ໂຄງການພັດທະນາໄຟຟ້າພະລັງງານລົມ ຈະເປີດນໍາໃຊ້ປີ 2025

ໂຄງການພັດທະນາ ໄຟຟ້າພະລັງງານລົມ ມອນຊູນວິນພາວເວີ້ ໂດຍໄດ້ເລີ່ມກໍ່ສ້າງມາແຕ່ເດືອນ ມີນາ 2023 ດ້ວຍມູນຄ່າ 900 ລ້ານກວ່າໂດລາສະຫະລັດ, ປັດຈຸບັນສໍາເລັດແລ້ວ 90,14% ຄາດວ່າຈະໃຫ້ສໍາເລັດ ແລະ ເປີດນໍາໃຊ້ຢ່າງເປັນທາງການໃນປີ 2025.
ທ່ານ ຊາຄິດ ດວງໃຈ ຜູ້ຈັດການດ້ານສັງຄົມ ບໍລິສັດມອນຊູນວິນ ພາວເວີ້ ໄດ້ລາຍງານໃນໂອກາດທ່ານ ນາງ ປິ່ງຄໍາ ລາຊະສິມມາ ປະທານກໍາມາທິການເສດຖະກິດ, ເຕັກໂນໂລຊີ ແລະ ສິ່ງແວດ ລ້ອມ ສະພາແຫ່ງຊາດ ພ້ອມຄະນະ ລົງເຄື່ອນໄຫວຢ້ຽມຢາມ, ຕິດຕາມ ແລະ ຊຸກຍູ້ການພັດທະນາ ໂຄງການດັ່ງກ່າວ ເມື່ອບໍ່ດົນມານີ້ວ່າ: ໂຄງການດັ່ງກ່າວ ຕັ້ງຢູ່ເມືອງດາກຈຶງ ແຂວງເຊກອງ ແລະ ສ່ວນໜຶ່ງຂອງເມືອງຊານໄຊ ແຂວງອັດຕະປື ມີເສົາກັງຫັນລົມທັງໝົດ 133 ຕົ້ນ, ມີກໍາລັງຕິດຕັ້ງທັງໝົດ 600 ເມກາວັດ, ປັດຈຸບັນສໍາເລັດແລ້ວ 114 ຕົ້ນ. ເສົາກັງຫັນລົມແຕ່ລະຕົ້ນ ແມ່ນຕັ້ງຢູ່ພື້ນຖານທີ່ແຂງແກ່ນ ແລະ ໝັ້ນຄົງ, ກວ້າງປະມານ 22 ແມັດ, ເລິກ 35 ແມັດ, ລວງສູງຂອງເສົາ 110 ແມັດ ແລະ ໃບພັດຍາວ 84 ແມັດ, ຢູ່ເທິງສຸດ ຈະເປັນເຄື່ອງຈັກຮອງຮັບນໍ້າໜັກໄດ້ຫລາຍກວ່າ 100 ໂຕນ ແລະ ແຕ່ລະເສົາສາມາດຜະລິດກະແສໄຟຟ້າໄດ້ 4,51 ເມກາວັດ.
ຂ່າວ: ສັນຍາ, ພາບ: ນາລີວັນ





