ໂຄງການພັດທະນາໂຄງລ່າງພື້ນຖານສົ່ງເສີມການທ່ອງທ່ຽວຂອງ ແຂວງວຽງຈັນ ມອບອຸປະກອນຮັບໃຊ້ໃຫ້ເຮືອນພັກແຮມແບບປະຊາຊົນມີສ່ວນຮ່ວມບ້ານພູເກົ້ານາງ

ວັນທີ 04 ກຸມພາ 2025 ນີ້, ທ່ານ ສີສະຫວາດ ແສງພະຈັນ ກໍາມະການພັກແຂວງ, ຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ແຂວງວຽງຈັນ ພ້ອມດ້ວຍຄະນະ, ຕາງໜ້າຄະນະຊີ້ນໍາໂຄງການພັດທະນາໂຄງລ່າງພື້ນຖານເພື່ອສົ່ງເສີມການທ່ອງທ່ຽວຂອງແຂວງວຽງຈັນໄລຍະ 2 ຮ່ວມກັບພາກສ່ວນກ່ຽວຂ້ອງຂັ້ນເມືອງ ໄດ້ໄປມອບອຸປະກອນຮັບໃຊ້ໃຫ້ເຮືອນພັກແຮມແບບປະຊາຊົນມີສ່ວນຮ່ວມ (Homestay) ບ້ານພູເກົ້ານາງ ເມືອງທຸລະຄົມ ແຂວງວຽງຈັນ.
ໃນພິທີ ທ່ານ ຄໍາມີ ພຸດທະວົງ ຮອງຫົວໜ້າຂະແໜງທ່ອງທ່ຽວ, ພະແນກ ຖວທ ແຂວງວຽງຈັນ ໄດ້ຜ່ານຂໍ້ຕົກລົງຂອງທ່ານຫົວໜ້າພະແນກ ກ່ຽວກັບລາຍການເຄື່ອງທີ່ນໍາມາມອບ, ພ້ອມທັງໄດ້ຮັບຟັງສະພາບການຈັດຕັ້ງປະຕິບັດວຽກງານຄຸ້ມຄອງ, ສົ່ງເສີມ, ດຳເນີນກິດຈະການທ່ອງທ່ຽວຊຸມຊົນ ແບບປະຊາຊົນມີສ່ວນ ຮ່ວມ ຈາກ ທ່ານ ອົງລ້ຽວ ອ່ຽນ ຫົວໜ້າກຸ່ມນໍາທ່ຽວ-ຄະນະຮັບຜິດຊອບເຮືອນພັກແຮມແບບປະຊາຊົນມີສ່ວນຮ່ວມບ້ານພູເກົ້ານາງ, ລາຍງານສະພາບລວມ, ສະພາບຈຸດພິເສດ, ເງື່ອນໄຂ, ທ່າແຮງ, ຂໍ້ສະດວກ, ຂໍ້ຫຍຸ້ງຍາກການຈັດຕັ້ງປະຕິບັດວຽກງານຕົວຈິງໃນໄລຍະຜ່ານມາ.
ຈາກນັ້ນ ທ່ານ ສີສະຫວາດ ແສງພະຈັນ ໄດ້ມີຄໍາເຫັນໂອ້ລົມຕໍ່ບັນດາເຈົ້າຂອງເຮືອນພັກແຮມຈໍານວນ 5 ຄອບຄົວ, ກຸ່ມນໍາທ່ຽວຊຸມຊົນ, ອົງການປົກຄອງບ້ານ ກໍຄືຜູ້ເຂົ້າຮ່ວມ ເພື່ອໃຫ້ພ້ອມກັນຮັກສາມູນເຊື້ອວັດທະນະທໍາຮີດຄອງປະເພນີອັນເປັນເອກະລັກຂອງຊົນເຜົ່າ, ຂອງບັນພະບູລຸດ, ປັບປຸງຂອດບໍລິການດ້ານການທ່ອງທ່ຽວ ເພື່ອໂຄສະນາ, ສົ່ງເສີມ, ດຶງດູດ ແລະ ສົ່ງເສີມການທ່ອງທ່ຽວ, ຮອງຮັບນັກທ່ອງທ່ຽວ, ປັບປຸງສ້ອມ ແປງເຮືອນພັກແຮມທີ່ມີແລ້ວໃຫ້ດີຂຶ້ນ, ຄົ້ນຄວ້າຈັດຫາ-ປະກອບອຸປະກອນຮັບໃຊ້, ສິ່ງອຳນວຍຄວາມສະດວກຂັ້ນພື້ນຖານ, ເຊັ່ນ: ຫ້ອງນອນ, ຫ້ອງນໍ້າ, ນໍ້າໃຊ້ ແລະ ອື່ນໆທີ່ຈໍາເປັນ ໃນການມາພັກເຊົາຂອງນັກທ່ອງທ່ຽວ ພາຍໃນ ແລະ ຕ່າງປະເທດ, ເອົາໃຈໃສ່ປະສານສົມທົບກັບພາກສ່ວນກ່ຽວຂ້ອງອຳ ນວຍຄວາມສະດວກໃຫ້ນັກທ່ອງທ່ຽວ, ຖືເອົບົດຮຽນການຈັດຕັ້ງປະຕິບັດຜ່ານມາ ແລະ ບົດຮຽນທີ່ໄດ້ຝຶກຮົມໃຫ້ແລ້ວນັ້ນເປັນບ່ອນອີງ; ເຄື່ອນໄຫວປະຕິບັດວຽກງານຕາມພາລະບົດບາດ, ສິດ, ໜ້າທີ່ ຕາມຂໍ້ຕົກລົງຂອງທ່ານເຈົ້າເມືອງ; ຍົກໃຫ້ເຫັນສະພາບການຈັດຕັ້ງເຄື່ອນ ຕາມແຜນພັດທະນາ, ສົ່ງເສີມ ແລະ ຄຸ້ມຄອງການທ່ອງ ທ່ຽວ ຢູ່ແຂວງວຽງຈັນ ສໍາລັບປີ 2020-2025 ແລະ ຂໍ້ຕົກລົງຂອງທ່ານເຈົ້າແຂວງໆວຽງຈັນ ເລກທີ 224/ຈຂ.ວຈ ລົງວັນທີ 12 ມີນາ 2020 ຕິດພັນການເປີດປີທ່ອງ ທ່ຽວລາວ 2024 ຜ່ານມາ ເພື່ອເປັນພື້ນຖານໃຫ້ແກ່ການຈັດຕັ້ງປະຕິບັດແຜນຮອງຮັບການທ່ອງທ່ຽວປີ 2025.
ຈາກນັ້ນ ທ່ານ ສີສະຫວາດ ແສງພະຈັນ ໄດ້ຕາງໜ້າມອບອຸປະກອນ ຊຶ່ງຕາງໜ້າກ່າວຮັບຂອງ ທ່ານ ກົງທອງ ຄໍາຊົມພູ ຫົວໜ້າກຸ່ມບ້ານພັດທະນາໂພນງາມນາຝ້າຍ ແລ້ວມອບຕໍ່ໃຫ້ ທ່ານ ອົງລ້ຽວ ອ່ຽນ ເພື່ອຄຸ້ມຄອງ, ບໍລິຫານ, ແຈກຢາຍ, ນໍາໃຊ້ ໃຫ້ເກີດຜົນປະໂຫຍດສູງສຸດ ສາມາດຕໍ່ຍອດ, ຂະຫຍາຍ, ປັບປຸງ, ພັດທະນາການທ່ອງ ທ່ຽວ ກະຈາຍລາຍໄດ້ສູ່ຊຸມຊົນຢ່າງແທ້ຈິງ. ເຄື່ອງທີ່ນໍາມາມອບເທື່ອນີ້ປະກອບມີ ເສື່ອ, ຜ້າປຸຜ້າຫົ່ມ, ມຸ້ງ, ສາດ ແລະ ຖັງຂີ້້ເຫຍື້ອ ລວມມູນຄ່າ 30,000,000 ກີບ.
Cr: ບ່າວບ້ານເກິນ;





