, ສຳລັບເສົາສາຍສົ່ງທີ່ຕິດຕັ້ງສຳເລັດແລ້ວແມ່ນມີ 45 ເສົາ, ສະເລ່ຍ 7.76% ແລະ ອື່ນໆ, ຄາດວ່າຈະຂາຍໄຟຟ້າຢ່າງເປັນທາງການໃນທ້າຍປີ 2025 ນີ້.
ພາບ-ຂ່າວ: ຄຳພັນ ແກ້ວມະນີ