ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ໂຄງການອະນຸລັກໝີລາວ ເອົາໃຈໃສ່ເບິ່ງແຍງສັດປ່າ ຢູ່ໃນການຄຸ້ມຄອງເປັນຢ່າງດີ

Aug 6, 2025

ໂຄງການອະນຸລັກໝີລາວ ເອົາໃຈໃສ່ເບິ່ງແຍງສັດປ່າ ຢູ່ໃນການຄຸ້ມຄອງເປັນຢ່າງດີ
ແຫລ່ງຂ່າວຈາກ ແຂວງຫລວງພະບາງ ໃຫ້ຮູ້ວ່າ: ກອງປະຊຸມສະຫລຸບການຈັດຕັ້ງປະຕິບັດ ໂຄງການອະນຸລັກໝີລາວ ໄລຍະ IV ແລະ ສູນຮັກສາພັນສັດປ່າ ແຂວງຫລວງພະບາງ ປະຈຳ 6 ເດືອນຕົ້ນປີ ແລະ ວາງທິດທາງແຜນການ 6 ເດືອນທ້າຍປີ 2025 ຈັດຂຶ້ນໃນວັນທີ 5 ສິງຫາ 2025 ໂດຍເປັນປະທານຂອງທ່ານ ນາງ ສີລິພອນ ສຸພັນທອງ ຮອງເຈົ້າແຂວງໆຫລວງພະບາງ ພ້ອມດ້ວຍຜູ້ຕາງໜ້າຈາກກະຊວງກ່ຽວຂ້ອງຂັ້ນສູນກາງ ແລະ ພະແນກການກ່ຽວຂ້ອງຂອງແຂວງ ເຂົ້າຮ່ວມ.
ໃນກອງປະຊຸມຄັ້ງນີ້, ຜູ້ເຂົ້າຮ່ວມໄດ້ຮັບຟັງການສະຫລຸບລາຍງານ ການຈັດຕັ້ງປະຕິບັດວຽກງານຂອງສູນຊ່ວຍເຫລືອໝີຕາດກວາງຊີ ບ້ານທ່າແປ້ນ ແລະ ສູນຮັກສາພັນສັດປ່າ ຫລວງພະບາງ ບ້ານໜອງໂຕກ ນະຄອນ ຫລວງພະບາງ ແຂວງຫລວງພະບາງ ໂດຍແມ່ນອົງການປົກປ້ອງໜີ (free the bears) ປະເທດອົດສະຕຣາລີ ເປັນຜູ້ໃຫ້ທຶນສະໜັບສະໜູນ ໂດຍຜ່ານພະແນກກະສິກໍາ ແລະ ປ່າໄມ້ ແຂວງຫລວງພະບາງ ໄລຍະ 3 ປີ ແຕ່ປີ 2024-2026, ສະເພາະປີ 2025 ໄດ້ຮັບການອະນຸມັດງົບປະມານ 607.658 ໂດລາສະຫະລັດ ດຳເນີນ 7 ກິດຈະກຳຫລັກຄື: ສະໜັບສະໜູນຊຸມຊົນທ້ອງຖິ່ນ ເຂົ້າໃນການເບິ່ງແຍງໝີ ແລະ ສັດປ່າ ທີ່ໄດ້ຮັບການຊ່ວຍເຫລືອ ໃຫ້ມີຄຸນນະພາບທີ່ດີແບບຍືນຍົງ, ເສີມຂະຫຍາຍຄວາມສາມາດໃນການດູແລ ແລະ ຟື້ນຟູສັດໃນໄລຍະສັ້ນ ລວມເຖິງທີ່ຢູ່ຂອງສັດປ່າ ທີ່ໄດ້ຊ່ວຍເຫລືອໃນໄລຍະຍາວ, ສ້າງແນວຄວາມຄິດລິເລີ່ມທາງດ້ານການສຶກສາ ແນໃສ່ແຜນເພີ່ມທະວີຄວາມຮັບຮູ້ ໃນດ້ານສິ່ງແວດລ້ອມ ແລະ ສົ່ງເສີມການປ່ຽນແປງພຶດຕິກຳ ໄປໃນທາງທີ່ດີໃນ ສປປ ລາວ, ເສີມຂະຫຍາຍຄວາມອາດສາມາດຂອງພະນັກງານລັດ ແລະ ປະຊາຊົນທ້ອງຖິ່ນ ກ່ຽວກັບການແກ້ໄຂ ບັນຫາການຄ້າຂາຍສັດປ່າ ທີ່ຜິດກົດໝາຍໃນທຸກຮູບແບບ, ເພີ່ມຄວາມເຂົ້າໃຈໃນປະຊາກອນໝີ ແລະ ສັດປ່າທ້ອງຖິ່ນ ທີ່ອາໄສຢູ່ໃນປ່າທຳມະຊາດ ເພື່ອໃຫ້ມີແນວທາງການປັບປຸງແຜນອະນຸລັກ ໃຫ້ມີຄວາມຍືນຍົງ, ພັດທະນາແຜນການດູແລໜີ ແລະ ສັດປ່າ ດ້ວຍຫລາຍຮູບແບບກ່ອນການປ່ອຍໝີ ຫລື ສັດປ່າອື່ນໆ ໃຫ້ກາຍເປັນອົງປະກອບໃນລະບົບນິເວດທີ່ສົມບູນ ແລະ ຊຸກຍູ້ກິດຈະກໍາໃຫ້ການນໍາຂັ້ນທ້ອງຖິ່ນ ແລະ ປະເມີນຜົນ.
ໃນໄລຍະ 6 ເດືອນຜ່ານມາ, ສັດຢູ່ໃນການຄຸ້ມຄອງມີ 9 ສາຍພັນ ລວມທັງໝົດມີ 197 ໂຕ ໃນນີ້, ໝີດຳ 133 ໂຕ, ເໝືອຍ 9 ໂຕ, ແພນດ້າແດງ 2 ໂຕ, ລີງ 42 ໂຕ, ທະນີ 2 ໂຕ, ໝາຈອກ 2 ໂຕ, ຟານ 1 ໂຕ, ເສືອໄຟ 1 ໂຕ, ເສືອແມວ 2 ໂຕ, ນົກແກ້ວ 1 ໂຕ ແລະ ເຕົ່າ 2 ໂຕ. ພ້ອມນີ້, ໄດ້ສະໜັບສະໜູນງົບປະມານ ເຂົ້າໃນວຽກງານສະກັດກັ້ນ ການລ່າ ແລະ ຄ້າຂາຍສັດປ່າທີ່ຜິດກົດໝາຍ ສາມາດຊ່ວຍເຫລືອສັດປ່າ ຢູ່ແຂວງຫລວງພະບາງ, ແຂວງອຸດົມໄຊ, ນະຄອນຫລວງວຽງຈັນ, ແຂວງເຊກອງ ແລະ ແຂວງບໍ່ແກ້ວ ປະກອບມີ: ໝີ 4 ໂຕ, ລີງ 5 ໂຕ, ເສືອແມວ 4 ໂຕ, ເຕົ່າ 2 ໂຕ ແລະ ຟານ 1 ໂຕ. ສັດແຕ່ລະຊະນິດທີ່ຢູ່ໃນການຄຸ້ມຄອງ ໄດ້ຮັບການກວດສຸຂະພາບ, ປິ່ນປົວພະຍາດ ແລະ ບາດແຜ ທັງປ່ອຍຄືນສູ່ທຳມະຊາດຫາກມີສຸຂະພາບແຂງແຮງ ແລະ ສາມາດຊ່ວຍເຫລືອຕົວເອງໄດ້, ເຊິ່ງໄດ້ປ່ອຍສັດປ່າຄືນສູ່ທຳມະຊາດ ມີ: ເສືອແມວ 3 ໂຕ, ເຕົ່າ 2 ໂຕ ແລະ ລິ່ນ 4 ໂຕ. ພ້ອມນັ້ນ, ໄດ້ສົ່ງເສີມໃຫ້ປະຊາຊົນບ້ານອ້ອມຂ້າງ 4 ບ້ານ, ມີ 43 ຄອບຄົວ ພ້ອມກັນປູກພືດເພື່ອສະໜອງໃຫ້ໂຄງການ ສາມາດສ້າງລາຍຮັບໄດ້ສະເລ່ຍ 1 ລ້ານ ຫາ 2,5 ລ້ານກີບຕໍ່ຄອບຄົວ.
ໃນກອງປະຊຸມ ຜູ້ເຂົ້າຮ່ວມໄດ້ພ້ອມກັນປະກອບຄຳເຫັນຕໍ່ບັນຫາຄົງຄ້າງ ເພື່ອສືບຕໍ່ປະຕິບັດວຽກງານ ໃນ 6 ເດືອນທ້າຍປີ ໃຫ້ບັນລຸຕາມແຜນການທີ່ກຳນົດໄວ້.
ໃນໂອກາດດຽວກັນ, ຄະນະຮັບຜິດຊອບຂັ້ນສູນກາງ ແລະ ແຂວງຫລວງພະບາງ ລົງຢ້ຽມຢາມ ສູນຮັກສາພັນສັດປ່າ ຕັ້ງຢູ່ບ້ານໜອງໂຕກ ນະຄອນ ຫລວງພະບາງ ແຂວງຫລວງພະບາງ, ເຊິ່ງເປັນສູນທີ່ຮັບເອົາສັດທີ່ໄດ້ຈາກການຢຶດ ດ້ວຍການຊື້-ຂາຍແບບຜິດກົດໝາຍ ແລະ ສັດທີ່ເຈົ້າຂອງມອບໃຫ້ດ້ວຍຄວາມສະໝັກໃຈ.